ຊາວມົ້ງລາວ ຈາວ່າ "ຖ້າສົ່ງກັບ ສປປລາວ ຈະຂ້າຕົວຕາຍ"

ຊະຕາກັມ ຂອງ ຊາວມົ້ງລາວ 154 ຄົນ ທີ່ຖືກຄວບຄຸມໂຕໄວ້ ຢູ່ ແຂວງໜອງຄາຍ ຂອງໄທ ຈະເປັນແນວໃດແທ້ ຍັງບໍ່ມີໃຜຮູ້; ແຕ່ຂະເຈົ້າ ຍັງຢືນຢັນ ຄຳເກົ່າ ວ່າ ຖ້າສົ່ງກັບ ສປປລາວ ຈະຂ້າຕົວຕາຍ

ທ່ານ Joe Davy ຜູ້ແລ່ນເຕັ້ນ ແລະ ຕໍ່ສູ້ ຊ່ອຍຊາວມົ້ງລາວ 154 ຄົນ ທີ່ຖືກທາງການໄທ ກັກຂັງໄວ້ ຢູ່ສູນ ກວດຄົນເຂົ້າເມືອງ ເມືອງໜອງຄາຍ ຂອງໄທນັ້ນ ກ່າວຕໍ່ ສື່ມວນຊົນ ທ້ອງຖິ່ນວ່າ ເຖິງແມ່ນ ທາງການໄທ ໄດ້ຢືນຢັນຢູ່ເລື້ອຍໆ ຕໍ່ອົງການ ນັກການທູດ ຕ່າງປະເທດ ວ່າ ຣັຖບານໄທ ບໍ່ມີແຜນການຜັກດັນ ຊາວມົ້ງລາວ ຈຳນວນດັ່ງກ່າວ ກັບຄືນ ສປປລາວ ກໍຕາມ, ແຕ່ກໍມີຄວາມເປັນໄປໄດ້ ວ່າ ຣັຖບານໄທ ອາດຈະສົ່ງ ພວກຂະເຈົ້າກັບຄືນ ສປປລາວ ໃນຕອນທ້າຍ ສັປດານີ້.

ທ່ານ Davy ເວົ້າວ່າ ສະພາບຄວາມເປັນຢູ່ ຂອງພວກຂະເຈົ້າ ຢູ່ສູນກັກຂັງນັ້ນ ຂີ້ຮ້າຍຫຼາຍ, 154 ຄົນຖືກຈັດ ໃຫ້ຢູ່ໃນ 2 ຫ້ອງນ້ອຍ ທີ່ແບ່ງເປັນຫ້ອງ ຜູ້ຊາຍແລະ ຫ້ອງແມ່ຍິງ ແລະ ຢູ່ກັນ ຢ່າງແອອັດ.

ພວກເຂົາເຈົ້າ ໄດ້ຮັບອະນຸຍາດ ໃຫ້ອອກນອກຫ້ອງ ພຽງແຕ່ 2 ຊົ່ວໂມງ ຕໍ່ມື້ ທໍ່ນັ້ນ. ນ້ຳກິນ, ນ້ຳໃຊ້ ຂອງພວກຂະເຈົ້າ ກໍບໍ່ສະອາດ, ບໍ່ອະນາໄມ ຊຶ່ງພາໃຫ້ທ້ອງເສັ ຽແລະ ມີໂຣກຜິວໜັງ. ພວກເຂົາເຈົ້າ ຢູ່ໃນສະພາບນີ້ ມາໄດ້ເກືອບເຖິງ 17 ເດືອນແລ້ວ. ໃນຈຳນວນ 154 ຄົນນີ້, ສ່ວນຫຼາຍ ເປັນຜູ້ຍິງ ແລະເດັກນ້ອຍ.

ຊາວມົ້ງເຫຼົ່ານີ້ ຍັງເວົ້າຄືເກົ່າຢູ່ວ່າ ພວກຕົນ ຈະພາກັນ ຂ້າໂຕຕາຍ ຖ້າຫາກຖືກຜັກດັນ ຫຼືຖືກບັງຄັບ ໃຫ້ກັບຄືນໄປ ສປປລາວ ແລະຂະເຈົ້າມີຄຳຖາມວ່າ ທາງຣັຖບານໄທ ແລະ UNHCR ຊ່ອຍເຫຼືອ ຊາວອົພຍົກ ພວກອື່ນ ເຊັ່ນ ຊາວອົພຍົກ ພະມ້າ, ເກົາຫຼີເໜືອ, ວຽດນາມ ແລະ ອັຟຣິກາ ໃນການໄປຕັ້ງຖິ່ນຖານ ຢູ່ປະເທດທີ 3 ແຕ່ເປັນຫຍັງ ຈຶ່ງບໍ່ຊ່ອຍ ພວກຂະເຈົ້າ ແລະ ເປັນຫຍັງ ຈຶ່ງຈະສົ່ງ ຂະເຈົ້າ ກັບຄືນໄປ ປະເທດ ຄອມມິວນິສ ສປປລາວ.