ພົບ ພຣະພຸທຮູປ ຢູ່ນ້ຳຂອງ

ພຣະພຸທຮູປ ສັກສິດ ພົ້ນຢູ່ນໍ້າຂອງ ບໍຣິເວນ ເມືອງທ່າເດື່ອ ນະຄອນ ຫລວງວຽງຈັນ

0:00 / 0:00

ມີ ພຣະພຸທຮູປ ຂນາດ 50x30 ຊັງຕີແມັດ ພົ້ນຂຶ້ນຈາກ ກາງແມ່ນໍ້າຂອງ ເຂດບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ ເມື່ອວັນທີ 2 ພຶສພາ 2009 ນີ້ ຊຶ່ງຊາວບ້ານ ພົບເຫັນ ແລະ ນໍາໄປຖວາຍ ວັດ ປາກເປ້ງຫີນແທ່ນ ເພື່ອໄວ້ເປັນສິ່ງ ສັກກາຣະບູຊາ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ກົມພິພິຕພັນ ວັດຖຸໂບຮານ ນະຄອນ ຫລວງວຽງຈັນ ທ່ານສັງຄົມ ແກ້ວເພັຽວົງ:

ຢູ່ທາງທ່າເດື່ອ ມັນບໍ່ແມ່ນ ພຣະພຸທຮູປ ໂຜ່ດອກ ແບບທີ່ວ່າ ອາດຈະນໍ້າແຫ້ງ ອາຈແມ່ນສີມເກົ່າ ວັດເກົ່າ ຢ່າງນັ້ນລະ ກໍເລີຍເຫັນ ວັດເຂົາເຈົ້າໄວ້ ຢູ່ວັດ ວັດປາກເປ້ງ ຫີນແທ່ນ ກາຍທ່າເດື່ອ ລົງໄປເປັນ ສິລປະລາວ ກໍບູຊາໄວ້.

ກ່ຽວກັບເຫດການ ດັ່ງກ່າວ ປະຊາຊົນ ຊາວໄທເຂດ ແຂວງໜອງຄາຍ ໃຫ້ຂໍ້ມູນ ເພີ່ມເຕີມວ່າ ປາກົດການ ພຣະພຸທຮູປ ໂຜ່ຂຶ້ນເທິງ ແມ່ນໍ້າຂອງນີ້ ເກີດຂຶ້ນ ຫລາຍຄັ້ງແລ້ວ. ຊາວບ້ານ 2 ຟາກຝັ່ງ ແມ່ນໍ້າຂອງ ລາວ-ໄທ ໂດຍທົ່ວໄປ ເຊື່ອວ່າ ເປັນເພາະຄວາມ ສັກສິດຂອງລໍາ ແມ່ນໍ້າຂອງ ຊຶ່ງກ່ຽວຂ້ອງກັບ ຄວາມເຊື່ອເລື້ອງ ພະຍານາກ ທີ່ມີນິທານ ກ່າວຂານກັນມາ. ພຣະອາຈານ ປຣະເສີດ ຣຸນຣະວົງ ທີ່ວັດໂພໄຊ ແຂວງໜອງຄາຍ ກ່າວວ່າ:

ເປັນປາຕິຫານ ບາງທີກໍເປັນ ພະຍານາກ ຄົນເຫັນກໍເຫັນ ຄົນບໍ່ເຫັນ ກໍບໍ່ເຫັນ ກໍບໍ່ຮູ້ວ່າ ເຂົາຄິດ ຈັ່ງໃດກັນ ແຕ່ບາງຄົນ ເຂົາເຊື່ອ ເພາະຄົນເກົ່າ ຄົນແກ່ ຢືນຢັນວ່າ ມີຈິງ.

ສໍາລັບຄວາມເຊື່ອ ແບບປັດຈຸບັນ ມີຈໍານວນນຶ່ງ ເຫັນວ່າ ເປັນການລັກ ຂະໂມຍ ພຣະພຸທຮູປ ແລ້ວນໍາໄປຖີ້ມ ລົງນໍ້າຂອງ ເພື່ອທໍາລາຍ ຫລັກຖານ ເພາະວ່າ ໃນປັດຈຸບັນ ມີກຸ່ມ ຂະບວນການ ທີ່ມີອິທິພົນ ລັກຂະໂມຍ ພຣະພຸທຮູປ ແລະວັດຖຸໂບຮານ ຣະຫວ່າງ ລາວ-ໄທ ແຕ່ກໍບໍ່ ປາກົດເປັນຂ່າວ ອອກມາເລີຍ ກໍມີ.