ອານັນດາ ພູມໃຈ ໃນເຣື້ອງ “ສະບາຍດີ ຫລວງພຣະບາງ”

ນັກສະແດງ ລາວ-ອັອສເຕຣເລັຍ ມີຄວາມສຶກ ອົບອຸ່ນ ທີ່ໄດ້ກັບໄປ ປະເທດລາວ ແລະ ພູມໃຈ ທີ່ໄດ້ມີສ່ວນຮ່ວມ ໃນການສ້າງພາພຍົນ ເຣື້ອງ “ສະບາຍດີ ຫລວງພຣະບາງ”
ຈະເຣີນສຸກ ຣາຍງານ
2008.06.13
ອານັນດາ-ຟິສເຈີ-02 ອານັນດາ, ນັກສະແດງ "ສະບາຍດີ ຫລວງພຣະບາງ"
photo by RFA

ພາພຍົນ ​ເຣື້ອງ ສະ​ບາຍ​ດີ ຫລວງ​ພຣະບາງ ທີ່​ໄດ້​ອອກ​ສາຍ ​ທົ່ວ​ປະ​ເທດ​ໄທ ​ເມື່ອ​ວັນ​ທີ 5 ​ເດືອນ​ມິຖຸນາ​ຜ່ານມາ ​​ໄດ້​ສຽງ​​ຕອບ​ຮັບ ຈາກ​ຊາວ​ໄທ ​ເປັນ​ຢ່າງ​ດີ ​ແລະ ​ເຮັດ​ໃຫ້​ຊາວ​ໄທ ​​ຢາກ​ຈະ​ໄປ​ທ່ຽວຊົມ​ ທິວ​ທັດ ​ປະ​ເທດ​ລາວ ຫລາຍ​ຂຶ້ນ, ອີງ​ຕາມ ຄໍາ​ເວົ້າ ຂອງ​ອະນັນ​ດາ ​ເອ​ເວິຣິງ​ແຮມ, ສິລປິນນໍາຝ່າຍ​ຊາຍ ​ໃນ​ເຣື້ອງ ສະບາຍດີ ຫລວງ​ພຣະບາງ.

ອາ​ນັນ​ດາ ຊຶ່ງ​ເປັນ​ລູກ​ຊອດ ລາວ-ອັອສ​ເຕຣ​ເລັຍ ມີ​ຄວາມ​ພູມ​ໃຈ ທີ່​​ມີ​ສ່ວນ​ສະ​ແດງ ພາ​ພຍົນ ​ໃນ​ເຣື້ອງນີ້, ​ເນື່ອງ​ຈາກ​ ​ຮູ້ສຶກ​ວ່າ ຕົນ​ເອງ ມີ​ຄວາມ​ອົບ​ອຸ່ນ ມີ​ຄວາມ​ຜູກ​ພັນ ກັບປະ​ເທດ​ລາວ ​ແລະ ຢາກ​ຈະ​ເຮັດ​ສິ່ງ​ໃດສິ່ງ​ນຶ່ງ ​ໃຫ້​ກັບ ປະ​ເທດ​ລາວ. ອານັນ​ດາ ກ່າວ​ໃນ​ຕອນ​ນຶ່ງ ວ່າ:

“ຮູ້ສຶກ​ວ່າ ມີ​ບ້ານ ທີ່​ຂ້ອຍ ​ສາມາດ​ກັບ​ໄປ​ໄດ້, ຊຶ່ງ​ທັງ​ຊີວິດ ມັນ​ບໍ່​ມີ​ເລີຍ​ນະ. ຕາມ​ປົກກະຕິ​ນີ້, ​ເຖິງ​ແມ່ນ​ວ່າ ຂ້ອຍ​ຈະ​ໃຫຍ່ ທີ່​ໄທ, ​ເຮັດ​ວຽກ ຢູ່​ໄທ, ກໍ​ສ່ວນ​ເລິກໆ ​​ໃນ​ໃຈ ມັນ​ກໍ​ຍັງ ຮູ້​ວ່າ ມັນ​ບໍ່​ແມ່ນ​ບ້ານ​ຂ້ອຍ ​​ແຕ່​ນ້ອຍ​ດຽວ. ພໍ​ໄດ້​ໄປ​ຢູ່ກັບ ກອງ​ຖ່າຍ, ​ໄປ​ຢູ່ ທີ່​ລາວ ປະມານ ​ເດືອນ 2 ​ເດືອນ, ມັນ​ຮູ້​ສຶກ ຄື I belong… I belong ນະ, I belong to ສັງ​ຄົມ, I belong ​ເພາະ​ກໍ​ມີ​ພີ່ນ້ອງ  ມາ​ຊ່ອຍ​ຢືນຢັນ ພາ​ໃຫ້​ອຸ່ນ​ໃຈ ​​ແບບ​ວ່າ ​ເຈົ້າ​ກັບ​ມາ ທີ່​ນີ້ ​ເມື່ອ​ໃດ ກໍ​ໄດ້.”

