ຍີ່ປຸ່ນຊ່ວຍເຫລືອ ການສຶກສາແກ່ລາວ

ຣັຖບານ ຍີ່ປຸ່ນ ໃຫ້ການ ຊ່ວຍເຫລືອດ້ານ ການສຶກສາ ແກ່ລາວ ເພີ້ມຂຶ້ນອີກ.
ໂພໄຊສວັດ
2010.09.13

ຣັຖບານ ຍີ່ປຸ່ນ ໄດ້ຕົກລົງ ໃຫ້ທຶນເພື່ອ ສົ່ງເສີມ ການສຶກສາ ໃນລາວ ເປັນເງິນຈຳນວນ ຫລາຍກວ່າ 172 ພັນໂດລາ ສະຫະຣັຖ. ເງິນຈຳນວນ ດັ່ງກ່າວ ໄດ້ມອບໃຫ້ ສະມາຄົມ ອາສາສມັກ ສັນຕິ ຊື່ງເປັນອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ຈາກປະເທດ ຍີ່ປຸ່ນ ເພື່ອດຳເນີນ ໂຄງການ ສົ່ງເສີມການຮຽນ ຂັ້ນປະຖົມ ບໍລິບູນ ໃນເຂດວາປີ ແລະ ເລົ່າງາມ ແຂວງ ສາຣະວັນ ທາງພາກໃຕ້ ຂອງລາວ. 

ພິທີເຊັນ ສັນຍາ ໃນການມອບ ແລະ ຮັບເງິນ ຊ່ວຍເຫລືອນີ້ ໄດ້ຈັດຂຶ້ນຢູ່ ສະຖານທູດ ຍີ່ປຸ່ນ ປະຈຳ ສປປລາວ ໃນມື້ວັນທີ 9 ກັນຍາ 2010. ໂດຍມີ ເອກອັຄຣາຊທູດ ຍີ່ປຸ່ນ ທ່ານ Massaki Miyashita ແລະທ່ານ ບຸນໄຍ ຂັນທະປັນຍາ ຜູ້ປະສານງານ ຝ່າຍການສຶກສາ ຂອງ ສະມາຄົມ ອາສາສມັກ ສັນຕິ.

ສະມາຄົມ ອາສາສມັກ ສັນຕິ ເຮັດໜ້າທີ່ ສົ່ງເສີມ ການຣຽນ ຂັ້ນປະຖົມ ບໍລິບູນ ໂດຍສະເພາະ. ໂຄງການນີ້ ໄດ້ເລີ້ມມາ ແຕ່ປີ 2006 ໃນສອງເຂດ ດັ່ງກ່າວ.
ນອກຈາກນີ້ ຣັຖບານ ຍີ່ປຸ່ນ ກໍຍັງໄດ້ຊ່ວຍ ບໍລິຈາກ ອຸປກອນ ການຮຽນການສອນ ໃຫ້ແກ່ ເດັກນ້ອຍນັກຮຽນ ທີ່ດ້ອຍ ໂອກາດອີກ. ອົງການ Marubeni ຊຶ່ງເປັນມູນນິທິ ເພື່ອການສຶກສາ ຂອງຍີ່ປຸ່ນ ກໍໄດ້ ບໍລິຈາກ ເຄື່ອງນຸ່ງ ຊຸດນັກຮຽນ ແລະອຸປກອນ ການຮຽນ ມີມູນຄ່າ 225 ລ້ານກີບ ໃຫ້ແກ່ເດັກ ນັກຮຽນ ຂັ້ນປະຖົມ, ມັທຍົມຕົ້ນ ແລະ ກາງ ພາຍໃນແຂວງ ສວັນນະເຂດ ອີກ. ໃນເວລາ ດຽວກັນ ກໍໄດ້ມອບ ອຸປກອນການຮຽນ 452 ຊຸດໃຫ້ແກ່ ນັກຮຽນໃນເຂດ ເຊໂປນ ແລະ ເມືອງພີນ.

ພ້ອມດຽວກັນນັ້ນ ກໍໄດ້ມອບ ອຸປກອນ ການຮຽນ 418 ຊຸດ ໃຫ້ແກ່ນັກຮຽນ ຊັ້ນມັທຍົມ ໃນເຂດ ເມືອງໄກສອນ ພົມວິຫານ ແຂວງ ສັວນນະເຂດ. ພິທີມອບ ໄດ້ຖືກຈັດ  ຂຶ້ນຢູ່ ກະຊວງ ສຶກສາທິການ ນະຄອນຫລວງ ວຽງຈັນ ໃນວັນທີ 9 ກັນຍາ 2010. ອົງການ Marubeni ໄດ້ເລີ້ມ ຊ່ວຍເຫລືອແຕ່ປີ 2008 ເປັນຕົ້ນມາ ຊຶ່ງມີມູນຄ່າ 200 ລ້ານກີບ ແລະ ປີ 2009 ມູນຄ່າ 250 ລ້ານກີບ. ທ່ານ Taku Naito ປະທານ ຜູ້ບໍລິຫານ ຝ່າຍ ປະຊາສຳພັນ ຂອງອົງການ Marubeni ເປັນຜູ້ມອບ ແລະທ່ານ ແສງສົມພອນ ວິລະບຸດ ເອກອະທິບໍດີ ຝ່າຍວາງແຜນ ແລະ ການຮ່ວມມື ກະຊວງ ສຶກສາທິການ ເປັນຜູ້ຮັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.