ຣັຖບານລາວໄດ້ອະນຸມັດ ໃຫ້ບໍຣິສັດທັງພາຍໃນ ແລະຕ່າງປະເທດ ເຂົ້າມາລົງທືນພັທນາ ໂຄງການເຂື່ອນໄຟຟ້າຢູ່ແຂວງໄຊສົມບູນ ຈຳນວນ 31 ໂຄງການ. ເຊິ່ງໃນນັ້ນໄດ້ສ້າງ ສຳເຣັດ ແລະ ໄດ້ຜລິດກະແສໄຟຟ້າຂາຍແລ້ວ 8 ໂຄງການ. ອີງຕາມການຣາຍງານ ຂອງຜແນກ ພະລັງງານແລະບໍ່ແຮ່ ແຂວງໄຊສົມບູນ ໃນກອງປະຊຸມພັກແຂວງ ເມື່ອທ້າຍເດືອນ ພຶສຈິກາ ຜ່ານມາ.
ຕໍ່ກັບຣາຍງານດັ່ງກ່າວ ປະຊາຊົນໃນແຂວງໄຊສົມບູນໄດ້ໃຫ້ ຄວາມເຫັນວ່າ ໃນແຂວງດຽວມີເຖີງ 31 ເຂື່ອນເຫັນວ່າຫຼາຍເກີນໄປ. ປັຈຈຸບັນໃນລາວມີເຖິງ 78 ເຂື່ອນ ແລະ ປະຊາຊົນໃນແຂວງ ກໍມີໄຟຟ້າໃຊ້ທົ່ວເຖິງ ບໍ່ຈຳເປັນຕ້ອງສ້າງເຂື່ອນຫຼາຍປານນັ້ນ, ຖ້າເກີດພັຍພິບັດຂຶ້ນມາ ຜົລກະທົບຈະຕົກຢູ່ກັບປະຊາຊົນ ເຖິງວ່າຣາຍໄດ້ຈາກໄຟຟ້າຈະ ຫຼາຍກໍ່ຕາມ. ດັ່ງປະຊາຊົນແຂວງໄຊສົມບູນ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 09 ທັນວາ 20 ວ່າ:
"ເພາະວ່າຫຼາຍໆບ່ອນຂະເຈົ້າກາສ້າງ ມີຈຳນວນມະຫາສານແລ້ວ ແມ່ນຢູ່ວ່າຣາຍໄດ້ເຣື່ອງໄຟຟ້າມັນມີຫຼາຍ ມັນກາມີຜົລເສັຽຕາມມາ ກາຫຼາຍໆຢ່າງ. ຫາກມັນເກີດມາເນາະ, ເກີດພັຍພິບັດ ຫຼື ວ່າເກີດເຫດສຸດວິສັຍຂຶ້ນມາ ແນວນັ້ນມັນກາເຮັດໃຫ້ຜົລເສັຽຫາຍຕາມມາ ເພາະວ່າ ສ່ວນຫຼາຍປະຊາຊົນກາຢູ່ຕາມລ່ອງແມ່ນໍ້າເດ້."