ຕໍ່​ຄໍາ​ຖາມ ທີ່​ວ່າ ຮູ້ສຶກ​​ແນວ​ໃດ ທີ່​ນັກສະ​ແດງ​ນໍາ​ຝ່າຍ​ຍິງ, ຊຶ່ງ​ເປັນ​ນັກສະ​ແດງ​ໃໝ່, ອານັນ​ດາ ບອກ​ວ່າ ​ເຖິງ​ແມ່ນ​ວ່າ ຄໍາ​ລີ, ຈະ​ແມ່ນ​ນັກສະ​​ແດງ​ໃໝ່, ​ແຕ່ ມີ​ຄວາມ​ເປັນ​ທັມມະ​ຊາດ​ຫລາຍ, ຊຶ່ງທາງ​ກອງ​ຖ່າຍ ຕ້ອງການທີ່​ສຸດ ​ແລະ ນັກສະ​ແດງຫລາຍໆຄົນ ກໍ​ສະ​ແດງ​ໄດ້​ຍາກ.

ສ່ວນ​ຄວາມ​ຮູ້ສຶກ ຂອງຊາ​ວ​ໄທ ທີ່​ໄດ້​ໄປ​ເບິ່ງ ​ພາພຍົນ ​​​ເຣື້ອງນີ້​ແລ້ວ, ອາ​ນັນດາ ​ເລົ່າ​ສູ່​ຟັງ ວ່າ:

“ສ່ວນ ຂອງ​ຝັ່ງ​ໄທ ນີ້​ນະ, ຂ້ອຍ ຮູ້ສຶກ​ວ່າ ຂະ​ເຈົ້າ ຮູ້​ສຶກວ່າ ມັນ​ເປັນ​ ພາພຍົນ ທີ່​ເບິ່ງ​ແລ້ວ ຮູ້ສຶກ ຊື່ນ​ໃຈ, ຮູ້ສຶກ ຢາກ​ໄປ​ທ່ຽວ. ໝູ່​ຂອງ​ຂ້ອຍ ຫລາຍ​ຄົນ ບອກ​ວ່າ, ​ເບິ່ງ​ພາພຍົນ​ແລ້ວ ຮູ້ສຶກ​ຢາກ​ໄປ​ທ່ຽວ​ລາວ, ຊຶ່ງ​ອັນ​ນີ້ ​ເຮົາ happy ຫລາຍ, ​ເພາະວ່າ ຈຸດ​ປະສົງ ຂອງ​ພາພຍົນ ສ່ວນ​ນຶ່ງ ກໍ​ຢາກ​ຈະ​ໃຫ້ ພວກ​ຂະ​ເຈົ້າ ​ເບິ່ງ​ແລ້ວ ຮູ້ສຶກ​ວ່າ  ຢາກ​ໄປ ຢາກ​ຈະ​ໄປ. ສ່ວນ​ຫລາຍ ດຽວ​ນີ້ ດີ​ໃຈ​ຫລາຍໆ.”

ນອກຈາກ ນັກສະ​ແດງ ນໍາ​ຝ່າຍ​ຊາຍ​ ​ແລະ ຝ່າຍ​ຍິງ​ແລ້ວ, ​ໂຕ​ລະຄອນ ທີ່​ຜູ້​ຊົມ ປະ​ທັບ​ໃຈ ຄື ​ເດັກ​ຍິງ​ນ້ອຍ ທີ່​​​​ສະ​ແດງ ​ເປັນ​ນ້ອງ​ສາວ ຂອງ​ນັກ​ສະ​ແດງ​ນໍາ​ຝ່າຍ​ຍິງ ​ແລະ ​ເດັກຊາຍ ທີ່​ສະ​ແດງ ​ເປັນ​ຄົນ​ເລາະ ຂາຍຂອງ.

ກ່ອນ​ຈະ​ສາຍ ​ໃນ​ປະ​ເທດ​ໄທ, ພາພຍົນ ​ເຣື້ອງ ສະບາຍດີ ຫລວງ​ພຣະບາງ ​ໄດ້ອອກສາຍ ທີ່​ສູນ ​ໄອ​ເຕັກ ນະຄອນຫລວງ​ວຽງ​ຈັນ ​​ເມື່ອ​ທ້າຍ​ເດືອນພຶ​ສພາ ຜ່ານ​ມາ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.