ອັດຕະປື ຂຸດຄໍາຫຼາຍ ແຕ່ ເງິນໄປໃສ

ລັດຖະບານລາວ ໃຫ້ຫວຽດນາມ ເຂົ້າມາສໍາປະທານຂຸດຄໍາຢູ່ເຂດວັງຕັດ

ລັດຖະບານລາວ ໃຫ້ຫວຽດນາມ ເຂົ້າມາສໍາປະທານຂຸດຄໍາຢູ່ເຂດວັງຕັດ ເມືອງຊານໄຊ ແຂວງອັດຕະປື ເປັນບໍລິເວນກວ້າງ, ແຕ່ ລາຍຮັບບໍ່ມີການເປີດເຜີຍໃຫ້ຮູ້ວ່າ ໄດ້ເທົ່າໃດ, ຕົກເປັນສັດສ່ວນຂອງລາວເທົ່າໃດ ໃນແຕ່ລະປີ.

ອັດຕະປື ຂຸດຄໍາຫຼາຍ ແຕ່ ເງິນໄປໃສ

ຂໍ້ມູນຈາກ ບໍລິສັດ ບໍ່ຄໍາວັງຕັດ ໄດ້ລະບຸວ່າ ບໍລິສັດ ໄດ້ສໍາປະທານຂຸດຄໍາ ຢູ່ເຂດເມືອງຊານໄຊໃນເນື້ອທີ່ປະມານ 400 ກິໂລແມັດກາເລ ຖ້າຄິດໄລ່ ເປັນເນື້ອທີ່ແລ້ວ ຕົກຢູ່ ຄວາມຍາວປະມານ 50 ກິໂລແມັດ ຄວາມກ້ວາງ ປະມານ 8 ກິໂລແມັດ.

ບໍ່ຄໍາວັງຕັດ ເລີ່ມດໍາເນີນການແຕ່ປີ 2009 ເປັນຕົ້ນມາ ຈົນມາເຖິງປັດຈຸບັນພະນັກງານປະມານ 1,000 ຄົນ, ມີຄົນຈົກ ແລະ ລົດບັນທຸກປະມານ 500 ຄັນ ມີການຂຸດຄົ້ນທັງກາງເວັນ ແລະ ກາງຄືນ ອີງຕາມຂໍ້ມູນຜູ້ທີ່ເຮັດວຽກຢູ່ບໍ່ຄໍາວັງຕັດ.

ບໍລິສັດ ຫວຽດນາມ ຮ່ວມກັບ ກະຊວງປ້ອງກັນປະເທດຂອງລາວ ດໍາເນີນການຂຸດຄົ້ນ, ແຕ່ ລາຍຮັບໃນແຕ່ປີ ບໍ່ມີການເປີດເຜີຍໃຫ້ຮູ້ຢ່າງເປັນທາງການ.

ແຫຼ່ງຂ່າວ ຢູ່ແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຍເສລີວ່າ ມີອາດດີດຜູ້ນໍາລາວ ໃຫ້ຫວຽດນາມເຂົ້າມາຂຸດຄົ້ນ ແລະ ໄດ້ຮັບສ່ວນແບ່ງຈາກການຂຸດຄົ້ນຄໍາດັ່ງກ່າວ.

ໃນເບື້ອງຕົ້ນ ກໍມີການຂຸດຄົ້ນບໍ່ຫຼາຍປານໃດ, ແຕ່ ປີ 2019 ເປັນຕົ້ນມາ ມີການເພີ່ີມກໍາລັງການຜິດຕະຫລອດ 24​ ຊົ່ວໂມງ. ປັດຈຸບັນ ມີຂ່າວວ່າ ບໍລິສັດ ດັ່ງກ່າວ ຈະໄດ້ສໍາປະທານແຫ່ງຂຸດຄໍາແຫ່ງໃໝ່ ຢູ່ເຂດໜອງໄກ່ໂອກ ເມືອງຊານໄຊ.

ມີຄົນກັງວົນວ່າ ໃນຕໍ່ໜ້າບໍ່ຄໍາຢູ່ແຂວງອັດຕະປື ກໍຄົງຈະໝົດໄປໃນທີ່ສຸດ ນັ້ນຈະເປັນການປິດຕໍານານ ຄໍາວ່າ ອັດຕະປື ຂາຍຄໍາແລກໄກ່.