ປະຊາຊົນໃນ ແຂວງໄຊສົມບູນ ອີກທ່ານນຶ່ງ ກໍໃຫ້ຄວາມເຫັນທີ່ຄ້າຍກັນ, ຄືບໍ່ເຫັນດີໃຫ້ແຂວງໄຊສົມບູນສ້າງເຂື່ອນຫຼາຍປານນັ້ນ, ເທົ່າທີ່ມີຕາມຣາຍງານ ກໍ່ສ້າງສຳເຣັດແລ້ວເຖິງ 8 ເຂື່ອນ, ກໍຍັງຖືວ່າຫຼາຍ ແຕ່ຖ້າຣັຖບານເດີນໜ້າ ສ້າງກໍຂໍໃຫ້ສ້າງ ໃຫ້ໄດ້ ມາຕຖານບໍ່ໃຫ້ເກີດຜົລກະທົບ ຕໍ່ສັງຄົມ ແລະ ສີ່ງແວດລ້ອມຫຼາຍເກີນໄປ. ດັ່ງປະຊາຊົນໄຊສົມບູນ ອີກຄົນນຶ່ງໄດ້ກ່າວວ່າ:
"ຄັນວ່າຊົມໃຊ້ສະເພາະແຂວງເຮົານີ້ ຕອນນີ້ມັນກາພໍແລ້ວ, ແຕ່ວ່າແນວທາງເພິ່ນຊິພັທນາ ເຮົາກາຫ້າມບໍ່ໄດ້ ເອົາຫຼາຍແທ້ກາບໍ່ຢາກ ເຫັນດີຫັ້ນແຫຼະເນາະ. ກາຢາກ ໃຫ້ເຮັດໜ້ອຍ ທີ່ສຸດຫັ້ນແຫຼະ ບໍ່ຢາກໃຫ້ເຮັດຫຼາຍກວ່າ, ວ່າຊັ້ນສະ ແນວຄິດຂອງເຮົາເປັນປະຊາຊົນ ຜູ້ນຶ່ງນີ້ນ່າ."
ການສ້າງເຂື່ອນໄຟຟ້າ ຂຶ້ນມາຫຼາຍບໍ່ໄດ້ເຮັດໃຫ້ຄຸນນະພາບຊີວິດ ແລະ ການເປັນຢູ່ ຂອງປະຊາຊົນດີຂຶ້ນ. ເພາະຜ່ານມາກາເຫັນແຈ້ງ ແລ້ວວ່າ ແຂວງໄຊສົມບູນ ຄືແຫຼ່ງຂຸດຄົ້ນບໍ່ຄຳ ທີ່ໃຫຍ່ ທີ່ສຸດໃນລາວ. ຜ່ານມາຫຼາຍປີ ຊີວິດການເປັນຢູ່ຂອງຊາວບ້ານ ໃນພື້ນທີ່ກໍຍັງ ລຳບາກ. ດັ່ງຊາວບ້ານໃນ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:
"ເຣື່ອງນີ້ມັນກາບໍ່ຕ່າງຫຍັງ ຄືແຕ່ກ່ອນຜ່ານມາ. ເຣື່ອງຂຸດບໍ່ເງິນ, ບໍ່ຄຳແລະບໍ່ທອງຫັ້ນແຫຼະ ແບບນັ້ນແຫຼະ ສະນັ້ນເຣື່ອງເຂື່ອນໄຟຟ້າ ນີ້ກາຄືກັນແຫຼະ ອັນນັ້ນມາເວົ້າເຣື່ອງ ສິຜົລປໂຍດປະຊາຊົນ ມັນບໍ່ໄດ້ຫຍັງດອກ."
ໂຄງການສ້າງເຂື່ອນ ໃນລາວ ຣັຖບານລາວຖືວ່າເປັນ ບູຣິມະສິດ ໃນການພັທນາປະເທດ ແລະ ເປັນປໂຍດສູງສຸດ ຂອງປະເທດ ເຖິງແມ່ນວ່າການສ້າງເຂື່ອນຈະມີຜົລກະທົບດ້ານສີ່ງ ແວດລ້ອມ ແລະ ປະຊາຊົນກໍຕາມແຕ່ ຣັຖບານກໍເດີນໜ້າສ້າງ. ດັ່ງວິຊາການ ດ້ານສິ່ງແວດລ້ອມ ທີ່ຂໍສງວນຊື່ ແລະ ຕຳແໜ່ງໄດ້ກ່າວວ່າ:
"ຄັນຖ້າວ່າຣັຖບານເພີ່ນຕັດສິນໃຈ ວ່າຜົລໄດ້ຮັບມາ ຄວນເບິ່ງວ່າອັນໃດ ໄດ້ຮັບຜົລປໂຍດສູງສຸດ ຂອງປະເທດ. ທັສນະວິຊາການ ເຮົາກາບໍ່ຢາກໃຫ້ສ້າງແລ້ວ ເພື່ອວ່າ ອະນຸຮັກ ປ່າໄມ້ສັດນໍ້າສັດປ່າເນາະ."
