ການສລອງປີໃໝ່ລາວ ທີ່ແຂວງຊຽງຂວາງ

ບຸນປີໃຫມ່ ທີ່ແຂວງຊຽງຂວາງ ເລີ້ມກັນແລ້ວ ໃນອາທີດນີ້ ຕາມຮິດຄອງປະເພນີ ອັນດັ້ງເດີມ ຂອງລາວ ໂດຍສເພາະ ຂອງຊາວແຂວງຊຽງຂວາງ ທີ່ປະກອບດ້ວຍ ຫລາຍຊົນເຜົ່າ.

ການຈັດ​ງານ​ບຸນປີ​ໃຫມ່ ​ທີ່​ແຂວງ​ຊຽງ​ຂວາງ ຈະ​ເລີ້ມ ​ໃນ​ວັນ​ທີ 12 ຫາ​ ວັນທີ 16 ​ເມສາ ​ໃນ​ປີ​ນີ້ ຈະ​ເນັ້ນການ​ທຳບຸນ​ຕັກບາດ ຕາມ​ວັດວາອາຣາມຕ່າງໆ ການ​ຂໍ​ພອນ ​ຈາກ​ພຣະສົງ ອົງຄະ​ເຈົ້າ ​ແລະ ​ຜູ້​ອາວຸ​ໂສ, ສຳລັບ​ເຣື້ອງ​ການ​ເລີ້ນ​ເລີງ ກໍ​ຈະ​ມີ​ການກວດ​ນາງ​ສັງຂານ ​ແລະ ​ປ​ະ​ເພນີ ການ​ສູ່ຂວັນ​​ ຕຣອດຮອດ​ພື​ຕິ​ກຳ ​ຕ່າງໆ ຫລາຍ​ຢ່າງ ​ໃນ​ຊ່ວງ​ບຸນປີ​ໃຫມ່.

ທ່ານ ຄຳ​ເພັດ ພົມມະ​ດວງ​​ໄກສອນ ຫົວຫນ້າ​ຫ້ອງ​ການທ່ອງທ່ຽວ ​ແຂວງ​ຊຽງ​ຂວາງ ​ໄດ້​ກ່າວ ກ່ຽວ​ກັບ​ຄວາມ​ມ່ວນ​ຊື່ນ ​ໃນ​ການສລອງ​ບຸນປີ​ໃຫມ່ ທີ່​ແຂວງ​ຊຽງ​ຂວາງ ​ວ່າ:

"ບຸນປີ​ໃຫມ່​ປີ​ນີ້ ຖື​ວ່າ ​ພວກ​ເຮົາ ​ຫ້າງ​ຫາ​ກະ​ຕຽມ ​ເພື່ອປະ​ກວດ ​ນາງ​ສັງຂານ ກາຍ​ຫີ້ນບຸນປີ​ໃຫມ່ ​ຕາມ​ຮີດຄອງ​ປະ​ເພນີ ມີ​ພິທີ​ສູ່​ຂັວ​ນ​ ໄປ​ຕັກບາດ ​ຢາດ​ນ້ຳ ​ໄປ​ສົງການ​ພຣະ​ເຈົ້າ ຢູ່​ວັດ."

ທ່ານ​ກ່າວ ​ເພີ້​ມອີກ​ ວ່າ ​ແຂວງ​ຊຽງ​ຂວາງ ​ເປັນ​ແຂວງ​ນອ້ຍ ສຖານ​ທີ່​ ທອ່ງທ່ຽວ ​ກໍ່ບໍ່​ມີ​ຫລາຍ ນັກ​ທ່ອງ​ທ່ຽວ ສ່ວນ​ໃຫຍ່ ​ກໍ່​ຈະ​ມາ​ທ່ຽວ​ຊົມ ​ທົ່ງ​ໃຫຫີນ, ນອກຈາກ​ນັ້ນ ກໍ່​ແມ່ນ​ ມາ​ທ່ຽວ​ຊົມ ​ທັມມະ​ຊາດ ຊື່​ງທາງ​ການ​ແຂວງ ​ກໍ່​ຄາດ​ວ່າ ​ໃນ​ຊ່ວງ​ບຸນປີ​ໃຫມ່​ນີ້ ອາດ​ຈະ​ມີ​ນັກ​ທ່ອງ​ທ່ຽວ ​ເຂົ້າມາ​ແຂວງ​ຊຽງ​ຂວາງ ​ເປັນ​ຈຳນວນ​ຫລວງຫລາຍ ​ເຫມືອນ​ກັນ ​ແຕ່​ກໍ່​ຈະ​ຫນ້ອຍ​ກວ່າ​ ແຂວງ​ຫລວງ​ພຣະບາງ. ທາງ​ການ​ແຂວງ ​ຈະ​ວາງ​ມາຕການ ​ຢ່າງ​ເຂັມງວດ ​ເພື່ອຮັກສາ​ຄວາມ​ປອດ​ພັຍ ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ທີ່​ຈະ​ມາ​ທ່ຽວ​ ແຂວງ​ຊຽງ​ຂວາງ​ໃນ​ຊ່ວງບຸນປີ​ໃຫມ່. ທ່ານ ຄຳ​ເພັດ ​ກ່າວ​ກ່ຽວ​ກັບ​ ການ​ຮັກສາ​ຄວາມ​ປອດ​ພັຍ ​ວ່າ:

"ພາກ​ສ່ວນ ​ທີ່​ປ້ອງ​ກັນ​ຄວາ​ມປອດ​ພັຍ ​ຂ​ອງ​ແຕ່​ລະ​ບ້ານ ຕາມ​ສາຍ​ທາງ​​ບ້ານ​ໃດ ​ກໍ່ບ້ານນັ້ນ ຮັບ​ຜີ​ດຊອບ​ເຣື້ອງ​ຄວາມ​ປອດ​ພັຍ"

ງານ​ບຸນປີ​ໃຫມ່​ ໃນ​ລາວ ​ເປັນ​ງານ​ມະຫາ​ກຳ ທາງ​ດ້ານ​ສາ​ສາ​ນາ ປະ​ເພນີ ວັທນະ​ທັມ​ ຂອງລາວ ທີ່​ໄດ້​ປະຕິບັດ​ ກັນ​ມາ​ ແຕ່​ໂບຣານນະ​ການ, ​ໃນ​ປີ​ນີ້ ກໍ່​ເຫນືອ​ນກັບ ​ປີ​ທີ່​ຜ່ານ​ມາ ຄົນ​ລາວ ​ກໍ່​ຈະ​ມີ​ການສລອງ​ກັນ ​ແບບ​ລາວໆ ຢ່າງ​ຄືກ​ຄື້ນ ​ໂດນ​ສ​ເພາະ ທີ່​ຫົວ​ເມືອງ​ໃຫຍ່ໆ ດັ່ງ​ທີ່​ຫລວງ​ພຣະບາງ ວຽງ​ຈັນ ສວັນນະ​ເຂດ​ແລະ ​ປາກ​ເຊ ​ເປັນຕົ້ນ. ຣັຖບາ​ນລາວ ກໍ່ວາງ​ມາຕການ​ ຢ່າງ​ເຂັ້ມງວດ​ ເພື່ອຮັກສາ​ຄວາມ​ປອດ​ພັຍ ​ໃຫ້​ແກ່​ທຸກ​ພາກສ່ວນ ​ໂດຍສ​​ເພາະ ກຸ່ມ​ນັກ​ທ່ອງ​ທ່ຽວ.