ກຸ່ມສິດທິມະນຸດ ຮຽກຮ້ອງ ໃຫ້ປ່ອຍ ຫົວໜ້າເຜົ່າມົ້ງ

ອົງການ ສິດທິມະນຸດ ໃນສະຫະຣັດ ຮຽກຮ້ອງ ໃຫ້ທາງການລາວ ປ່ອຍພວກຫົວໜ້າ ຊາວມົ້ງ ທີ່ໄດ້ທໍາການປະທ້ວງ ແລະ ຖືກສົ່ງກັບລາວ ແບບບັງຄັບນັ້ນ.

ອົງການ ​ສິດທິ​ມະນຸດ HRW ທີ່​ມີ​ສູນ​ກາງ ​ຢູ່​ນະຄອນ​ນິວຢອກ ສະຫະຣັດ ອະ​ເມຣິກາ ຮຽກຮ້ອງ ​ໃຫ້​ທາງ​ການ​ລາວ ປ່ອຍ​ຕົວ ​ພວກ​ຜູ້​ນໍາ​ຊາວ​ມົ້ງ ທີ່ຖືກ​ຈັບ​ຂັງ​ຄຸກ ​​ພາຍຫລັງ ​ຖືກ​ສົ່ງ​ກັບ​ ​ຈາກ​ໄທ, ຕາມຣາຍງານ​ຂ່າວ ​ຈາກ​ກຸງ​ຮ່າ​ໂນ່ຍ ​ໃນ​ວັນ​ທີ 28 ຕຸລາ 2008 ນີ້.

ຊາວ​ມົ້ງລາວ ນັບ​ເປັນ​ຫລາຍ​ພັນ​ຄົນ ທີ່​ອາ​ໃສ ​ຢູ່ສູນ​ອົພຍົບ ປະ​ເທດ​ໄທ ມາ​ເປັນ​ເວລາ ​ຫລາຍ​ປີ ​ແລະ ​​ໄດ້​ຂໍ​ລີ້​ພັຍການ​ເມືອງ​ ໃນ​ປະ​ເທດ ​ທີ 3 ​ໂດຍ​ອ້າງ​ເຖີງ ຄວາມ​​ປອດ​ພັຍ ຍ້ອນ​ຊາວ​ມົ້ງ ຈໍານວນ ​ບໍ່ໜ້ອຍ ​ເຄີຍ​ຕໍ່ສູ້ ​ຄຽງບ່າ​ຄຽງ​ໄລ່ ກັບ​ກອງ​ກໍາລັງ ​ສະຫະຣັດ ​ໃນ​ສະ​ໃໝ ສົງຄາມ​ ວຽດນາມ.

ນັບ​ແຕ່​ ປີ 2005 ມາ ​ໄທ ສົ່ງ​ຊາວ​ມົ້ງລາວ ​ກັບປະ​ເທດ ຫລາຍ​ກວ່າ 1500 ຄົນ ຈາກ​ທັງໝົດ 8 ພັນ​ຄົນ ​ທີ່ຢູ່ໃນ​ສູນ​ນັ້ນ ຂະນະ​ທີ່ ​ທາງ​ການ​ລາວ ​ແລະ ​ໄທ ບໍ່​ຍອມ​ໃຫ້​ອົງການ ​ສະຫະ​ປະຊາ​ຊາດ ດ້ານ​ຜູ້​ອົພຍົບ ຫລື UNHCR ຫລື​ ອົງການ​ອຶ່ນໆ ​ເຂົ້າ​ຕິດຕາມ ຂັ້ນ​ຕອນ​ ການ​ຈັດສົ່ງ ​ດັ່ງກ່າວ.

ອົງການ HRW ກ່າວ​ ໃນ​ຖ​ແຫລ​ງການ ສບັບນຶ່ງ ​ວ່າ ທາງ​ການ​ລາວ ກັກ​ຂັງ​ຊາວ​ມົ້ງ ຫລາຍ​ຄົນ ທີ່​ຖືກ​ສົ່ງ​ກັບ ​ຈາກ​ໄທ ​ໃນ​ປີ 2008 ນີ້. ທ່ານ Bill Frelick ຜູ້​ອໍານວຍ​ການ ​ຝ່າຍ​ນະ​ໂຍບາຍ ​ເວົ້າ​ວ່າ ຣັຖບານ​ລາວ ມີ​ຊື່ສຽງບໍ່​ດີ​​ ເລື່ອງ​ການ​ປະຕິບັດ​ ຕໍ່ຊາວ​ມົ້ງ ທີ່​ຖືກ​ສົ່ງ​ກັບ ​ແລະ​ ວ່າ ການ​ຈັບ​ຊາວ​ມົ້ງ ທີ່​ຖືກ​ສົ່ງ​ກັບນັ້ນ ຢັ້ງຢືນ ​ເຖິງ​ຄວາມ​ຢ້ານກວາ ​ຂອງ ຊາວ​ມົ້ງຫລາຍ​ຄົນ ​ທີ່​ໄດ້​ບອກໃຫ້ ​ຮູ້​ວ່າ ພວກ​ຕົນ ອາດ​ຖືກ​ປະ​ຫັດ​ປະຫານ ​ຫາກ​ຖືກ​ສົ່ງ​ກັບ ສປປລາວ.

ມີ​ຊາວ​ມົ້ງ ຫລາຍ​ຄົນ ຖືກ​ຈັບ​ຂັງ​ຄຸກ ​ຢູ່​ທາງ​ພາກ​​ໃຕ້ ​ຂອງ​ລາວ ມາ​ໄດ້ 3​ ເດືອນ​ກວ່າ​ແລ້ວ ຂະນະ​ທີ່​ຫົວໜ້າ ຊາວ​ມົ້ງ ຄົນ​ອຶ່ນໆ ອີກ​ຍັງ​ຫາຍ​ສາບ​ສູນ. ທາງ​ຝ່າຍລາວ ບອກ​ວ່າ ຕົນ​ບໍ່​ໄດ້ ​ຈໍາ​ແນ​ກ ຊາວ​ລາວ​ເຜົ່າ​ມົ້ງ ​ແລະ ​ຊາວ​ມົ້ງ ທີ່​ກັບ​ຄືນ ​ປະ​ເທດ​ລາວ ​​ແມ່ນໄດ້​ຮັບ ​ການ​ປະຕິບັດຕໍ່ ​ເປັນ​ຢ່າງ​ດີ.

ທ່ານ Frelick ກ່າວ​ວ່າ ຕາບ​ໃດ ​ທີ່​ທາງ​ການ​ລາວ​ ແລະ ​ໄທ ຍັງ​ບໍ່​ອະນຸຍາດ ​ໃຫ້ ​UNHCR ​ເຂົ້າ​ເຖິງ​ຊາວ​ມົ້ງ​ໄດ້​ນັ້ນ ອັນ​ທີ່​ເອີ້ນ​ວ່າ ​ການກັບ​ຄືນ ​ປະ​ເທດ​ລາວ​ ດ້ວຍ​ຄວາມສມັກ​ໃຈນັ້ນ ກໍ​ບໍ່​​ເປັນໜ້າເຊື່ອ​ໄດ້​ເລີຍ.