ຈີນຈະໃຫ້ທຶນ ນັກສຶກສາລາວ
2010.08.12
ເມື່ອຕອນແລງ ຂອງວັນທີ 9 ສິງຫາ 2010 ທີ່ສະຖານທູດຈີນ ນະຄອນຫລວງ ວຽງຈັນ ໄດ້ມີການ ຈັດງານລ້ຽງສົ່ງ ນັກສຶກສາລາວ ທີ່ຈະໄປ ຮຽນຕໍ່ຢູ່ ປະເທດຈີນ.
ໃນງານລ້ຽງສົ່ງ ມາດາມ ປູ ຈຽນ ກົວ ເອກອັຄຣາຊທູຕ ຈີນ ໄດ້ກ່າວໃນ ຕອນນຶ່ງວ່າ “ ພາຍໃຕ້ຄວາມ ພຍາຍາມ ຮ່ວມມື ຂອງ ຣັຖບານຈີນ ແລະ ຣັຖບານລາວ ໃນການຄັດເລືອກ ນັກສຶກສາ ລາວ ທີ່ຈະໄປ ຮຽນຕໍ່ຢູ່ຈີນ ໃນສົກການ ສຶກສາປີ 2010 – 2011 ກໍໄດ້ຮັບ ຜົນສຳເຣັດ ຢ່າງຈົບງາມ ຊຶ່ງໃນມໍ່ໆນີ້ ນັກສຶກສາ ຈຳນວນ 52 ຄົນ ທີ່ຜ່ານການ ຄັດເລືອກ ກໍຈະເດີນທາງ ໄປເຂົ້າ ມະຫາວິທະຍາໄລ ຈີນ ໃນ 30 ກວ່າແຫ່ງ ທີ່ຕັ້ງຢູ່ ຫລາຍທ້ອງຖິ່ນ ຂອງຈີນ. ວິຊາສະເພາະ ທີ່ນັກສຶກສາ ຈະຮຽນ ມີ 20 ກວ່າວິຊາ ເປັນຕົ້ນວິຊາ ພາສາຈີນ ວິຊາເສຖກິດ ການຄ້າ ສະພາບແວດລ້ອມ ແພດສາດ ການພົວພັນ ສາກົນ ແລະ ວິຊາອື່ນໆ. ຕາມລາຍງານ ຂ່າວທ້ອງຖິ່ນ ຈາກນະຄອນ ຫລວງວຽງຈັນ.
ມາດາມ ປູ ຈຽນ ກົວ ເວົ້າຕໍ່ໄປວ່າ ຕັ້ງແຕ່ປີ 2011 ເປັນຕົ້ນໄປ ຣັຖບານຈີນ ຈະພຍາຍາມ ສ້າງໂອກາດໃຫ້ ນັກສຶກສາລາວ ໄດ້ໄປຮຽນຕໍ່ ຢູ່ປະເທດຈີນ ຫລາຍຂຶ້ນກວ່າ ເກົ່າ ຄືຈະເພີ້ມທຶນ ການສຶກສາ ຂຶ້ນເປັນ 300 ທຶນ ຕໍ່ປີ.
ທີ່ຜ່ານມາ ຣັຖບານຈີນ ໄດ້ສນອງທຶນ ການສຶກສາ ໃຫ້ລາວ ຈຳນວນ 230 ທຶນ. ສຳລັບສົກ ການສຶກສາ ປີນີ້ ຈີນຮັບເອົາ ນັກສຶກສາ ລາວ 167 ຄົນ. ໃນຈຳນວນນັ້ນ ເປັນທຶນຂອງ ຣັຖບານຈີນ 52 ທຶນ ທຶນຂອງເຂດ ກວາງຊີ ຊຶ່ງເປັນ ເຂດປົກຄອງ ຕົນເອງ 40 ທຶນ ທຶນຂອງແຂວງ ຢຸນນານ 65 ທຶນ ແລະທຶນຂອງ ສະຖາບັນ ຂົງຈື້ 10 ທຶນ.









