ໂຮງຮຽນເມືອງ Minneapolis ຈະສອນພາສາມົ້ງ.
ໂຮງຮຽນ ທີ່ເມືອງ Minneapolis ທີ່ ສະຫະຣັດ ອະເມຣິກາ ສເນີໃຫ້ມີການສອນ ພາສາມົ້ງ.
-
ຈຳປາທອງ
2010-01-20 -
-
-
Your browser doesn’t support HTML5 audio
ນັກຮຽນມົ້ງລາວຊື່ Neng Vang ບໍ່ຮູ້ຈັກຈະ ອະທິບາຍຄໍາສັບ scholarship ຫລື ທຶນການສຶກສາ ແລະ essay ໃຫ້ຜູ້ເປັນແມ່ ທີ່ເວົ້າພາສາອັງກິດ ບໍ່ໄດ້ນັ້ນ ເຂົ້າໃຈແນວໃດ. ທາງໂຮງຮຽນ Patrich Henry High School ວ່າເປັນການຍາກທີ່ Neng Vang ຈະຊອກຫາຄໍາສັພ ທີ່ເໝາະສົມ ບອກໃຫ້ຜູ້ເປັນແມ່ຮູ້ວ່າ ນາງກັບບ້ານຊ້າ ຍ້ອນວ່ານາງຄາ ຂໍຄວາມຊ່ວຍເຫລືອ ໃນການຍື່ນເອກກະສານ ຂໍຮຽນຕໍ່ ມະຫາວິທຍາໄລ ແລະຂໍທຶນ.
ຜູ້ເປັນແມ່ ທີ່ເກີດຢູ່ ປະເທດລາວ ເຂົ້າໃຈພາສາອັງກິດ ທົ່ວໄປໜ້ອຍນຶ່ງ ແລະ Neng Vang ກໍພຍາຍາມ ອະທິບາຍສິ່ງທີ່ກ່ຽວຂ້ອງ ກັບວັທນະທັມ ອະເມຣິກັນ ແນວໃດແນວນຶ່ງ ໃຫ້ຜູ້ເປັນແມ່ ເຂົ້າໃຈເປັນພາສາມົ້ງ ນັ້ນບໍ່ຄ່ອຍຈະໄດ້ຜົນ. ທ່ານ Paul Compton ທີ່ປຶກສາ ສະໂມສອນເອເຊັຽ ຂອງໂຮງຮຽນ Henry High School ເວົ້າວ່າ ຢູ່ເຂດໜ່ວຍພູ ໃນປະເທດລາວ ບໍ່ມີບ່ອນໃດເລີຍ ທີ່ວ່າມີ ຜູ້ຄົນຈະຂຽນຄໍາຮ້ອງ ຂໍການຊ່ວຍເຫລືອ ດ້ານການເງິນ ເພື່ອຮຽນຕໍ່ວິທຍາໄລ.
ເຖິງແມ່ນວ່າເດັກນ້ອຍ ໃນອະເມຣິກາ ຈະເຕີບໃຫຍ່ໃນຄອບຄົວ ທີ່ເວົ້າພາສາມົ້ງ ແຕ່ເດັກນ້ອຍໄວລຸ້ນ ເວົ້າວ່າພວກຕົນ ບໍ່ຮູ້ພາສາມົ້ງດີ ພໍທີ່ຈະໂອ້ລົມ ກັບພໍ່ແມ່ແບບ ເຂົ້າໃຈກັນດີນັ້ນໄດ້.
ນັ້ນຄືເຫດຜົນນຶ່ງ ທີ່ເຮັດໃຫ້ເດັກນ້ອຍ ນັກຮຽນໃນໂຮງຮຽນ Henry High School ຂົນຂວາຍໃຫ້ທາງ ຄະນະໂຮງຮຽນ ເມືອງ Minneapolis ອະນຸຍາດໃຫ້ມີ ການຮຽນ ການສອນພາສາມົ້ງ ໃນໂຮງຮຽນ ຂອງພວກເຂົາເຈົ້າ ແລະການຮຽນການສອນ ພາສາມົ້ງນັ້ນ ຈະເລີ່ມຂຶ້ນໃນ ສັປດາໜ້ານີ້. ໃນນັ້ນຈະມີທັງ ການຮຽນອ່ານ ຮຽນຂຽນ ຮວມໄປເຖິງການຮຽນ ປະຫວັດສາດ ແລະວັທນະທັມຊາວມົ້ງ ນໍາດ້ວຍ.
ມາຮອດເວລານີ້ ມີນັກຮຽນປະມານ 100ຄົນເຂົ້າຈົດຊື່ຮຽນ ຊື່ງຈະມີການສອນ ໃນທຸກໆເຊົ້າ ແລະສັງເກດເຫັນວ່າ ຜູ້ທີ່ຈົດຊື່ເຂົ້າຮຽນ ບໍ່ແມ່ນວ່າມີແຕ່ ຊາວມົ້ງລາວ ເທົ່ານັ້ນ.