ເດັກນ້ອຍ ດ້ອຍໂອກາດ ໃນການສຶກສາ

ປະຊາຊົນລາວ ໃນເຂດຫ່າງໄກ-ສອກຫລີກ ມີຣາຍໄດ້ຕໍ່າ-ສົ່ງຜົນໃຫ້ ເດັກນ້ອຍ ບໍ່ສາມາດ ຮຽນໃນຊັ້ນສູງໄດ້.

0:00 / 0:00

ບັນ​ຫາການ​ຮຽນ ການ​ສຶກສາ ​ຂອງ​ເດັກນ້ອຍລາວ ​ໃນ​ເຂດ​ຫ່າງ​ໄກ-ສອກຫລີກ ຍັງ​ເປັນ​ບັນຫາ ​ທີ່​ແກ້​​ໄຂ ​ໃຫ້​ຕົກ​ໄປ ບໍ່​ໄດ້​ເທື່ອ ​​ເພາະ​ຂຶ້ນ​ກັບ ​ສະພາບ​ເງື່ອນ​ໄຂ ​ແລະ ​ປັດ​ໃຈ ຕ່າງໆ, ຕາມ​ຄໍາ​ເວົ້າ​ ຂອງ​ເຈົ້າໜ້າທີ່ ຜ​ແນ​ກ ສຶກສາ​ ເມືອງ​ປາກ​ລາຍ ​ແຂວງ​ໄຊ​ຍະ​ບູລີ.

“ເຮົາ​ຍັງ​ມີ​ບັນຫາ ທີ່​ຄ້າງ​ຄາ​ຢູ່ ​ເວົ້າ​ເລື່ອງ ​ທຶນຮອນ​ ນັກຮຽນ ສ່ວນ​ຫລາຍ ມັນ​ຈະ​ຢູ່​ໃນ ​ເຂດ​ຫ່າງ​​ໄກ ສອກຫລີກ ຈະ​ບໍ່​ໄດ້​ເຂົ້າ​ໄປ​ຮຽນ ລາຍ​ຮັບ ​ຂອງ​ປະຊາຊົນ ​ບໍ່​ສາມາດ ​ຈະ​ສົ່ງ​ລູກ ທີ່​ໄປ​ຮຽນ​ ໃຫ້​ມັນຣະດັບ​ສູງ​ໄດ້ໝົດ.”

ເດັກນ້ອຍ ​ໃນ​ເຂດ​ຊົນນະບົດ ຫ່າງ​​ໄກ-ສອກຫລີກ ສ່ວນ​ໃຫຍ່ ຈະ​ຈົບ​ພຽງ ຂັ້ນ​ປະຖົມ ​ສຶກສາ ​ພາກ​ບັງຄັບ ຫລື ​ຊັ້ນ​ປະຖົມ-ຫ້ອງ​ ປ. 5. ເມື່ອຮຽນຈົບ ​ພາກ​ບັງຄັບ​ແລ້ວ ​ເດັກນ້ອຍ​ສ່ວຍ​ໃຫຍ່ ຈະ​ອອກ​ມາ​ຊ່ວຍ ​ພໍ່​ແມ່-ຄອບຄົວ​ ເຮັດ​ວຽກ ​ແລະ ​ບໍ່​ໄດ້​ຮຽນໜັງສື​ຕໍ່ ​ເນື່ອງ​ຈາກ ​ບໍ່​ມີ​ເງິນ​ພໍ ສໍາລັບ ​ຄ່າ​ເດີນທາງ ຄ່າ​ຊຸດ​ນັກຮຽນ ​ແລະ ​ຄ່າ​ອາຫານ. ​ເຈົ້າໜ້າທີ່​ ທ່ານ​ນີ້ ກ່າວ​ຕໍ່​ໄປ​ວ່າ ​ເຖິງ​ແມ່ນ​ວ່າ ​ຈະ​ມີ​ບັນຫາ ​ໃນ​ເລື່ອງ​ການ​ຂາດ​ງົປມານ ​​ໃນ​ເລື່ອງ​ ການ​ປຸກ​ສ້າງ​ ໂຮງຮຽນ ຕາມ​ເຂດ​ຊົນນະບົດ ​ແຕ່​ທາງ​ ຜ​ແນ​ກສຶກສາ ກໍ​​ເອົາ​ໃຈ​ໃສ່ ທີ່​ຈະ​ໃຫ້ ​ເດັກນ້ອຍ​ ໄດ້​ຮຽນໜັງສື.

“ປີ​ນີ້ ກໍ​ໄດ້​ຂຍາ​ຍ ມັທຍົມ​ ໄປ​ໃຫ້​ເຂົາ​ເຈົ້າ 2-3 ບ່ອນ 2-3 ບ້ານ ​ກໍ​ມາ​ຮຽນຢູ່ ​ບ່ອນ​ດຽວກັນ​ນັ້ນ ກໍ​ຄ່ອຍ​ພັທນາ ​ທາງ​ດ້ານ​ນີ້​ໄປ.”

ຖ້າ​ເວົ້າ​ເລື່ອງ ​ການ​ຂຍາ​ຍ​ໂຮງຮຽນ ຢູ່​ໃນ​ເມືອງ​ປາກ​ລາຍ​ນັ້ນ ກໍ​ມີ​ການພັທນາ ທັງ​ການ​ຮຽນ-ການ​ສອນ ທັງ​ຂອງ​ຜູ້​ເປັນ​ນາຍຄຣູ ​ແລະ ​ເດັກນ້ອຍ ນັກຮຽນດ້ວຍ ​ເພື່ອ​ໃຫ້ການ​ຮຽນ ການ​ສອນ ມີ​ປະສິດທິພາບ​ ເພີ່ມ​ຂຶ້ນ.