ອອສເຕຣເລັຍ ຍິນດີຮັບເອົາ ຊາວມົ້ງລາວ

ຣັຖມົນຕຣີການ ຕ່າງປະເທດ ອອສເຕຣເລັຍ ທ່ານ Stephen Smith ໄດ້ອອກຖແລງຂ່າວວ່າ ອອສເຕຣເລັຍ ມີຄວາມເປັນຫ່ວງ ຢ່າງສູງທີ່ມີ ການເນຣະເທດ ຊາວມົ້ງລາວ ທີ່ຂໍລີ້ພັຍຢູ່ໃນໄທ ກັບໄປລາວ.

ໃນຈຳນວນຊາວມົ້ງລາວ ທັງໝົດ ທີ່ຖືກສົ່ງກັບ ມີ 158 ຄົນ ຈາກສູນກັກຂັງ ດ່ານຕຳຣວດ ກວດຄົນເຂົ້າເມືອງ ແຂວງໜອງຄາຍ ປະເທດໄທ ທີ່ ອົງການຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານອົພຍົບ UNHCR ໄດ້ຮັບຮູ້ວ່າ ເປັນຜູ້ອົພຍົບແລ້ວ. ອອສເຕຣເລັຍ ແລະ ຫລາຍປະເທດ ນາໆຊາດອື່ນໆ ໄດ້ຕົກລົງ ທີ່ຈະຮັບເອົາພວກຂະເຈົ້າ ໄປຕັ້ງຖິ່ນຖານໃໝ່.

ອອສເຕຣເລັຍ ຖືວ່າບຸກຄົນເຫລົ່ານີ້ ເປັນຜູ້ອົພຍົບ ແລະຈະຕ້ອງໄດ້ໄປ ຕັ້ງຖິ່ນຖານໃໝ່ ຢູ່ອອສເຕຣເລັຍ ຫລືປະເທດອື່ນໆ ຈາກໄທໂດຍກົງ ແລະໂດຍຖືກຕ້ອງຕາມ ມາຕຖານສາກົນ ເຊັ່ນບໍ່ມີການ ສ້າງຄວາມດືດຮ້ອນໃສ່ ຫລືການບັງຄັບ ສົ່ງກັບປະເທດ. ອອສເຕຣເລັຍ ມີຄວາມຜິດຫວັງ ຢ່າງສູງທີ່ ໄທແລະລາວ ໄດ້ຮວມມືກັນ ສົ່ງພວກຂະເຈົ້າ ກັບຄືນປະເທດ.

ນອກຈາກນີ້ ອີກກຸ່ມນຶ່ງ ໃນຈຳນວນຊາວມົ້ງລາວ 4,000 ກວ່າຄົນ ຈາກແຂວງເພັຊບູນ ປະເທດໄທ ອາດຈະມີບາງຄົນ ທີ່ມີສິດທີ່ຈະໄປ ຕັ້ງຖິ່ນຖານໃໝ່ ໃນປະເທດ ອື່ນໄດ້ ກໍໄດ້ຖືກບັງຄັບ ສົ່ງກັບໄປເຊັ່ນດຽວກັນ.

ຣັຖບານອອສເຕຣເລັຍ ຍັງຢືນຢັນວ່າ ຈະຮັບເອົາ ຊາວອົພຍົບມົ້ງລາວ ໄປຕັ້ງຖິ່ນຖານໃໝ່ ຢູ່ອອສເຕຣເລັຍ ຈຶ່ງໄດ້ຮຽກຮ້ອງ ມາອີກເທື່ອນຶ່ງໃຫ້ ລາວແລະໄທ ເຮັດຕາມ ມາຕຖານສາກົນ ໃນການປະຕິບັດ ຕໍ່ຜູ້ອົພຍົບ ແລະໃຫ້ຣັຖບານ ສອງປະເທດ ຮ່ວມມືກັບ UNHCR ແລະ ປະເທດຕ່າງໆ ທີ່ຍິນດີຈະຮັບ ເອົາຊາວມົ້ງລາວ ໃຫ້ໄດ້ໄປ ຕັ້ງຖິ່ນຖານໃໝ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org