ເຜົ່າມົ້ງ ຫ້ວຍນໍ້າຂາວ 837 ຄົນ ສມັກໃຈ ກັບບ້ານ

ຊາວມົ້ງລາວ 837 ຄົນ ຈາກບ້ານ ຫ້ວຍນ້ຳຂາວ ທີ່ສມັກໃຈ ກັບຄືນ ປະເທດລາວ ໄດ້ຖືກມອບ ໃຫ້ແກ່ ທາງການລາວແລ້ວ ຢູ່ທີ່ນະຄອນວຽງຈັນ.

0:00 / 0:00

ໃນບ່າຍ ວັນອາທິດ ທີ່ 22 ມິຖຸນານີ້ ໄດ້ມີ ພິທີມອບ ຊາວມົ້ງລາວ ທີ່ອາໃສ ຢູ່ສູນຮອງຮັບ ຊົ່ວຄາວ ບ້ານຫ້ວຍນ້ຳຂາວ ໃນແຂວງເພັດຊະບູນ ຂອງໄທ ຣະຫວ່າງ ໄທ ແລະ ລາວ ກ່ຽວຂ້ອງ ຢູ່ທີ່ ສະໂມສອນ ຕຳຣວດ ບ້ານໂພນພະເນົາ, ນະຄອນຫລວງ​ວຽງ​ຈັນ.

ພວກ 837 ຄົນ ນີ້ ຢູ່ໃນຈຳນວນ ພັນກວ່າຄົນ ທີ່ສມັກໃຈ ກັບປະເທດລາວ ເທື່ອນີ້ ຊຶ່ງເວົ້າ ໄດ້ວ່າ ເປັນກຸ່ມໃຫຍ່ ທີ່ສຸດ ທີ່ຖືກສົ່ງ ຈາກສູນຊົ່ວຄາວ ບ້ານຫ້ວຍນໍ້າຂາວ.

ທ່ານ ຢົ້ງ ຈັນທະ​ລັງສີ, ​ໂຄສົກ ​ກະຊວງ​ ການ​ຕ່າງປະເທດ ສປປລາວ, ​ເວົ້າ​ເຖິງ ການ​ຮັບ​ເອົາ​ຊາວ​ມົ້ງລາວ ​ກຸ່ມ​ນີ້​ວ່າ:

“​ໃນ​ການ​ຕ້ອນຮັບ ​ເທື່ອ​ນີ້​ນິ໋, ຕາມ​ຄາດໝາຍ ຂອງ​ພວ​ກ​ເຮົາ ພວກ​ເຮົາ ຈະ​ດໍາ​ເນີນ​ການ​ ​ໄວ​ທີ່ສຸດ. ຄິດ​ວ່າ ພາຍ​ໃນ ຣະຫວ່າງ 5 ມື້ ຫາ 10 ມື້ ​ແມ່ນ​ພວກ​ເຮົາ ຈະ​​ສາມາດ ຖາມ​ຂະ​ເຈົ້າ ກ່ຽວ​ກັບ ວ່າ ທີ່​ມາທີ່​ໄປ ຂອງ​ຂະ​ເຈົ້າ, ບ້ານ​ເກີດ ຂອງ​ຂະ​ເຈົ້າ ຢູ່​ໃສ, ຖ້າ​ຫາກ​ວ່າ ຮູ້ຈັກ​ຄັກ​ແນ່​ແລ້ວ​, ​ແມ່ນ​ພວກ​ຂ້າພະ​ເຈົ້າ ຈະ​ເຣີ້ມ ຄ່ອຍໆ​ທະ​ຍອຍ ກັບ​ຄືນ​ເມືອ​ ບ້ານ​ເກີດ ຂອງ​ຂະ​ເຈົ້າ.”

ສ່ວນ ທີ່ເຫລືອ ອີກ 37 ຄອບຄົວ ຫລື ປະມານ ຮ້ອຍກວ່າຄົນ ນັ້ນ ທາງການລາວ ຂໍໃຫ້ ຝ່າຍໄທ ນຳສົ່ງ ໃນວັນທີ່ 30 ເດືອນນີ້ ເພາະຍັງ ບໍ່ພ້ອມ ທີ່ຈະຮັບຄົນ ຈຳນວນຫລາຍ ຂນາດນີ້ ດັ່ງ​ ທ່ານ​ຢົ້ງ ​ໃຫ້​ຣາຍລະອຽດ ​ວ່າ:

"​ແມ່ນ​ ພວກ​ຂ້າພະ​ເຈົ້າ ຂໍ​ສະ​ລໍ ນໍາ​ພວກ​ເພິ່ນ​ໄດ້ ​ເປັນ​ເວລາ 1 ອາທິດ ຫາ 10 ມື້ ຄື ​ເຣີ້ມ​ແຕ່​ວັນ​ທີ 30 ​ເປັນ​ຕົ້ນ​ໄປ ​ແມ່ນ​ພວກ​ຂ້າພະ​ເຈົ້າ ຈະ​ກຽມພ້ອມ ຕ້ອນຮັບ, ພາຍຫລັງ ທີ່​ວ່າ ພວກ​ຂ້າພະ​ເຈົ້າ ຄ່ອຍໆ​ທະ​ຍອຍ ສົ່ງ​ພວກ ​ທີ່​ວ່າ ກັບ​ມາ ​ມື້​ນີ້ນິ໋ 837 ຄົນ ກັບ​ບ້ານ."

ການສົ່ງ ຕົວຊາວມົ້ງ ລາວກັບປະເທດ ເທື່ອນີ້ ເປັນຜົນສືບ ເນື່ອງມາຈາກ ການເຈຣະຈາ ຣະຫວ່າງ ຜູ້ນຳ ຊາວມົ້ງລາວ ແລະ ເຈົ້າແຂວງ ​ແຂວງເພັດຊະບູນ ທ່ານ ຕໍ່​ພົງ ອຳ​ພັນ ແລະ ແມ່ທັບ ພາກ 3 ຂອງໄທ, ພົນ​ໂທ ​ສຳ​ເຣີງ ສີ​ວາ​ດຳຣົງ, ພາຍຫລັງ ທີ່ຊາວມົ້ງລາວ ປະມານ 3 ຫາ 5 ພັນຄົນ ໄດ້ ພາກັນ ຍ່າງອອກຈາກ ແຄມຖນົນ ສາຍບ້ານ ຫ້ວຍ ນ້ຳຂາວ ໂດຍອ້າງວ່າ ພວກຕົນ ຈະໄປຂໍ ການຊ່ວຍເຫລືອ ຈາກຫ້ອງການ ຂ້າຫລວງໃຫຍ່ ສາຫະປະຊາຊາຕ ຝ່າຍຜູ້ອົບຍົບ (UNHCR) ທີ່ບາງກອກ ແລະ ຖືກເຈົ້າໜ້າທີ່ໄທ ກີດກັ້ນໄວ້ ກ່ອນຈະໄປຮອດ ທາງໃຫຍ່.