ເຂດເສຖກິດພິເສດ ແຂວງບໍ່ແກ້ວ ຍັງຖ້າອະນຸມັດ

ຍັງບໍ່ມີການ ເຮັດບົດວິພາກ ທາງເສຖກິດ-ສັງຄົມ ໃນເຂດ ເສຖກິດພິເສດ ແຂວງບໍ່ແກ້ວ ຍ້ອນວ່າ ບໍ່ໄດ້ຮັບ ອະນຸມັດ ຈາກ ຣັຖບານລາວ ເທື່ອ.

ປັຈຈຸບັນ ຍັງບໍ່ມີ ການເຮັດ ບົດວິພາກ ເສຖກິດ-ສັງຄົມ ກ່ຽວກັບ ຜົລກະທົບ ຈາກການສ້າງ ເຂດເສຖກິດ ພິເສດ ສະເພາະ ຂອງບໍຣິສັດ ດອກງິ້ວຄໍາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍ້ອນວ່າ ຍັງບໍ່ໄດ້ ຮັບການ ອະນຸມັດຈາກທາງ ຣັຖບານລາວ. 

ຖ້າໄດ້ຮັບການ ອະນຸມັດ ແລ້ວ ທາງຣັຖບານ ແລະບໍຣິສັດ ດອກງິ້ວຄໍາ ຕ້ອງໄດ້ເຮັດ ສັນຍາກັນ ໃໝ່ໝົດ. ເຈົ້າໜ້າທີ່ ຜແນກ ວິຈັຍໂຄງການ ກົມສົ່ງເສີມ ການລົງທຶນ ກະຊວງແຜນການ ແລະ ການລົງທຶນ ກ່າວວ່າ:

"ໂຄງການນີ້ ຣັຖບານ ຍັງພິຈາຣະນາ ຢູ່ ຍັງບໍ່ໄດ້ ຕົກລົງເທື່ອ ຕ້ອງລໍຖ້າ ເພາະຖ້າວ່າ ຣັຖບານ ອະນຸມັດແລ້ວ ຕ້ອງໄດ້ມີ ເຊັນສັນຍາ ກັບບໍຣິສັດ ຄືນໃໝ່ຢູ່ ກໍຕ້ອງລໍ ຣັຖບານ ຕົກລົງກ່ອນ ຕອນນັ້ນແລ້ວ ສິເວົ້າກັນໃໝ່ ເວລາຕຽມເຮັດ ສັນຍາພຸ້ນລະ".  

ທ່ານກ່າວ ຕໍ່ໄປວ່າ ສໍາລັບດໍາຣັດ ວ່າດ້ວຍ ພັທນາຈາກເຂດ ສັມປະທານ ທ່ອງທ່ຽວ ເປັນເຂດ ເສຖກິດນັ້ນ ຍັງບໍ່ມີ ການຕົກລົງ ທາງດ້ານຫລັກການ ຈາກທາງຣັຖບານ ເພາະຍັງຢູ່ໃນ ຂັ້ນຕອນຂອງການ ພິຈາຣະນາ. ດໍາຣັດ ດັ່ງກ່າວ ຈໍາເປັນຕ້ອງ ພິຈາຣະນາ ຢ່າງລະອຽດ ຊຶ່ງກໍອາຈມີ ຂໍ້ບົກຜ່ອງ ທີ່ຕ້ອງແກ້ໄຂ ຫລືປັບປຸງ ຄືນໃໝ່  ດັ່ງເຈົ້າໜ້າທີ່ ຂັ້ນສູງ ສະພາແຫ່ງຊາດ ກ່າວວ່າ:

"ຢູ່ທາງສະພາ ແຫ່ງຊາດ ໄດ້ມີການ ຕິດຕາມ ກວດກາ ໄດ້ເຫັນຢູ່ວ່າ ກອງປະຊຸມ ທາງຣັຖບານ ເພິ່ນໄດ້ຕຽມ ເຣື້ອງດໍາຣັດ ແຕ່ກໍຍັງ ບໍ່ທັນໄດ້ ເຫັນຕົວຈິງເທື່ອ ຈະເຊັນຫລືແນວໃດ ປັບປຸງຄືນບໍ່ ບາງມາຕຣາ ບາງຫຍັງບໍ່".

ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ກົມສົ່ງເສີມ ການລົງທຶນ ແລ້ວແມ່ນວ່າ ມາໃນຂນະນີ້ ຍັງບໍ່ມີຄວາມ ຄືບໜ້າ ກ່ຽວກັບ ເຣື້ອງດໍາຣັດ ວ່າດ້ວຍໂຄງການ ເສຖກິດ ສະເພາະນັ້ນ ຊຶ່ງເປັນໜ້າທີ່ ຂອງຣັຖບານ ທີ່ຈະຕັດ ສິນໃຈວ່າຈະ ອະນຸມັດ ຫລືບໍ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org