ແຂວງໄຊສົມບູນເປັນແຂວງ ຕັ້ງໃໝ່ ທີ່ມີຄວາມອຸດົມສົມບູນ ທາງທັມມະຊາດ ໂດຍມີແມ່ນໍ້າຫຼາຍສາຍ ເປັນທ່າແຮງສຳຄັນໃນ ການກໍ່ສ້າງເຂື່ອນໄຟຟ້າ ເຊິ່ງຣັຖບານລາວໄດ້ເລັງໃສ່ ການພັທນາເຂື່ອນໄຟຟ້າ ແລະ ໂຄງການຂຸດຄົ້ນບໍ່ແຮ່. ໂດຍການເຂົ້າມາ ລົງທຶນຂອງບໍຣິສັດ ເອກຊົນທັງພາຍໃນ ແລະ ຕ່າງປະເທດນັ້ນ ແຕ່ລະໂຄງການ ກໍມີຄວາມແຕກຕ່າງ ບາງໂຄງການ ແຂວງ ອະນຸມັດ ແລະ ບາງໂຄງການຣັຖບານລາວ ອະນຸມັດ. ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ກ່າວວ່າ:
"ເຣື່ອງການສ້າງເຂື່ອນ ຂະເຈົ້າກາຂັ້ນແຂວງ ກາໃຫ້ເປັນຂນາດນ້ອຍ ເນາະ, ຂນາດໃຫຍ່ອາຈຊິບໍ່ມີແລ້ວເນາະ, ເພາະວ່າສາຍນໍ້າ ແຕ່ລະບ່ອນກາເຫັນວ່າມີຈຸດ ຂອງບັນດາບໍຣິສັດ ເຊັນ MOU ໝົດແລ້ວ ເຊັນສຶກສາ ແຕ່ວ່າຂະເຈົ້າ ກາບໍ່ໄດ້ລົງມືເນາະ ຄື ເຂື່ອນນໍ້າທອງ ເຂື່ອນນໍ້າເມີຍ."
ໃນຈຳນວນເຂື່ອນ 31 ໂຄງການ 14 ໂຄງການແມ່ນອະນຸມັດ ໂດຍຂັ້ນຣັຖບານລາວ ແລະ 17 ໂຄງການ ທີ່ຂັ້ນແຂວງອະນຸມັດແມ່ນ ສ້າງສຳເຣັດໄປແລ້ວ 8 ໂຄງການ. ສ່ວນທີ່ເຫຼືອ ຍັງຢູ່ໃນຂັ້ນຕອນການກໍ່ສ້າງ ແລະ ສຶກສາຄວາມເປັນໄປໄດ້.
ອີງໃສ່ບົດຣາຍງານຂອງ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ເມື່ອທ້າຍເດືອນ ພຶສຈິກາ 2020, ປັຈຈຸບັນມີນັກລົງທຶນ ພາກເອກຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາພັທນາໂຄງານ ເຂື່ອນ 31 ໂຄງການ. ຖ້າສ້າງສຳເຣັດ ມີກຳລັງຕິດຕັ້ງ 3,5 ພັນ ເມກາວັດ ເຊິ່ງໃນນັ້ນສ້າງສຳເຣັດ ແລະ ໄດ້ຜລິດໄຟຟ້າຂາຍແລ້ວ 8 ໂຄງການ.
ນອກຈາກເຂື່ອນ ຣັຖບານ ຍັງອະນຸມັດ ໃຫ້ບໍຣິສັດເອກຊົນເຂົ້າໄປຂຸດຄົ້ນບໍ່ ແຮ່ຄຳ, ທອງ. ດັ່ງບໍຣິສັດ ຢູນານ ຫວູຖ່ານຂວາງເຢ ຂອງຈີນ, ບໍຣິສັດແຊັດວາຍ ບໍ່ແຮ່ ອຸດສາຫະກັມ ປຸງແຕ່ງຈຳກັດ ແລະ ບໍຣິສັດໂຈ້ບຸນມີ ກຣຸບ.