ລາວ ປະຕິເສດ

ເຈົ້າໜ້າທີ່ລາວ ປະຕິເສດ ຣາຍງານຂອງ ຂ່າວຕ່າງປະເທດ ທີ່ກ່າວຫາວ່າ ຄຸກຄຸມຂັງ ຢູ່ລາວ ມີສະພາບທີ່ ໜ້າຢ້ານກົວ
ມະນີຈັນ
2009.06.09

ຄຸກຄຸມຂັງ ນັກໂທດ ຢູ່ລາວ ໃນຕົວຈິງແລ້ວ ບໍ່ຢູ່ໃນສະພາບ ທີ່ເປື້ອນເປິ ມີການ ອະນາໄມ ແລະບໍ່ເປັນທີ່ ທ້າທາຍ ສໍາລັບຊີວິດ ນັກໂທດ ທີ່ຖືກກັກຂັງ ຄືດັ່ງທີ່ບາງ ຂ່າວຕ່າງປະເທດ ໄດ້ຣາຍງານ ໄປນັ້ນ ແຕ່ຢ່າງໃດເລີຍ ຕາມຄໍາຢືນຢັນ ຂອງເຈົ້າໜ້າທີ່ ກະຊວງປ້ອງກັນ ຄວາມສະຫງົບ ຂັ້ນສູງ ໃນນະຄອນຫລວງ ວຽງຈັນ ທ່ານກ່າວ ໃນຕອນນຶ່ງວ່າ:

" ຄືຫລາຍໆອັນ ເຂົາຂຽນກ່ຽວກັບ ລາວມັນບໍ່ແມ່ນ ຄວາມຈິງ ມັນບໍ່ແມ່ນ ແນວນັ້ນດອກ ດີແທ້ ກໍຢາກໃຫ້ ທາງນັກຂ່າວ ໄດ້ມາວຽງຈັນ ໄດ້ມາພົວພັນ ກັບທາງເຮົາ ຈະພາໄປເບິ່ງ ຈະຮູ້ລະອຽດ ດີກວ່ານັ້ນ ແຕ່ໜັງສືພິມ ມີບາງສື່ ກໍຈະຂຽນໄປ ແບບບໍ່ດີປານໃດ."

ອົງການສາກົນ ເພື່ອການປ່ອຍ ນັກໂທດ Release International ຂອງອັງກິດ ຣາຍງານເມື່ອ ໄວໆມານີ້ວ່າ ສະພາບຄຸກ ໃນລາວບໍ່ມີ ຄວາມສະອາດ ມີກິ່ນບໍ່ດີ ເປິເປື້ອນ ບໍ່ໄດ້ມາຕຖານ ສາກົນ ແລະຈະເກີດ ຄວາມຮູ້ສຶກ ຢ້ານກົວ ຫາກຜູ້ໃດ ໄດ້ເຂົ້າໄປ ທີ່ນັ້ນ.

ແຕ່ເຖິງແນວໃດ ເຈົ້າໜ້າທີ່ ຂັ້ນສູງ ປ້ອງກັນຄວາມສງົບ ຂອງລາວ ຍັງກ່າວໂດຍ ຢືນຢັນຕື່ມ ເຖິງສະພາບ ໃນຄຸກຄຸມຂັງ ນັກໂທດຂອງລາວ ວ່າໄດ້ມາຕຖານ ຢູ່ພ້ອມທັງ ເຊີນຊວນໃຫ້ ນັກຂ່າວ ຕ່າງປະເທດ ເຂົ້າມາລາວ ແລະໄປເບີ່ງ ໃຫ້ເຫັນດ້ວຍ ຕົນເອງ ແທນທີ່ຈະໄປ ຟັງແຕ່ຄໍາເວົ້າ ຂອງພວກ ອາດີດນັກໂທດ ນັ້ນແລະວ່າ ຣະຫວ່າງນັກໂທດ ທີ່ເປັນຄົນ ຕ່າງປະເທດ ແລະນັກໂທດ ທີ່ເປັນຄົນລາວ ມີການ ປະຕິບັດ ຕາມມາຕຖານ ກົດຣະບຽບ ຂໍ້ບັງຄັບທີ່ ແຕກຕ່າງກັນ:

"ມັນກໍບໍ່ຄືກັນ ຄົນຕ່າງປະເທດ ເຮົາກໍມີ ນະໂຍບາຍ ຫລາຍກ່ອນ ຄົນລາວເຮົາ ກໍມີ ເຄັ່ງຄັດກ່ອນ ເພາະວ່າຄົນ ຕ່າງປະເທດເຮົາ ກໍມີມະນຸສທັມ ຫລາຍກ່ອນ ມັນກໍມີຫລາຍ ອັນຢູ່ມາຕຖານ ອັນໃດໆ ມັນກໍແຕກ ຕ່າງກັນ."

ພ້ອມດຽວກັນນີ້ ທ່ານກໍໄດ້ກ່າວ ສະຫລຸບ ໂດຍຕັ້ງເປັນຂໍ້ ສົງໃສ ເຖິງຈຸດປະສົງ ຂອງຂ່າວຕ່າງ ປະເທດ ທີ່ຣາຍງານ ບໍ່ກົງກັບ ສະພາບຄວາມ ເປັນຈິງໃນຄຸກ ລາວນັ້ນວ່າມີ ແນວໃດ ກັນແທ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.