ຈັບຍົກແກ້ງສະແກມເມີ 500 ຄົນ ຢູ່ສະຫວັນ

ໃນນັ້ນ, ມີຄົນຈີນ 300 ປາຍຄົນ ສ່ວນທີ່ເຫຼືອແມ່ນຄົນຊາດອື່ນ

ເຈົ້າໜ້າທີ່ຕໍາຫຼວດ ບຸກທະລາຍ ຈັບຍົກແກ້ງສະແກມເມີ 500 ຄົນ ຢູ່ແຂວງສະຫວັນນະເຂດ ນັບແຕ່ວັນທີ 4-5 ພຶດສະພາ ທີ່ຜ່ານມາ.

ຈັບຍົກແກ້ງສະແກມເມີ 500 ຄົນ ຢູ່ສະຫວັນນະເຂດ - Clone ກຽມສົ່ງສະແກມເມີ ຂຶ້ນວຽງຈັນຮ (RFA Lao)

ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານ ນຶ່ງ ຢູ່ແຂວງສະວັນນະເຂດ ໄດ້ກ່າວຕໍ່ເອເຊັຍເລີລີ ໃນວັນທີ 6 ວ່າ: ໃນຈໍານວນ 500 ປາຍຄົນ, ມີຄົນຈີນປະມານ 300 ປາຍຄົນ ສ່ວນທີ່ເຫຼືອແມ່ນຄົນຊາດອື່ນ.

ໃນການຈັບກຸມຄັ້ງນີ້ ເຈົ້າໜ້າທີ່ຕໍາຫຼວດຈາກກະຊວງປ້ອງກັນຄວາມສະຫງົບ ລົງໄປດໍາເນີນການດ້ວຍຕົນເອງ ຍ້ອນວ່າ ເຈົ້າໜ້າທີ່ຕໍາຫຼວດສະຫວັນນະເຂດ ບໍ່ກ້າຈັບກຸມ.

ໃນການພັກເຊົາຢູ່ແຂວງສະຫວັນນະເຂດ, ສະແກມຄົນນຶ່ງ ຕ້ອງໄດ້ຈ່າຍເງິນໃຫ້ເຈົ້າໜ້າທີ່ຕໍາຫຼວດສະຫວັນນະເຂດ ຖ້າບໍ່ດັ່ງນັ້ນ ເຂົ້າເຈົ້າຈະບໍ່ສາມາດຢູ່ໃນແຂວງໄດ້ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ທ່ານນີ້.

ເຈົ້າໜ້າທີ່ຕໍາຫຼວດ ຈັບກຸມແກ້ງສະແກມເມີ ຢູ່ຕາມ ລີສອດ ແລະ ໂຮງແຮມ ທັງໝົດ 5 ຈຸດ ທີ່ເປັນຂອງນັກທຸລະກິດຊື່ດັ່ງ ຢູ່ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.

ຫຼັງຈາກຈັບກຸມແລ້ວ, ເຈົ້າໜ້າທີ່ ນໍາແກ້ງສະແກມເມີ ຂຶ້ນໃສ່ລົດມານະຄອນຫລວງວຽງຈັນ.

ແກ້ງສະແກມເມີ ທີ່ເປັນຄົນຈີນ ຈະຖືກສົ່ງຄືນໃຫ້ລັດຖະບານຈີນ ເພືຶ່ອດໍາເນີນຄະດີ ຢູ່ປະເທດຈີນ.

ນອກຈາກນີ້ ຢູ່ປະເທດມຽນມາ ແລະ ກໍາປູເຈຍ, ກໍມີການຈັບກຸມແກ້ງສະແກມເມີ ແລ້ວ ສົ່ງໃຫ້ລັດຖະບານ ເພື່ອດໍາເນີນຄະດີ ຢູ່ປະເທດຈີນ ເຊັ່ນດຽວກັນ.