ດຣ. ບຸນສັງ: ສະພາບກາຣ ໃນລາວ ຄ້າຍຄືກັບ ພະມ້າ

ນັກຂຽນ ຊາວລາວ ຜູ້ໜື່ງ ທີ່ອາສັຍ ຢູ່ຕ່າງປະເທດ ວ່າ ສະພາບກາຣ ໃນ ສປປລາວ ຄ້າຍໆ ຄືກັນ ກັບຢູ່ໃນ ພະມ້າ, ຊຶ່ງຖືກນໍາໄປ ລົງຂ່າວ ໃນວາຣະສານ ສະຫະຣັດ.

The Wall Street Journal ຊື່​ງ​ເປັນ ​ວາຣະສາຣ ທີ່​ມີ​ຊື່​ສຽງ ​ໃນ​ສະຫະຣັຖ​ ​ໄດ້​ເອົາ ​ບົດ​ຂຽນ ​ຂອງ ດຣ. ບຸ​ນສັງ ຄຳ​ແກ້ວ ອອກ​ເຜີຽ​ແຜ່ ​ໃນ​ມື້​ ວັນ​ທີ່ 11 ມີ​ຖຸນາ​ນີ້ ​ທີ່​ວ່າ ​ສະພາບ​ກາຣ​ ໃນ ສປປລາວ ກໍ​ຄ້າຍຄື​ກັນ ​ກັບ​ຢູ່​ໃນ​ພະມ້າ ທີ່ມີຣະບົບກາຣ ປົກຄອງ ​ໂດຽພັກ​ດຽວ ​ແລະ ປະຊາຊົນ ກໍ​ຂາດ​ ສິທ​ເສຣີພາບ​ ສະນັ້ນ ຈື່ງ​ຮຽກ​ທວງ ​ຕໍ່ປະຊາ​ຄົມ​ໂລກ ​ໃຫ້​ຄວາມ​ສົນ​ໃຈ ​​ຊ່ວຍ​ແກ້​ໄຂ ​ແລະ ໃຫ້​ຄວາມ​ຊ່ວຍ​ເຫລືອ.

ດຣ. ບຸນ​ສັງ ​ເປັນ​ນັກຮຽນ​ຮູ້ ​ແລະ ​ປັນຍາ​ຊົນ​ລາວ ​ຜູ້​ໜື່ງ ທີ່​ອາສັຍ ​ຢູ່​ຕ່າງປະ​ເທດ ​ພາຍຫລັງ ​ທີ່​ຖືກ​ຈັບ​ຈັດ​ສົ່ງ​ເຂົ້າ ສູນ​ສັມນາ ​ຢູ່​ໃນ​ພາຄ​ເໜືອ ​ຂອງ​ປະ​ເທດ​ ຮ່ວມ​ກັບ ​ສັມນາກ​ອນ ຄົນ​ອື່ນໆ ​ໄດ້​ຫລາຍໆ​ປີ ​ແຕ່​ກໍ​ໂຊກ​ດີ​ ທີ່​ສາມາດ ເອົາ​ຊີ​ວີ​ຕ ລອດ​ອອກ​ມາ ​​ແລະ ​ໄດ້​ຂຽນ​ປື້​ມ ​​ທີ່​ມີ​ຫົວ​ເຣື່ອງ ວ່າ: "ຂ້ານ້ອຍ" ຊື່​ງ​ເປັນກາຣບັນທຶກ ​ເຫ​ຕກາຣ ຄວາມ​ຈີ​ງ ທີ່​ເກີດ​ຂື້ນ​ ແກ່​ຕົນ ​ແລະ ​ນັກ​ສັມນາກ​ອນ ຄົນ​ອື່ນໆ ​ທີ່​ເສັຽຊີ​ວີ​ຕ​ໄປ​ ຮວມທັງ​ ອົງ​ປຣະມຸກ ​ແຫ່ງຣາຊອານາຈັກ​ລາວ ​ ນຳດ້ວຍນັ້ນ.

​ໃນ​ບົດ​ຄວາມ ​ທີ່​ທາງ​ວາຣະສາຣ The Wall Street Journal ​ໄດ້​ນຳ​ອອກ​ສູ່​ ສາຍຕາ ​ຂອງ​ປະຊາ​ຄົມ​ໂລກ​ນັ້ນ ມີ​ກາຣຢືນຢັນ ​ວ່າ ​ເຖີງຈະ​ມີ ​ກາຣປ່ຽນ​ແປງ ​ບາງ​ຢ່າງ​ກໍ​ຕາມ ​ແຕ່​ກໍ​ເປັນ ແບບ ​ເພື່ອ​ລວງ​ຕາ​ຊາວໂລກ ​ໂດຽສະ​ເພາະ​ ກຸ່ມ​ປະ​ເທດ​ ໃຫ້​ທຶນ​ກາຣຊ່ວຍ​ເຫລືອ ​ເທົ່າ​ນັ້ນ ເພ​າະ ດ້ານ​ ກາຣບໍຣິຫາຣ​ແລະ ຣະບົບ ກາຣປົກຄອງ ​ຍັງ​ເປັນ ແບບ​ພັກ​ດຽວ ​ທີ່​ເຄີຽປະຕິບັຕ​ ໄດ້​ກວ່າ 30 ປີ ຜ່ານມາ.

​ເຖີງຢ່າງ​ໃດ​ກໍ​ຕາມ ທາງ​ວາຣະສາຣ ຍັງ​ໄດ້​ຢ້ຳອີກ ​ວ່າ ຢາກ​ໃຫ້​ ທາງ​ອົງກາຣ ຈັດຕັ້ງສາກົລ ​ແລະ ​ປະຊາ​ຄົມ​ໂລກ ​ໄດ້​ຮ່ວມ​ກັນ ​ກົດ​ດັນ​ ໃຫ້​ທາງ​ກາຣ ສປປລາວ ​ແລະ​ ທາງ​ກາຣ ຣັຖບາ​ລ ທະຫາຣ ພະມ້າ​ໄດ້​ຍຸຕິ​ ກາຣລະ​ເມີດ ​ສິທທິມະນຸ​ສ ​ແລະ ​ຊຸກຍູ້​ ໃຫ້​ມີ​ກາຣປ່ຽນ​ແປງ ​ໄປ​ສູ່ຣະບົບ ກາຣປົກຄອງ​ ແບບ​ມີ​ປະຊາທິປະ​ໄຕ ​ຢ່າງ​ແທ້​ຈີ​ງ.