ເຂດເສຖກິຈພິເສດ ເຊໂປນ ເລີ້ມກິຈການປີນີ້
2010.02.04
ຄາດວ່າຈະມີ ຫລາຍບໍຣິສັດ ທຸຣະກິຈ ແລະ ໂຮງງານໃນເຂດ ເສຖກິດພິເສດ ເຊໂປນ ແຂວງສວັນນະເຂດ ຊື່ງກໍາລັງ ເລີ້ມກໍ່ສ້າງ ຢູ່ນີ້ຈະສໍາເຣັດ ແລະ ເລີ້ມດໍາເນີນ ງານພາຍໃນປີ 2010 ນີ້ ຕາມການເປີດເຜີຽ ຂອງເຈົ້າໜ້າທີ່ເຂດ ເສຖກິດພິເສດ ເຊໂປນ ທີ່ມີຊາຍແດນ ຕິດກັບວຽດນາມ:
"ມັນຈະຢູ່ໃນ ສັນຍາ ຄາດວ່າ ຫລາຍໂຮງງານ ແມ່ນຈະໃຫ້ ສໍາເຣັດໃນປີ 2010. ມັນຈະມີ ໂຮງງານເຫລົ້າລາວ ແລ້ວກໍໂຮງງານ ຕາກກາວີ ຕັດຫຍິບ ຕາມສັນຍາ ເນາະ ແລ້ວມັນກໍມີ ບໍຣິສັດ ອຸດສາຫະກັມ ຂົນສົ່ງ ມີໂຮງງານ ເມັດຢາງ ຄາດວ່າໃນປີ 2010ນີ້ ໃຫ້ສໍາເຣັດ".
ທ່ານວ່າ ປັດຈຸບັນນີ້ ມີໂຮງງານດຽວ ເທົ່ານັ້ນ ທີ່ກໍ່ຕັ້ງ ແລະ ທໍາການຜລິດແລ້ວ ຄືໂຮງງານ ຜລິດຢາງໃນ ຂອງກົງຣົຖຈັກ ຊື່ງເປັນ ບໍຣິສັດຂອງຈີນ. ສ່ວນໂຄງການ ອື່ນໆ ທີ່ຢູ່ໃນຂັ້ນຕອນ ກໍ່ສ້າງນັ້ນກໍມີ ທະນາຄານພົງສວັນ ໂຮງແຮມຣີຊ໊ອທ ພົງສວັນ ບໍຣິສັດ ປະກັນໄພ ລາວ-ວຽດ.
ບໍຣິສັດ ທີ່ສົນໃຈ ມາລົງທືນ ໃນເຂດ ເສດຖກິດພິເສດ ເຊໂປນ ສ່ວນໃຫ່ຽແມ່ນ ບໍຣິສັດ ຈາກປະເທດຈີນ ແລະວຽດນາມ ແຕ່ວ່າ ໃນປັດຈຸບັນນີ້ ບໍ່ທັນມີຫລາຍ ໂຄງການ ມາລົງທືນ ເທົ່າທີ່ຄວນ:
"ໂຄງການ ເຂົ້າມາແທ້ ປັດຈຸບັນ ກໍບໍ່ທັນມີຫລາຍ ບາງໂຄງການ ຫາກໍເຂົ້າມາ ແບບສັມປະທານ ທີ່ດິນແລ້ວ ແລ້ວກໍບໍ່ທັນ ໄດ້ລົງມືກໍ່ສ້າງ ພຽງແຕ່6-7 ບໍຣິສັດ ຫລື 6-7ໂຄງການ. ຖ້າວ່າ ເອົາເຕັມໂຕຈິງ ແທ້ນີ້ກໍປະມານ ສິບກວ່າໂຄງການ ຂື້ນເມືອຫາ20".
ໂຄງການເຂດ ເສຖກິດພິເສດ ເຊໂປນ ເປັນໂຄງການ ແຫ່ງທີ່ສອງຂອງ ແຂວງສວັນນະເຂດ ທີ່ຕັ້ງຢູ່ສົ້ນສຸດ ຂອງທາງເລກ9 ທີ່ຕິດກັບ ຊາຍແດນວຽດນາມ. ຣັຖບານລາວ ມີຈຸດປະສົງວ່າ ໂຄງການເຂດ ເສຖກິດພິເສດ ສວັນ-ເຊໂນ ແລະ ໂຄງການເຂດ ເສຖກິດພິເສດ ເຊໂປນ ຈະເປັນບ່ອນ ອໍານວຍ ຄວາມສະດວກ
ແກ່ການລົງທືນ ຕ່າງປະເທດ ທີ່ດີໃນ ອະນາຄົດ.









