ປະຊາຊົນ ສ່ວນຫລາຍ ຍັງທຸກຍາກ ຢູ່

ປະຊາຊົນລາວ ຈຳນວນຫລາຍ ຍັງມີຊີວິດເປັນຢູ່ ດ້ວຍຄວາມທຸກຍາກລຳບາກ ເຖິງວ່າ ຣັດຖະບານລາວ ມີໂຄງການ ພັດທະນາ ກໍດີ.

ມີ​ຈຳນວນ ​ປະຊາຊົນທີ່​ຍັງ​ຢູ່​ ໃນ​ເຂດ​ດ້ອຍ​ພັດທະນາຫລືປະຊາຊົນທີ່​ຍັງ​ມີ ​ຄວາມທຸກ​ຍາກ​ຢູ່ຫລາຍ​ເຖິງ​ແມ່ນ​ວ່າຣັດຖະບານ​ລາວມີ​ໂຄງການ ພັດທະນາ ​ໃນ​ດ້ານ​ຕ່າງໆມາ​ແລ້ວ​ກໍ​ດີ, ອີງ​ຕາມ ຄໍາ​ເວົ້າ ຂອງ ເຈົ້າ​ໜ້າ​ທີ່ ອົງການ​ຊ່ວຍເຫລືອ ຂອງເອກ​ກະ​ຊົນ ​ແຫ່ງ​ນຶ່ງຢູ່​ນະຄອນຫລວງ​ວຽງຈັນບອກ​ໃຫ້​ຮູ້​ວ່າ

ຍັງມີຫລາຍກໍບໍ່ຄາດຄະເນໄດ້ເພາະວ່າປະເທດເຮົາຍັງມີເມືອງທີ່ດ້ອຍໂອກາດມີ 49 ເມືອງເມືອງຍັງທຸກຍາກຂາດເຂີນ. ຍານາງວ່າສຳລັບປະຊາຊົນທີ່ມີຄວາມທຸກຍາກ ຂາດເຂີນນັ້ນສ່ວນຫລາຍແມ່ນຢູ່ທາງພາກເໜືອແລະ ທາງພາກ​ໃຕ້ ຂອງປະເທດລາວຊື່ງເປັນເຂດທີ່ມີພູຜາແລະ ຍາກທີ່ຈະທຳການກະເສດໄດ້. ອີກທັງມີ ປະຊາຊົນຢັງຢາຍກັນ ຢູ່ຫລາຍມີ ຄວາມລຳບາກ ໃນການຄົມມະນາຄົມເພາະບໍ່ມີການພັດທະນາ ເສັ້ນທາງ ພໍເທົ່າໃດ. ພ້ອມກັນນັ້ນຍານາງຍັງເວົ້າຕື່ມ ອີກວ່າ:

“ແນ່ນອນຢູ່ລາວກໍມີເດັກທີ່ຍັງດ້ອຍໂອກາດທາງດ້ານການສຶກສາກໍຍັງມີຫລາຍໂດຍສະເພາະໃນເຂດຊົນນະບົດຫ່າງໄກສອກຫລີກແຕ່ເຮົາກໍມີໂຄງການພັດທະນາທາງດ້ານການສຶກສາກໍຍັງບໍ່ທົ່ວເຖິງເພາະວ່າໂຄງການຂອງພວກເຮົາມັນກໍເປັນໂຄງການທີ່ບໍ່ໃຫຍ່ໂຕຈຳກັດຢູ່ໃນເຂດໃດເຂດນຶ່ງເທົ່ານັ້ນ

ສຳລັບເລື່ອງ ການຊ່ວຍເຫລືອເດັກນ້ອຍ ດ້ອຍໂອກາດແລະ ການແກ້ໄຂ ບັນຫາປະຊາຊົນຍັງມີຄວາມທຸກຍາກ ຫລາຍຢູ່ນັ້ນທີ່ຜ່ານມາກໍໄດ້ຮັບ ການຊ່ວຍເຫລືອຈາກທັງພາກຣັດແລະພາກເອກກະຊົນຈຳນວນໃດຈຳນວນນຶ່ງແຕ່ບັນຫາເລົ່ານັ້ນກໍຍັງບໍ່ທັນ ສາມາດ ໄດ້ຮັບການແກ້ໄຂຈົນມາຮອດ ເທົ່າທຸກວັນນີ້.