ຣາຄານໍ້າມັນ ຫລຸດລົງ ແຕ່ ສິນຄ້າ ຍັງແພງຢູ່

ໃນຂະນະທີ່ ຣາຄານໍ້າມັນ ໃນທົ່ວໂລກ ຫລຸດລົງ ຢ່າງຕໍ່ເນື່ອງ ຣາຄານໍ້າມັນ ແອັດຊັງ ແລະ ກາຊວນ ຢູ່ໃນທ້ອງຕລາດ ທົ່ວປະເທດລາວ ກໍຫລຸດລົງ ໄປຕາມໆກັນ ແຕ່ວ່າ ຣາຄາ ສິນຄ້າ ປະເພດ ອຸປະໂພກ ແລະ ບໍຣິໂພກ ກໍບໍ່ໄດ້ຫລຸດລົງ ໄປຕາມກະແສ ຣາຄາ ນໍ້າມັນເລີຽ, ຕາມລາຍງານ ຈາກທ້ອງຖິ່ນ ຂອງລາວ.

0:00 / 0:00

ລາຍງານວ່າສະເພາະ ໃນເດືອນທັນວານີ້ຣາຄານໍ້າມັນ ໃນນະຄອນຫລວງວຽງຈັນ ໄດ້ຫລຸດລົງ ເຖິງສອງຄັ້ງແລ້ວແລະ ລ້າສຸດນີ້ຣາຄານໍ້າມັນ ແອັດຊັງພິເສດລິດນື່ງ ຕໍ່ 6,640 ກີບ, ນໍ້າມັນ ແອັດຊັງ ທໍາມະດາ ລິດນື່ງ ຕໍ່ 5,580 ກີບ, ແລະ ນໍ້າມັນກາຊວນລິດນື່ງ ຕໍ່ 5,540 ກີບ.

ການຫລຸດ ຣາຄານໍ້າມັນເຮັດໃຫ້ ທາງກະຊວງ ໂຍທາ ປະກາດຫລຸດຄ່າໂດຍສານ ທາງຣົຖໃນຂອບເຂດ ທົ່ວປະເທດລົງເປັນ ຫລັກກິໂລນື່ງ ຕໍ່ 143 ກີບ ສໍາລັບ ສາຍໃຕ້, ແລະ ຫລັກກິໂລນື່ງ 195 ກີບ ສໍາລັບ ສາຍເໜືອອັນນີ້ ຖືວ່າ ເປັນຂ່າວດີ ສໍາລັບ ປະຊາຊົນ.

ບັນຫາທີ່ ປະຊາຊົນ ໃນນະຄອນຫລວງວຽງຈັນ ມັກຈົ່ມມັກສົນທະນາກັນນັ້ນ ແມ່ນຣາຄາສິນຄ້າ ອຸປະໂພກ ແລະ ບໍຣິໂພກ ທີ່ຍັງແພງ ຢູ່ຄືເກົ່າ. ສິນຄ້າ ຫລາຍຊະນິດບາງຄັ້ງ ແພງຂື້ນຫລາຍ ກ່ວາເກົ່າຊໍ້າໄປ, ໂດຍສະເພາະ ໃນລະຍະ ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ນີ້ສິນຄ້າປະເພດ ອາຫານເຊັ່ນວ່າຊີ້ນປາຊື່ງເປັນ ຣາຄາແພງ ທີ່ຂາຍກັນມາຕັ້ງແຕ່ ລະຍະໄພນໍ້າຖ້ວມພຸ້ນກໍຍັງແພງ ຄືເກົ່າແລະ ມີທ່າທີ ແພງຂື້ນ ຫລາຍກ່ວາເກົ່າອີກ.

ສໍາລັບສິນຄ້າ ປະເພດວັສະດຸກໍ່ສ້າງ ກໍຍິ່ງແພງເພາະວ່າ ພໍ່ຄ້າ ອ້າງວ່າ ເປັນສິນຄ້ານໍາເຂົ້າ ຈາກຕ່າງປະເທດຖ້າວ່າຂາຍໃນຣາຄາຖືກກໍຫລຸບທືນ. ການບໍຣິການທີ່ຊາວນະຄອນຫລວງວຽງຈັນມັກນໍາເອົາມາສົນທະນາກັນນັ້ນແມ່ນເຣື້ອງຣາຄາຄ່າໃຊ້ໄຟຟ້າ. ຊາວວຽງຈັນວ່າຄັນເວົ້າວ່າຣາຄານໍ້າມັນຂື້ນໆລົງໆນີ້ກໍພໍຟັງໄດ້ຢູ່ເພາະວ່າລາວເຮົາບໍ່ມີບໍ່ນໍ້າມັນແລະບໍ່ສາມາດຜລິດນໍ້າມັນດ້ວຍຕົນເອງໄດ້, ສ່ວນຣາຄາໄຟຟ້າແພງນີ້ມັນກໍຟັງຍາກແນ່ນ້ອຍນື່ງທັ້ງໆທີ່ປະເທດລາວມີເຂື່ອນຜລິດກະແສໄຟຟ້າຫລາຍແຫ່ງແລະຈະມີຫລາຍຂື້ນທຸກໆລະຍະ, ເປັນຫຍັງຣາຄາຄ່າໃຊ້ໄຟຟ້າຄືຈັ່ງວ່າແພງແທ້ໆ.