ແຜນການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງພູງອຍ ຢູ່ແຂວງຈຳປາສັກ ຂອງລັດຖະບານລາວ ຈະມີປະຊາຊົນໄດ້ຮັບຜົນກະທົບໃນດ້ານຕ່າງໆ ທັງໝົດ 86 ບ້ານ ປະຊາ ກອນເກືອບ 10 ພັນປາຍຄົນ ຢູ່ແຂວງຈຳປາສັກ ແລະ ອີກ 6 ບ້ານ ປະຊາກອນອີກຫຼາຍພັນຄົນ ຢູ່ເມືອງໂຂງຈຽມ ແຂວງ ອຸບົນລາດຊະທານີ.
ກ່ຽວກັບຄວາມກັງວົນດັ່ງກ່າວນີ້ ເຮັດໃຫ້ເຄືອຂ່າຍພາກປະຊາສັງຄົມໄທ ຈັດກອງປະຊຸມ ເລື່ອງ “ສາມປີເຂື່ອນພູງອຍ: ຄວາມຈິງ ຜົນກະທົບ ແລະຄຳຕອບຈາກຜູ້ກ່ຽວຂ້ອງ” ໃນ ວັນທີ່ 12 ພຶດສະພາ 2026 ທີ່ມະຫາວິທະຍາໄລອຸບົນລາດຊະທາ ນີ ເຊິ່ງຄວາມເຫັນ ສ່ວນໃຫຍ່ ບໍ່ເຫັນດີໃຫ້ສ້າງເຂື່ອນໄຟຟ້າພູງອຍໃນແມ່ນ້ຳຂອງ ຍ້ອນ ມີຜົນກະທົບ ຫຼາຍກວ່າຜົນປະໂຫຍດທີ່ຈະໄດ້ຮັບ.
ປະຊາຊົນ ແຂວງອຸບົນລາດຊະທານີ ກ່າວວ່າ: “ເພາະວ່າມັນຖືກກະທົບສິ່ງແວດ ລ້ອມ ທັງປູ ທັງປາ ການຫຼໍ່ລ້ຽງຊີວິດຂອງປະຊາຊົນ ທຸກໆ ບໍ່ວ່າ ລາວ ຫຼື ໄທ ກະອາໄສ ປາ ນ້ຳ ຂ້າວ”
ບັນຫາທາງດ້ານສິ່ງແວດລ້ອມ, ພັນປາ, ການຫາປາໃນແມ່ນ້ຳຂອງ ຈະເປັນຜົນກະທົບໂດຍກົງ ທີ່ຈະເຮັດໃຫ້ວິຖີຊີວິດຂອງປະຊາຊົນທັງ 2 ຝັ່ງລາວ-ໄທ ເກິດການປ່ຽນແປງ ເຊັ່ນດຽວກັບເຂື່ອນອື່ນໆ ທີ່ສ້າງໄປກ່ອນໜ້ານີ້
ໃນກອງປະຊຸມຄັ້ງນີ້ ພາກປະຊາສັງຄົມໄທ ເຫັນວ່າ ຍັງບໍ່ມີຄວາມຈຳເປັນຮີບດ່ວນ ທີ່ຈະສ້າງເຂື່ອນພູງອຍຂຶ້ນ ຄວນຈະສຶກສາຜົນກະທົບດ້ານສິ່ງແວດລ້ອມ-ສັງຄົມ ແລະຊີ້ແຈງຜົນການລາຍງານ ໃຫ້ປະຊາຊົນໄດ້ຮັບຮູ້ຢ່າງລະອຽດນຳດ້ວຍ
ທ່ານ ຫານນະລົງ ເຍົາວະເລິດ ປະທານມູນລະນິທິເພື່ອການບໍລິຫານຈັດການແມ່ນ້ຳແບບບູລະນາການ ກ່າວວ່າ “ຂ້ອຍຍັງບໍ່ເຫັນມີຄວາມຈຳເປັນຮີບດ່ວນໃນມື້ນີ້ ວ່າຈະຕ້ອງຮີບພັດທະນາໂຄງການນີ້ ຍືດໄປ 10 ປີ 20 ປີກໍໄດ້ ເພາະໄຟຟ້າມັນເຫຼືອຫຼາຍປານນີ້ ຄື ຂ້ອຍບໍ່ໄດ້ເບິ່ງແຕ່ວ່າ ສິ່ງແວດລ້ອມມັນກະທົບແບບໃດ ລາຍ ງານ EIA ສົ່ງມາຄົບ ຫຼື ບໍ່ຄົບ ແຕ່ຂ້ອຍເບິ່ງວ່າ ມັນມີຄວາມຈຳເປັນຮີບດ່ວນຫຍັງ ທີ່ຈະຕ້ອງມີການສ້າງເຂື່ອນພູງອຍ”
ຫາກລັດຖະບານລາວ ອະນຸມັດໃຫ້ສ້າງເຂື່ອນພູງອຍ ຈະສົ່ງຜົນໃຫ້ລະດັບນ້ຳ ແມ່ນ້ຳຂອງສູງຂຶ້ນ ແລະຖ້ວມຫາດຊາຍ, ເກາະ-ດອນ ໄຮ່ນາ ຮັ່ວສວນ ເຮືອນຢູ່ອາໄສ ວັດ ຮ້ານອາຫານແຄມຂອງ ແລະອຸທະຍານແຫ່ງຊາດ ໃນນະຄອນປາກເຊ, ເມືອງໂພນທອງ ແຂວງຈຳປາສັກ ແລະເມືອງໂຂງຈຽມ ແຂວງອຸບົນລາດຊະທານີ
