ທາງການ ສັ່ງຢຸດຕິ; ແຕ່ຍັງມີ ກິຈກັມ ໄມ້ເຖື່ອນຢູ່

ຍັງມີ ກາຣລັກລອບ ຕັດໄມ້ ທຳລາຍປ່າ ໃນລາວ ຕລອດມາ ທັ້ງໆທີ່ ທາງຣັຖບາລ ໄດ້ອອກ ກົດໝາຍ ຫ້າມກໍຕາມ.

0:00 / 0:00

ເຈົ້າໜ້າທີ່ ກະຊວງ ກະສິກັມ ແລະ ປ່າໄມ້ ຂອງລາວ ຜູ້ໜື່ງ ຍອມຮັບວ່າ ຍັງມີ ກາຣລັກລອບ ຕັດໄມ້ ທຳລາຍປ່າ ຕລອດມາ ໂດຽສະເພາະ ໄມ້ສັກ, ໄມ້ດູ່, ໄມ້ຂຍຸງແລະ ໄມ້ອື່ນໆ ທີ່ມີ ຣາຄາແພງ ແລະ ຫາຍາກ ຍ້ອນໄດ້ຮັບ ຄວາມສະດວກ ຈາກຜູ້ມີ ອຳນາຈ, ດັ່ງທີ່ ທ່ານ ໄດ້ກ່າວ ຕໍ່ທາງ ວິທຍຸ ເອເຊັຍເສຣີ ໃນຕອນໜື່ງ ວ່າ:

“ມັນມີ ແຕ່ເຖົ້າແກ່ໄທ ມາຊອກເອົາ ຢູ່ນີ້, ມັນກໍ ຍາກຢູ່ ປະເທດ ດ້ອຍພັທນາ. ນາຍທືນ ຕໍ່ ນາຍທືນ ມີເງີນ ມັນກໍ, ມັນກໍ ມາຈ້າງເອົາ, ມັນກໍ ມາລັກເອົາ”

ເຈົ້າໜ້າທີ່ ລາວ ດັ່ງກ່າວ ໄດ້ແຈ້ງ ອີກວ່າ: ແຂວງ ຄຳມ່ວນ ກໍເປັນ ແຂວງໜື່ງ ທີ່ມີ ຊັພຍາກອນ ປ່າໄມ້ ຢ່າງໜາແໜ້ນ ແລະ ປະຊາຊົນ ໂດຽທົ່ວໄປ ກໍມີ ຣາຍໄດ້ ໃນຣະດັບກາງ ຊຶ່ງສ່ວນໜື່ງ ກໍເປັນ ລູກຈ້າງ ລັກລອບ ຕັດໄມ້ ໃຫ້ນາຍທືນ ຕ່າງປະເທດ ໂດຽມີ ເຈົ້າໜ້າທີ່ ຜູ້ມີອຳນາຈ ໃນລາວ ເປັນຜູ້ຢູ່ ເບື້ອງຫລັງ ໃຫ້ຄວາມສະດວກ ໃນກາຣ ສົ່ງໄມ້ອອກ ໄປຕ່າງແຂວງ ຫລື ປະເທດ ເພື່ອນບ້ານ ແລະ ໄມ້ ສ່ວນໜື່ງ ກໍນຳມາ ແປຮູບ ເປັນຜລິຕພັນ ເພື່ອສົ່ງ ໄປຂາຍ ຍັງຕ່າງປະເທດ ອີກ ທາງໜື່ງ. ສະພາບກາຣ ດັ່ງກ່າວ ມີມາ ຢ່າງຕໍ່ເນື່ອງ ທັ້ງໆທີ່ ທາງກາຣລາວ ໄດ້ປະກາດ ຫ້າມຢ່າງ ເອົາຈິງ ເອົາຈັງ. ນອກຈາກ ພາກສ່ວນ ທີ່ໄດ້ຮັບ ສັມປະທານ ໃນເມື່ອກ່ອນ ເທົ່ານັ້ນ ທີ່ມີສິທ ຕັດໄມ້ໄດ້, ດັ່ງທີ່ ທ່ານໄດ້ແຈ້ງ ເພີ່ມວ່າ:

“ຈີງຈັງດີ..ເຣື່ອງຕັດໄມ້ ຈີງຈັງ 100% ເຂົາຈັບກັນ ເຂົາຍຸຕິ ມັນບໍ່ຄືຢູ່ໄທຽ ຄັນເພີ່ນສັ່ງໃຫ້ຢຸດ ຕ້ອງຢຸດໝົດ ມັນເປັນ ຄຳສັ່ງ ຂອງນາຍົກ ຣັຖມົນຕຣີ ທຸກຄົນຕ້ອງປະຕິບັຕ”.

ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້ແຈ້ງ ເພີ່ມວ່າ: ທາງກາຣລາວ ໄດ້ຍົກເລີກ ກາຣໃຫ້ສັມປະທານ ຕັດໄມ້ ແບບເດີມ ໂດຽມີ ກາຣຫ້າມ ບໍ່ໃຫ້ສົ່ງ ໄມ້ທ່ອນ ອອກຂາຍ ນອກປະເທດ ພ້ອມທັງ ມີກົດຣະບຽບ ເພື່ອໃຫ້ມີ ແຕ່ກາຣສົ່ງ ໄມ້ແປຮູບ ເທົ່ານັ້ນ ອອກຂາຍ ໄປຍັງ ຕ່າງປະເທດ ແລະ ກໍມີ ຈຳນວນ ທີ່ຈຳກັດ ໃນປັຈຈຸບັນນີ້.