ລາວຕ້ອງການທຶນ ຊ່ວຍເຫລືອ ເດັກນ້ອຍດ້ອຍໂອກາດ

ຣັຖບານລາວ ຕ້ອງການ ທຶນຈາກພາກເອກກະຊົນ ເພື່ອຊ່ວຍເຫລືອເດັກນ້ອຍ ທີ່ດ້ອຍໂອກາດ,
ໂພໄຊສວັດ
2010.02.01

ໃນລະຍະຜ່ານມາ ໄດ້ມີອົງການເອກກະຊົນ ຫລາຍໆອົງການ ທີ່ໃຫ້ທຶນຊ່ອຍເຫລືອ ເດັກນ້ອຍທີ່ດ້ອຍໂອກາດ ທາງສັງຄົມ ຊຶ່ງສ່ວນຫລາຍແລ້ວ ກໍແມ່ນເດັກນ້ອຍ ທີ່ມາ ຈາກຄອບຄົວ ທີ່ທຸກຍາກຂາດແຄນ. ປັດຈຸບັນນີ້ ຍັງມີເດັກນ້ອຍ ອີກຈຳນວນຫລວງຫລາຍ ທີ່ດ້ອຍໂອກາດ ຊຶ່ງຣັຖບານລາວ ຢາກຈະ ໃຫ້ການຊ່ອຍເຫລືອ ຈຶ່ງໄດ້ຊອກຫາ ທຶນຈາກອົງການ ເອກກະຊົນເພີ້ມຕື່ມ ເພື່ອປັບປຸງສະພາບຊີວິດ ການເປັນຢູ່ໃຫ້ຂະເຈົ້າ ໄດ້ມີໂອກາດ ທາງສັງຄົມທີ່ດີຂື້ນ. ດັ່ງ ທ່ານກຽດຕິ ກຽດຕິສັກ ຣັຖມົນຕຣີຊ່ວຍ   ວ່າການກະຊວງຍຸຕິທັມ ໄດ້ເວົ້າວ່າ:

"ຊອກຫາຜູ້ມາຊ່ອຍ ເຫລືອຕື່ມອີກ ເພາະວ່າແນ່ນອນລະ ປະເທດລາວຍັງເປັນ ປະເທດທີ່ທຸກຍາກຢູ່ ຊາຕາກັມຂອງ ລູກຂອງຫລານພວກເຮົາ ທີ່ຍັງໜຸ່ມຍັງນ້ອຍ ກໍຍັງຄົງ ພົບກັບຄວາມຫຍຸ້ງຍາກຢູ່".

ນອກຈາກນີ້ທ່ານ ກຽດຕິ ຍັງເວົ້າຕື່ມວ່າ ທີ່ຜ່ານມາການຊ່ອຍເຫລືອ ຂອງອົງການເອກກະຊົນ ໃນສປປລາວ ກໍໄດ້ເຮັດໃຫ້ຊີວິດ ການເປັນຢູ່ຂອງ ເດັກນ້ອຍໄດ້ພັທນາ ຂື້ນກວ່າເກົ່າ. ເດັກນ້ອຍທີ່ທຸກຍາກ ກໍໄດ້ຮຽນໜັງສື ແລະ ພັທນາຊິວິດຂອງ ພວກຂະເຈົ້າເອງຫລາຍຂື້ນ. ເຖິງປານນັ້ນກໍຕາມ ກໍຍັງມີ ເດັກນ້ອຍອີກ ຈຳນວນຫລວງຫລາຍ ໂດຍສະເພາະຢູ່ເຂດ ຫ່າງໄກສອກຫລີກ ທີ່ດ້ອຍໂອກາດ.

ທ່ານໄດ້ເວົ້າໃນຕອນທ້າຍວ່າ ສະພາແຫ່ງຊາດລາວໄດ້ ຮັບຮອງເອົາກົດໝາຍ ທີ່ລະບຸຢ່າງແຈ່ມແຈ້ງ ວ່າດ້ວຍສິດທິ ແລະ ຜົນປໂຍດຂອງເດັກນ້ອຍ ຈຶ່ງເຮັດໃຫ້ພາກຣັຖ ສາມາດຮ່ວມມື ກັບເອກກະຊົນ ໃນການຈັດຕັ້ງ ກອງທຶນເພື່ອພັທນາ ເດັກນ້ອຍ ໃຫ້ພົ້ນຈາກ ການດ້ອຍໂອກາດ ໃນສັງຄົມ ໃຫ້ສາມາດພັທນາໂຕເອງ ໃຫ້ຢູ່ໃນສັງຄົມ ໄດ້ຢ່າງມີປະສິດທິພາບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.