ກອງປະຊຸມ ອາຊຽນ ວ່າດ້ວຍ ໄຂ້ຫວັດ AH1N1

ກອງປະຊຸມ ພິເສດ ຂອງຄະນະຣັຖມົນຕຣີ ສາທາຣະນະສຸຂ ອາຊ໊ຽນ+3 ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກບັນດາປະເທສ ອື່ນໆ ໃນເຂຕເອເຊັຽ ເຣີ່ມຈັດຂື້ນ ທີ່ບາງກອກ ໃນມື້ວັນພະຫັດນີ້.

ກອງ​ປະຊຸມດັ່ງກ່າວ ​ມີ​ກຳໜົດ​ ສືບ​ຕໍ່​ໄປ​ຮອດ ​ວັນ​ທີ່ 8 ພຶ​ສພາ​ນີ້ ​ເພື່ອ​ພິຈາຣະນາ ​ຫາ​ວິທີ​ທາງ​ກຳຈັດ ​ແລະ ​ປ້ອງ​ກັນ​ ເຊື້ອ​ໂຣຄໄຂ້ຫວັດ​ໃຫຍ່ ​ສາຍ​ພັນ​​ໃໝ່ ​ຊນິດ AH1N1 ​ທີ່​ໄດ້​ເຣີ່ມ​ຣະບາດ​ຂື້ ນ​ໃນ​ເມ໊ຄຊີ​​ໂກ ​ແລະ ​ແພ່ຣະບາດ​ໄປ ​ໃນ​ບໍ່​ຕໍ່າ​ກວ່າ 20 ປະ​ເທສທົ່ວ​ໂລກ​ແລ້ວ ​ໃນ​ປັຈຈຸ​ບັນ​ນີ້​.

ກ່ຽວ​ກັບ ກາຣຕຣຽມພ້ອມ​ຕ່າງໆດຣ. ພຣາຕບຸນ​ຍະ​ວົງ​ສິຣຸຕ ​ເລຂາທິກາຣ ສາທາຣະນະ​ສຸ​ຂ ອາຊ໊ຽນ ​ໄດ້​ກ່າວ ​ຄາວ​ເປີດ​ກອງ​ປະຊຸມ ​ມື້​ວັນ​ພະຫັດ​ນີ້​ວ່າ:

" ສະມາຊິກ ປະ ເທ ສ ອາຊ໊ຽນ ບວກ 3 ຮ່ວມ ກັບ ສປຈີນ ເກົາຫລີ ໃຕ້ ແລະ ຍີ່ປຸ່ນ ພ້ອມ ດ້ວຍ ສະມາຊິກ ຮ່ວມ ງານ ອື່ນໆ ມີ ຄວາມ ພ້ອມ ໃນ ກາຣຕ້ານ ກາຣ ແພ່ຣະບາດ ຂອງ ເຊື້ອ ໂຣຄ ພ້ອມ ກັບ ດ້ານ ກາຣຜລິ ຕ ຢາ ວັກ ຊີ ນ ກໍ ມີ ພຽງພໍ ກັບ ຄວາມ ຕ້ອງກາຣ ພ້ອມ ກັບ ຍັງ ມີ ແຜນ ເພື່ອ ດຳ ເນີນ ການ ຝຶກ ຊ້ອມ ເຈົ້າໜ້າ ທີ່ ກ່ຽວຂ້ອງ ເພື່ອ ໃຫ້ ສາມາດ ໃຫ້ ຄວາມ ຊ່ວຍ ເຫລືອ ຜູ້ ຄົນ ປ່ວຍ ທີ່ ອາຈຈະ ມີ ຂື້ນ ຈາກ ກາຣ ແພ່ ຂອງ ເຊື້ອ ໂຣຄດັ່ງກ່າວ ນີ້ "

ໃນ​ຂະນະ​ດຽວ​ກັນ​ນີ້ Dr. Keiji Fukuda ຮອງ​ຜູ້ອຳນວຍກາຣ ​ແລະ ​ເລຂາທິກາຣ ດ້ານ​ສາທາຣະນະ​ສຸຂຄວາມ​ໝັ້ນຄົງ ​ແລະ ​ສະພາບ​ແວດ​ລ້ອມ ​ຂອງ​ອົງກາຣອະນາມັຍ​ໂລກ ​ກໍ​ກ່າວ ​ໃຫ້​ທັສນະ​ວ່າ:

"​ ເທົ່າ ທີ່ ພົບ ເຫັນ ພວກ ທີ່ ມີ ອາກາຣ ເປັນ ໄຂ້ຫວັດ ນັ້ນ ສ່ວນ ຫລາຍ ແມ່ນ ເກີດ ຂື້ນ ໃນ ກຸ່ມ ທີ່ ມີ ກາຣ ເດີນທາງ ໄປ - ມາ ​​ ​ ແລະ ພວກ ທີ່ ໄດ້ ຢູ່ ໃກ້ຊິດ ຫລື ສັມຜັສ ກັບ ຜູ້ ຄົນ ທີ່ ເດີນທາງ ກັບ ຈາກ ປະ ເທສ ທີ່ ມີ ກາຣ ແພ່ຣະບາດ ຂອງ ເຊື້ອ ໂຣຄ ເທົ່າ ນັ້ນ "

​ເຖີງຢ່າງ​ໃດ​ກໍ​ຕາມທາງ​ກອງ​ປະຊຸມ ​ຍັງ​ຈະ​ປະກາດ ​ໃຫ້​ມີ​ກາຣ​ເຝົ້າຣະວັງ ​ຕໍ່​ໄປ​ຢ່າງ​ເຂັ້ມງວດ ​ໂດຽສະ​ເພາະ​ ຕາມ​ດ່ານ​ສນາມ​ບິນ ​​ແລະ ​ດ່ານ​ເຂ​ຕຊາຍ​ແດນພ້ອມ​ກັບ​ ໃຫ້​ມີ​ກາຣຮ່ວມ​ມື ​ເພື່ອ​ແລກປ່ຽນ​ ຂໍ້​ມູລກ່ຽວ​ພັນ ​ກັບກາຣ​ແພ່ຣະບາດ ​ຂອງ​ເຊື້ອ​ໂຣຄ ສາຍ​ພັນ​ໃໝ່​ ດັ່ງກ່າວ​ນີ້.