ຊາວມົ້ງ ຊຸດ 2 ກັບເຖິງ ສປປລາວ

ຊາວມົ້ງ ຜູ້ທີ່ສມັກໃຈ ກັບ ສປປລາວ ຈຳນວນ 67 ຄົນ, ຈາກສູນທີ່ ບ້ານຫ້ວຍນ້ຳຂາວ, ເມືອງເຂົາຄໍ້, ແຂວງເພັສບູນ, ປະເທດໄທ ໃນວັນທີ 10 ເດຶອນເມສາ ນີ້, ບໍ່ໄດ້ໄປຕັ້ງຖີ່ນຖານຢູ່ ບ້ານຜາຫລັກ ຕາມທີ່ ທາງການລາວຄາດໃວ້

ຊາວ​ມົ້ງ ຜູ້ທີ່​ສມັກ​ໃຈ​ ກັບ ສປປ​ລາວ ຈຳນວນ 67 ຄົນ, ຈາກ​ສູນ​ ບ້ານຫ້ວຍ​ນ້ຳ​ຂາວ, ​ເມືອງ​ເຂົາ​ຄໍ້, ​ແຂວງ​ເພັສບູນ, ປະ​ເທດໄທ ​ໃນ​ວັນ​ທີ 10 ​ເດຶອນ​ເມສາ ນັ້ນ, ບໍ່​ໄດ້​ໄປ​ຕັ້ງຖີ່​ນຖານ​ຢູ່ ບ້ານ​ຜາ​ຫລັກ ຕາມ​ທີ່ ທາງ​ການ​ລາວ​ຄາດ​ໃວ້; ​ແຕ່​ຈະ​ເອົາ​ໄປ​ໃວ້ ​ສູນ​ຕ້ອນຮັບ​ຊົ່ວຄາວ,​ ​ເມືອງ​ປາກ​ຊັນ​, ແຂວງ​ບໍ​ຣີຄຳ​ໃຊກ່ອນ, ​ເພື່ອສືບ​ຫາ​ທີ່​ມາ​ເບື້ອງ​ຕົ້ນ. ຖ້າຫາກ​ຜູ້​ໃດ ມີ​ບອ່ນທຳ​ມາ​ຫາ​ກີ​ນມາແລ້ວ ກໍ່​ຈະ​ສົ່ງ​ກັບພູມລຳ​ເນົາ​ເດີມ.

ໃນ​ມື້​ສົ່ງ​ມອບ, ທ່ານ ຢົງ ຈັນທະ​ລັງສີ ໂຄສົກ ​ກະຊວງ​ການ​ຕ່າງປະ​ເທດ ສປປລາວ ​ໃຫ້ການ​ວ່າ: ຣັຖບານ​​​ ຈະຫາ​ທີ່ຢູ່​ອາສັຍ​ແຫ່ງ​ໃຫມ່ໃຫ້ ທັງກຸ່ມທີ່​ບໍ່​ມີ​ບອ່ນຢູ່​ອາສັຍ ​ແລະ ​ກຸ່ມ​ທີ່​ຍັງມີ​ພູມລຳ​ເນົາ ​ແລ້ວ​ຕ້ອງການ ທຳ​ມາ​ຫາ​ກິນ​ແບບ​ເກົ່າ ຄື ການ​ເຮັດ​ໄຮ່ ​ຢູ່​ທ້ອງ​ຖິ່ນ​ເດີມ; ​ແຕ່​ບໍ່​ໄດ້​ກ່າວ​ເຖີງ ບ້ານ​ຜາ​ຫລັກ. ໃນ​​ເວລາ​ນີ້, ​ບ້ານ​ຜາ​ຫລັກ ​ມີ​ຊາວມົ້ງ ​ຈາກ​ເຂດ​ຕ່າງໆ ມາ​ພັກ​ພາ​ອາສັຍ ​ເພີ່ມອີກ ເຖີງ 281 ຄົນ​ແລ້ວ. ເຈົ້າຫນ້າ​ທີ່ ​ບ້ານ​ຜາ​ຫລັກ ​ທ່ານ​ນື່ງ ​ກ່າວ​ວ່າ:

“​ເພີ້​ມຂື້ນ​ເນີ​ດຽວ​ນີ້, ມນັມີ​ຢູ່ 281 ຄົນ, ມີ​ຢູ່ 54 ຄອບຄົວ, ​ແມ່ນ​ມາ​ຈາກ​ເມືອງ​ແມດ ​ແຂວງ​ວຽງ​ຈັນ, ​ເປັນ​ພີ່ນ້ອງດຽວ​ກັນ​ກັບ 11 ຄອບຄົວ”

ທ່ານ​ ຍັງ​ບອກ​ອີກ​ວ່າ ​ຫລັງ​ຈາກ ​ທາງ​ການ​ລາວ ​ປະ​ກາດ ​ເຂດ​ບ້ານ​ພທັນາ​ຜາ​ຫລັກ ສຳລັບ​ຊາງວມົ້ງ, ​ເຂົາ​ເຈົ້າ ກໍ່​ລັ່ງ​ໄຫລ​ກັນ​ມາ ຈາກ​ເຂດ​ອື່ນໆ​ ​ເປັນ​ຈຳນວນ ​ຫລວງຫລາຍ ​ເພາະ​ຕ້ອງການ​ ຄວາມ​ຊ່ອຍ​ເຫລືອ ​ແລະ​ ການ​ບໍຣີການ ​ຈາກ​ຝ່າຍຣັຖບານ ​ໃນ​ການ​ດຳຣົງຊິ​ວີ​ດ ປະຈຳວັນ. ​ປັດຈຸບັນ ຣັ​ຖບານລາວ ໄດ້​ສ້າງ​ໂຮງຫມໍ, ​ໂຮງຮຽນ ​ແລະ ​ຈັດ​ສັນ​ທີ່​ດີ​ນ ສຳລັບ​ ການທຳ​ມາ​ຫາ​ກີ​ນ. ທ່ານ​ກ່າວ​ເພີ້​ມອີກ​ວ່າ:​

“ປັດຈຸບັນ​ ເພີ່ນ​ກຳລັງ ​ປຸກ​ໂຮງຮຽນ, ສ້າງ​ໂຮງຮຽນ ກັບ​ປຸກ​ເຮືອນ ຕື່ມອີກ 50 ຫລັງ. ປັດຈຸບັນ​ມີ​ເຮືອນ​ສ້າ​ງ​ແລ້ວ 36 ຫລັງ”

ບ້ານ​ຜາ​ຫລັກ ​ເປັນ​ບ້ານ​ພັທນາ ທີ່​ທາງ​ການ​ລາວ ​​ແລະ ​ໄທ ​ໄດ້ຕົກລົງ​ກັນ​ວ່າ ຈະ​ສ້າງ​ໃວ້ ​ເພື່ອຮອງຮັບ​ ຊາວ​ມົ້ງ ກວ່າ 7,000 ​ຄົນ ​ທີ່​ຈະ​ຖືກ​ພັກ​ດັນ ​ໃຫ້​ກັບ ສປປລາວ ຈາກ​ສູນ, ແຂວງ​ເພັສບູນ​ ແລະ ຊຶ່ງ​ກຳລັງ ​ທະ​ຍ່ອຍ​ກັນກັບ​ ໃນ​ທ້າຍ​ປີ​