ໄທຈະຊ່ວຍ ການສຶກສາໃນລາວ
ລາວແລະໄທ ຮ່ວມມືກັນ ໃນການ ຍົກຣະດັບ ການສືກສາ ໃນລາວ ໃຫ້ມີ ປະສິດທິພາບ ຫລາຍຂື້ນ.
-
ສິດນີ
2010-07-27 -
-
-
Your browser doesn’t support HTML5 audio
ເອກອັຄຣາຊທູດ ໄທ ປະຈຳລາວ ທ່ານ ວິທະວັດ ສີວິຫົນ ກ່າວວ່າ ທາງການໄທ ຕ້ອງການທີ່ຈະ ຮ່ວມມືກັບ ທາງການລາວ ໃນການພັທນາ ການສືກສາ ໃຫ້ມີ ປະສິດທິພາບ ໃນລາວ.
ທີ່ຜ່ານມາ ທາງການໄທ ໄດ້ຮ່ວມມື ກັບລາວ ໃນບັນຫາ ດັ່ງກ່າວ ມາດົນນານແລ້ວ ຊື່ງໃນ ເວລານີ້ ຝ່າຍໄທ ເຫັນວ່າຄວນ ຈະມີການ ປັບປຸງ ໃຫ້ເປັນຮູບ ເປັນຮອຍ ເນື່ອງຈາກວ່າ ສປປລາວ ຕ້ອງການຍົກ ຣະດັບ ຊັພຍາກອນ ມະນຸດ ໃຫ້ມີ ປະສິດທິພາບ ໃນການສ້າງສາ ພັທນາ ປະເທດຊາດ ດັ່ງທ່ານ ໄດ້ກ່າວວ່າ:
"ເຮົາຕ້ອງ ຮ່ວມມື ກັບລາວ ໂດຍໃຫ້ ສອດຄ່ອງ ຕາມເປົ້າຫມາຍ ການພັທນາ ຂອງລາວ ເຣື້ອງ ການສືກສາ ເຮົາມີ ສະຖາບັນ ການສືກສາ ທີ່ຮ່ວມມື ກັບລາວ ຕິດຕໍ່ ກັນມານານ ຫລາຍປີ ກໍຫນ້າທີ່ ຈະມາຈັດ ຣະບົບ ໃຫ້ມັນເປັນ ກີຈລັກສນະ ໄດ້ເຫັນ ພາບຮວມ ຄວາມຮ່ວມມື ການສືກສາ ໃນສາຂາ ວິຊາຕ່າງໆ ຊື່ງເຂົາຕ້ອງ ການພັທນາ ຄົນຂອງ ເຂົາມາກ".
ທ່ານກ່າວຕໍ່ ໄປວ່າ ນອກຈາກການ ສືກສາແລ້ວ ສປປລາວ ຍັງຕ້ອງການ ພັທນາໂຄງຮ່າງ ພື້ນຖານ ປະເພດ ອື່ນໆນຳອີກ ແຕ່ສ່ວນໃຫຍ່ ກໍ່ແມ່ນການ ຍົກຣະດັບ ການສືກສາ ຊັພຍາກອນ ມະນຸດ ເປັນຫລັກ ໃນແຜນການ ພັທນາ ເສຖກິດ ແລະສັງຄົມ ສະບັບໃຫມ່ ຂອງ ຣັຖບານລາວ ທີ່ຮ່ວມດ້ວຍ ການຍົກຣະດັບ ການສືກສາ ຂອງຊົນຊາດ ຊົນເຜົ່າ ໃນລາວ.
ໃນປັດຈຸບັນ ສປປລາວ ມີມະຫາ ວິທຍາລັຍ 3 ແຫ່ງຄື ມະຫາ ວິທຍາລັຍ ແຫ່ງຊາດ ມະຫາ ວິທຍາລັຍ ຈຳປາສັກ ແລະ ມະຫາ ວິທຍາລັຍ ຫລວງພຣະບາງ ແລະໃນ ມໍ່ໆມານີ້ ກໍ່ມີການ ກໍ່ຕັ້ງ ມະຫາ ວິທຍາລັຍ ທີ່ ສວັນນະເຂດ ຊື່ງໃນຣະຍະ ທີ່ຜ່ານມາ ຣັຖບານໄທ ກໍ່ໄດ້ຊ່ອຍ ເຫລືອລາວ ໃນຫລາຍດ້ານ ກ່ຽວກັບ ການສືກສາ ເຊັ່ນ ຣະບົບ ໄອ-ທີ ແລະອື່ນໆ ຊື່ງຖ້າຄວາມ ຮ່ວມມື ເທື່ອນີ້ ເປັນຮູບ ເປັນຮອຍ ຂື້ນມາ ການສືກສາ ໃນລາວ ກໍຈະມີ ປະສິດທິພາບ ຫລາຍຂື້ນ ແລະລາວ ກໍ່ຈະມີ ຊັພຍາກອນ ມະນຸດ ທີ່ມີຄວາມ ສາມາດໃນການ ພັທນາ ປະເທດຊາດ ເພີ້ມຂື້ນ.