ລາວຈະດັດແປງ ກົດໝາຍການຄ້າ

ສປປລາວ ຢືນຢັນວ່າ ຈະດັດແປງກົດໝາຍ ທີ່ຈະສົ່ງເສີມ ໃຫ້ເຂົ້າຮ່ວມ ອົງການ ການຄ້າໂລກໄດ້

ສປປລາວ ຈະພະຍາຍາມ ທີ່ຈະປະຕິຮູບ ກົດໝາຍທາງດ້ານ ເສຖກິດການຄ້າ ແລະການເງິນ ເພື່ອໃຫ້ສອດຄ່ອງ ກັບມາຕຖານ ໃນພູມີພາກນີ້ ເພື່ອໃຫ້ສາມາດ ເຂົ້າເປັນ ສະມາຊິກ ຂອງອົງການ ການຄ້າໂລກໄດ້ ໃນອະນາຄົດ ອັນໃກ້ນີ້.

ອີງຕາມກອງ ປະຊຸມຄັ້ງທີ 3 ຂອງກັມມະການ ຊີ້ແນະການວາງ ແຜນເພື່ອກະຕຽມ ຂໍ້ມູນໃຫ້ ສປປລາວ ເຂົ້າເປັນ ສະມາຊິກ ຂອງອົງການ ການຄ້າໂລກ, ຊຶ່ງຈັດຂື້ນ ໃນວັນທີ 1 ເມສາ ທີ່ນະຄອນ ຫລວງວຽງຈັນ, ທາງຣັຖບານໄດ້ ເນັ້ນໃສ່ການດັດ ແປງແກ້ໄຂກົດເກນ ການບໍຣິຫານ ການຄ້າທັງສົ່ງ ອອກແລະນຳເຂົ້າ ການເກັບພາສີ ອາກອນແລະ ການບໍຣິຫານ ຣະບົບການເງິນ ຕ່າງດ້າວເພື່ອໃຫ້ ໄດ້ປໂຍດຫລາຍຂື້ນ ສຳລັບການເສື່ອມ ເສຖກິດເຂົ້າໃນ ເສຖກິດຂອງໂລກ.

ໃນກອງປະຊຸມ, ດຣ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ແລະປະທານ ກັມມະການ ຊີ້ແນະການວາງ ແຜນປະຕິຮູບ ຣະບົບເສຖກິດ ການຄ້າແລະການເງິນ ເພື່ອການເສື່ອມ ເສຖກິດ ໄດ້ກ່າວວ່າ ວິກິດການ ທາງດ້ານການເງິນ ຂອງໂລກໄດ້ຫລຸດ ຣະດັບການສົ່ງ ອອກຂອງລາວຊຶ່ງ ເປັນສັນຍານທີ່ ເຕືອນໃຫ້ຣັຖບານ ຮີບສົ່ງເສີມ ນະໂຍບາຍ ການຮ່ວມເຂົ້າເປັນ ອັນນຶ່ງອັນດຽວ ກັນຂອງເສຖກິດ.

ທ່ານກ່າວອີກວ່າ ເຖິງວ່າຣັຖບານ ຈະມີນະໂຍບາຍ ທີ່ແຈ່ມແຈ້ງກ່ຽວ ດ້ານການເສື່ອມເຂົ້າ ຮ່ວມເສຖກິດໂລກ ແຕ່ເຈົ້າໜ້າທີ່ ທາງການຫລາຍຄົນ ຍັງບໍ່ຮູ້ເຖິງ ໂອກາດ ແລະຄວາມທ້າທາຍ ທີ່ຈະປະຈັກ ເດັ່ນຂື້ນມາຫລັງ ຈາກທີ່ໄດ້ເປັນ ສະມາຊິກຂອງ ອົງການ ການຄ້າໂລກແລ້ວ.

ທ່ານກ່າວໃນຕອນ ທ້າຍວ່າເຈົ້າໜ້າ ທີ່ຮັບຜິດຊອບ ກ່ຽວດ້ານນະໂຍບາຍ ການເສື່ອມເຂົ້າຮ່ວມ ເສຖກິດໂລກ ຍັງບໍ່ທັນມີ ແຜນການຫລື ທ່າທີ່ທີ່ຈະ ສາມາດເຂົ້າຮ່ວມ ການຄ້າໃນ ພູມີພາກຫລື ການຄ້າຂອງໂລກ ໄດ້ເຖິງແມ່ນວ່າ ຣັຖບານ ຈະຕົກລົງວ່າ ຈະເຮັດກໍຕາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org