70,000 ຄະດີ ຍັງຄ້າງສາງ ບໍ່ຖືກປະຕິບັດ ປະຊາຊົນບໍ່ເຊືຶ່ອໝັ້ນສານລາວ

ເຈົ້າໜ້າທີ່ສານ ມັກຈະເກັບສໍານວນຄະດີໃສ່ລິ້ນຊັກເອົາໄວ້ ເຮັດໃຫ້ຄະດີແກ່ຍາວ

ປະເທດລາວ ມີປະມານ 70,000 ຄະດີ ທີ່ສານຍັງບໍ່ທັນໄດ້ຕັດສິນ ສ່ວນປະຊາຊົນ ກໍບໍ່ມີິຄວາມເຊື່ອໝັ້ນຕໍ່ລະບົບຂະບວນການຍຸຕິທໍາລາວ.

70,000 ຄະດີ ຍັງຄ້າງສາງ ບໍ່ຖືກປະຕິບັດ ສາເຫດ ທີ່ມີ 70,000 ຄະດີ ທີ່ຍັງບໍ່ທັນຕັດສິນ ແລະ ບໍ່ໄດ້ຖືກແກ້ໄຂຂາດໂຕ ຍ້ອນວ່າ ລະບົບພັກພວກ ແລະ ການໃຫ້ສິນບົນເຈົ້າໜ້າທີ່ສານ. (RFA Video)

ນັກກົດໝາຍ ທ່ານ ໄດ້ກ່າວຕໍ່ເອເຊັຽເສລີລວ່າ: ສາເຫດ ທີ່ມີ 70,000 ຄະດີ ທີ່ຍັງບໍ່ທັນຕັດສິນ ແລະ ບໍ່ໄດ້ຖືກແກ້ໄຂຂາດໂຕ ຍ້ອນວ່າ ລະບົບພັກພວກ ແລະ ການໃຫ້ສິນບົນເຈົ້າໜ້າທີ່ສານ.

ເຈົ້າໜ້າທີ່ສານ ມັກຈະເກັບສໍານວນຄະດີໃສ່ລິ້ນຊັກເອົາໄວ້ ເຮັດໃຫ້ຄະດີແກ່ຍາວ ເພື່ີອໃຫ້ໂຈດ ຫຼື ຈໍາເລີຍ ມາຈ່າຍເງິນໃຫ້ ແລ້ວ ກໍມີການອຸທອນຕໍ່ໆກັນໄປ ເຮັດໃຫ້ຄະດີແກ່ຍາວ ຊຶ່ງບາງກໍລະນີ ຄູ່ກໍລະນີ ຈົນເສຍຊີວິດໄປ ກໍມີ ອີງຕາມຂໍ້ມູນຈາກນັກກົດໝາຍທ່ານນີ້.

ຜູ້ຖືກໂທດປະຫານຊີວິດຄະດີຄ້າຢາເສບຕິດ ຖືກກັກຂັງຢູ່ປະມານ 10-15 ປີ ແລ້ວ ກໍຖືກປ່ອຍໂຕອອກ ຫຼັງຈາກທີ່ເຫດການມິດມຽບໄປ.

ເອເຊັຍເສລີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ທາງການລາວທ່ານນຶ່ງ ເພືຶ່ອຖາມຄໍາເຫັນກ່ຽວກັບເລື່ອງນີ້, ແຕ່ ເຈົ້າໜ້າທີ່ທ່ານນີ້ ບໍ່ໄດ້ຕອບໂດຍກົງ ທ່ານ ແນະນໍາໃຫ້ໄປເບິ່ງ ເອກະສານບົດລາຍງານຂອງລັດຖະບານລາວໄປສະເຫນີຕໍ່ສະພາສິດທິມະນຸດ ສປຊ ໃນປີ 2024 ແລະ 2025 ( ເວັບໄຊທາງການຂອງ UN Human Rights Concil and Treaty Bodies ) ຈະໄດ້ຂໍ້ມູນທັງຫມົດທີ່ຊອກຫາກ່ຽວກັບການປະຕິບັດສິດທິມະນຸດ ແລະ ກົດຫມາຍຢູ່ລາວ.

ປະຊາຊົນລາວ ສ່ວນຫຼາຍບໍ່ມີຄວາມເຊື່ອໝັ້ນ ຕໍ່ລະບົບຍຸຕິທໍາຂອງລາວ ຍ້ອນວ່າ ໃນເວລາໄປເຈົ້າໜ້າທີ່ສານ ເຂົາເຈົ້າຕ້ອງໄດ້ເສັຍເງິນກ່ອນ ເຈົ້າໜ້າທີ່ສານຈຶ່ງດໍາເນີນການໃຫ້.