ພະຍາດສັດ ປາກເປື່ອຍລົງເລັບ ຣະບາດ, ຂ. ອັຕະປື

ແຂວງ ອັດຕະປື ກໍາລັງ ປະເຊີນ ກັບບັນຫາ ພະຍາດ ຣະບາດ ໃນຝູງງົວ ແລະ ຄວາຍ ຂອງ ຊາວບ້ານ ຈົນເຮັດໃຫ້ ທາງການ ຕ້ອງ ຮີບລົງຄວບຄຸມ ແລະ ສັ່ງຫ້າມ ຊື້ຂາຍ ຢ່າງເດັດຂາດ.

0:00 / 0:00

ແຂວງ ອັດຕະປື ກໍາລັງ ປະເຊີນ ກັບ ບັນຫາ ພະຍາດ ຣະບາດ ໃນຝຸງ ງົວຄວາຍ ຂອງ ຊາວບ້ານ ຈົນເຮັດໃຫ້ ທາງການ ຕ້ອງ ຮີບລົງຄວບຄຸມ ສະກັດກັ້ນ ບັນຫາ ການແຜ່ລາມ ຊຶ່ງ ອາດມີ ຜົນກະທົບ ຕໍ່ ຊາວບ້ານ ຫາກມີ ການບໍຣິໂພກ ຊີ້ນສ່ວນ ສັດ ທີ່ ຕິດເຊື້ອ ໂດຍ ບໍ່ຮູ້ສຶກຕົວ. ທ່ານ ບູນສຽງ ເທບພະກອນ ຫົວໜ້າ ຂະແໜງ ການລ້ຽງສັດ ຜະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ອັດຕະປື ກ່າວ ກ່ຽວກັບ ເລື່ອງນີ້ ວ່າ:

"ດຽວນີ້ ພວກ ງົວຄວາຍ ກໍາລັງ ຣະບາດ ຢູ່ ໃນ 3 ເມືອງ ໂດຍສະເພາະ ພະຍາດ ເຕົ້າໂຮມເລືອດ ກັບ ໄຂ້ບວມ ທີ່ວ່າ ຕາມ ສັນນິສູດເບີ່ງ ດຽວນີ້ ທາງແຂວງ ກໍ ເປັນຫ່ວງ ເປັນໄຍ. ເຈົ້າແຂວງ ເພິ່ນກໍເລີຍ ອອກຄໍາສັ່ງ ແຈ້ງການ ໝົດທັງ 5ຕົວເມືອງ ເພື່ອ ສະກັດກັ້ນ ການຣະບາດ ຂອງ ພະຍາດນີ້ ເພາະວ່າ ມັນ ກໍສາມາດ ຣະບາດ ໃນຄົນ ຄືກັນ."

ນັບແຕ່ ທ້າຍ ເດືອນເມສາ ມາຮອດ ເວລານີ້ ແຂວງ ອັດຕະປື ເກີດ ການຣະບາດ ຂອງ ພະຍາດ ເຕົ້າໂຮມເລືອດ (settcemia) ແລະ ພະຍາດ ໄຂ້ບວມ (blackleg) ໃນ ຝຸງງົວຄວາຍ ຫລາຍຮ້ອຍຕົວ ໃນ ເຂດ ເມືອງ ສາມັກຄີໄຊ, ເມືອງພູວົງ ແລະ ເມືອງສະໜາມໄຊ, ຍ້ອນ ການລ້ຽງ ຕາມແບບ ທໍາມະຊາດ ແລະ ປ່ອຍປະ ລະເລີຍ ເລື່ອງ ການສັກ ວັກຊິນ ປ້ອງກັນ ເຮັດໃຫ້ ຝຸງສັດ ເປັນໂຣກ ຕ່າງໆ ເຊັ່ນ ຫາຍໃຈແຮງ, ມີໄຂ້, ຕົວສັ່ນ, ເດີນຂາເຄ, ມີຂີ້ມູກ ນໍ້າຕາ ໄຫລຕະລອດ ເວລາ ແລະ ຕາຍໃນທີ່ສຸດ.

ດັ່ງນັ້ນ, ທາງການ ແຂວງ ອັດຕະປື ຈຶ່ງ ໄດ້ສົມທົບກັນ ລົງຄວບຄຸມ ສະກັດກັ້ນ ດ້ວຍ ການສັກວັກຊີນ ແລະ ທໍາລາຍສັດ ທີ່ມີ ອາການ ຕິດເຊື້ອ ດັ່ງກ່າວ ຮວມໄປເຖີງ ການ ໃຫ້ຄວາມຮູ້ ແກ່ ຊາວບ້ານ ປະກາດ ຫ້າມ ຊື້, ຂາ, ບໍຣິໂພກ ແລະ ເຂື່ອນຍ້າຍ ງົວຄວາຍ ພາຍໃນແຂວງ ຊ່ວງນີ້ ຢ່າງເດັດຂາດ ຈົນກວ່າ ສະພາບການ ຈະ ກັບມາ ເປັນປົກກະຕິ ເພາະ ພະຍາດນີ້, ນອກຈາກ ຈະແຜ່ລາມ ຈາກສັດ ສູ່ສັດ ດ້ວຍກັນ ໄດ້ງ່າຍແລ້ວ ຍັງມີ ຄວາມຊ່ຽງ ທີ່ ຈະຕິດ ຕໍ່ສູ່ຄົນ ນໍາອີກ ຫາກມີ ການບໍຣິໂພກ ສັດ ນັ້ນ.

ຢ່າງໃດກໍດີ, ເພື່ອ ເປັນ ການລຸດຜ່ອນ ຄວາມເສັຽຫາຍ ທີ່ ເກີດ ຈາກ ໂຣກຣະບາດ ໃນ ສັດລ້ຽງ ເທື່ອ ນີ້, ທາງການ ແຂວງ ອັດຕະປື ກໍກຽມ ນະໂຍບາຍ ທີ່ ຈະ ປ່ອຍສິນເຊື່ອ ແລະ ແຈກຢາຍ ສັດລ້ຽງ ໃຫ້ ຊາວບ້ານ ທີ່ ໄດ້ຮັບ ຜົນກະທົບ ນໍາໄປ ລົງທຶນ ເພື່ອແກ້ໄຂ ສະພາບ ຊີວິດ ການເປັນຢູ່ ເພາະ ການລ້ຽງສັດໃຫຍ່ ເປັນ ສິນຄ້າ ຖືເປັນ ອາຊີບ ບຸຣິມະສິດ ທີ່ ສໍາຄັນ ແນວນຶ່ງ ຕໍ່ ແຜນການ ສ້າງຣາຍໄດ້ ແກ່ ປະຊາຊົນ ໃນ ແຂວງ ອັດຕະປື.

ຄຳສັບ ຊອກຫາຂໍ້ມູນ: ປາກເປື່ອຍລົງເລັບ, footmouth