ທາງການລາວ ກຳລັງ ຊອກຫາ ນັກລົງທຶນ ຕ່າງຊາດ ທີ່ຈະ ມາຮ່ວມ ຕັ້ງສຖາບັນ ຝືກບຸກຄຣາກອນ ດ້ານການບີນ ຣະດັບສູງ ໃນລາວ. ເພື່ອເປັນ ການຮອງຮັບ ການຂຍາຍຕົວ ຂອງການບີນ ໃນລາວ ແລະ ໃນຂົງເຂດ, ທາງການລາວ ກຳລງັ ຊອກຫາ ເອກຊົນ ຕ່າງຊາດ ມາຮ່ວມ ຕັ້ງສຖາບັນ ຝືກໂອບຣົມ ບຸກຄຣາກອນ ທາງດ້ານ ການບີນ ໃນລາວ, ດັ່ງທ່ານ ຍາກົວ ລໍປາງກາວ, ຫົວໜ້າ ກົມການບີນ ພົລະເຣືອນ ຂອງລາວ ໄດ້ກ່າວ ກ່ຽວກັບ ເຮື້ອງນີ້ ໃນຕອນນຶ່ງວ່າ:
“ກໍ່ມີ ຫລາຍທາງເລືອກF ມີ ເກົາຫລີໃຕ້, ຮົງກົງ, ສີງກະໂປ, ມາເລເຊັຽ ກຳລັງ ສືກສາ ກັນຢູ່ ດຽວນີ້ ແລະເຮົາ ຈະເລືອກເອົາ ຄູ່ສັນຍາໃດ ທີ່ມັນເຊື່ອຖືໄດ້ ເພື່ອສ້າງ ໂຮງຮຽນ ຫລື ສຖາບັນ ຝືກໂອບຣົມ ສ້າງ ບຸກຄຣາກອນ ພາຍໃນປະເທດ. ຖັດຈາກ ນັ້ນ ຕ້ອງໄດ້ ເຊື້ອເຊີນ ບັນດາ ນັກຮຽນ ຈາກຕ່າງປະເທດ ເຂົ້າມາ”
ທ່ານ ກ່າວເພີ້ມ ອີກວ່າ ໃນເວລານີ້ ມີ ເອກຊົນ ຕ່າງຊາດ ຈາກ ຫລາຍປະເທດ ສແດງ ຄວາມສົນໃຈ ຢາກມາ ຕັ້ງສຖາບັນ ດັ່ງກ່າວ ຮ່ວມກັບ ຣັຖບານລາວ ຊື່ງຈະມີ ທັງຫລັກສູດ ນັກບີນ, ວີສະວກອນເຄື່ອງບິນ, ນາຍຊ່າງ ແລະເ ຈົ້າຫນ້າທີ່ ຄວບຄຸມ ການສື່ສານ ທາງອາກາດ ໃນຣະດັບ ປຣີນຍາຕຣີ ຂຶ້ນໄປ ເພື່ອສນອງ ຕາມ ຄວາມຕ້ອງການ ຂອງ ການຂຍາຍຕົວ ຂອງ ທຸຣະກິດ ການບີນ ໃນລາວ ຊື່ງແຕ່ກ່ອນ ຣັຖບານລາວ ໄດ້ສົ່ງ ນັກສືກສາ ລາວ ໄປສືກສາ ດ້ານນີ້ ໃນຕ່າງປະເທດແຕ່ດ້ວຍ ຄ່າໃຊ້ຈ່າຍແພງ ແລະ ກໍ່ສາມາດ ສົ່ງໄດ້ ໃນຈຳນວນ ຈຳກັດ ຈື່ງ ຕ້ອງການ ຕັ້ງ ສຖາບັນ ນີ້ຂື້ນ ພາຍໃນປະເທດ. ການສືກສາ ແມ່ນໃນຂັ້ນ ປຣີນຍາຕຣີ ຂື້ນໄປ, ນອກຈາກນັ້ນ, ຖ້າມີ ນັກສືກສາ ຈາກປະເທດອື່ນ ສົນໃຈ ຢາກມາຮຽນ ໃນສຖາບັນ ແຫ່ງນີ້ ກໍ່ສາມາດ ເຂົ້າມາຮຽນໄດ້.
ເຖີງຢ່າງໃດ ກໍ່ຕາມ, ເມື່ອເວົ້າເຖີງ ອຸສາຫາກຳ ການບີນ ຂອງລາວ ໃນຣະຍະ ທີ່ ຜ່ານມາ ກໍ່ຖືວ່າ ມີ ການຂຍາຍຕົວ ຢ່າງຕໍ່ເນື່ອງ. ວຽກງານ ການບໍຣີການ ແລະຄວາມປອດພັຍ ເທີງອາກາດ ກໍ່ຖືກ ຍົກຣະດັບ ຂຶ້ນເລື້ອຍໆ ທີ່ຈະສ້າງ ຄວາມໝັ້ນໃຈ ໃຫ້ແກ່ ນັກທ່ອງທ່ຽວ ຜູ້ທີ່ ໃຊ້ບໍຣີການ ໄດ້ເປັນຢ່າງດີ.
EKW: ການບິນພົລເຮືອນ