ໜ່ວຍກູ້ໄພລາວ ແລະຕ່າງປະເທດ ຊ້ອມການລຳລຽງຜູ້ປະສົບໄພທີ່ຕິດຖ້ຳ ຢູ່ບ້ານພັນໄຊ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ທັງ 5 ຄົນ ຈາກທັງໝົດ 7 ຄົນ ອອກຈາກຖ້ຳພາຍໃນມື້ນີ້ ຕາມແຜນການ ຂອງທີມກູ້ໄພ
ໃນມື້ວັນທີ 29 ພຶດສະພາ 2026 ເວລາ ປະມານບ່າຍ 3 ໂມງແລງນີ້ ທີມກູ້ໄພທີ່ຢູ່ພາຍໃນຖ້ຳ ກຳລັງຊ້ອມການລຳລຽງຜູ້ປະສົບໄພ ແລະ ລໍຖ້ານັກດຳນ້ຳເຂົ້າໄປສົມທົບ ເພື່ອປະຕິບັດການລຳລຽງຄົນທີ່ຕິດຢູ່ພາຍໃນຖ້ຳອອກຈາກຖ້ຳ
ຍັງຕ້ອງໄດ້ປະເມີນສຸຂະພາບຂອງຜູ້ຕິດຢູ່ພາຍໃນແຕ່ລະຄົນຢ່າງລະອຽດກ່ອນຈະລຳລຽງອອກມາ ຖ້າການປະເມີນສຸຂະພາບຄົນໃດແຂງແຮງແມ່ນຈະລຳລຽງອອກມາກ່ອນ ທັງນີ້ເພື່ອຄວາມປອດໄພຂອງຜູ້ປະສົບໄພໃນລະຫວ່າງການລຳລຽງອອກຈາກຖ້ຳ
ສາເຫດທີ່ຕ້ອງມີການກຽມຄວາມພ້ອມດ້ານກຳລັງນັກດຳນ້ຳຜູ້ຊ່ຽວຊານໄວ້ລ່ວງໜ້ານັ້ນ ກໍເພື່ອຮອງຮັບເຫດສຸກເສີນ ແລະ ຫຼຸດຜ່ອນຄວາມສ່ຽງ ຈາກປະລິມານນ້ຳຝົນທີ່ຈະຕົກລົງມາເພີ່ມຕື່ມໃນມື້ອື່ນ.
ພາລະກິດໃນມື້ວັນທີ່ 29 ພຶດສະພານີ້ ໄດ້ມີຊ່ຽວຊານເດີນທາງມາສົມທົບເພີ່ມເຕີມອີກ 4 ທ່ານ ຈາກ 4 ປະເທດ ໄດ້ແກ່: ຍີ່ປຸ່ນ, ຝຣັ່ງ, ອິນໂດເນເຊຍ ແລະ ໄທ ປະເທດລະ 1 ທ່ານ ເຊິ່ງຈະເຮັດໃຫ້ພາລະກິດນີ້
ສຳລັບຄົນລາວທີ່ຕິດຄ້າງໃນຖໍ້າປັດຈຸບັນ ສາມາດຄົ້ນພົບພຽງແຕ່ 5 ຄົນ ທໍ່ນັ້ນ, ອີກຈຳນວນ 2 ຄົນ ແມ່ນຢູ່ໃນໄລຍະການເລັ່ງຄົ້ນຫາຂອງທິມກູ້ໄພ ສ່ວນລາຍລະອຽດໃນການຄົ້ນຫາອີກຈຳນວນ 2 ຄົນ ຈະມີຄວາມຄືບໜ້າແນວໃດນັ້ນ ທາງການລາວຈະລາຍງານຕື່ມອີກພາຍຫຼັງ
