ມົ້ງ-ອະເມຣິກັນ ປະທ້ວງໃຫ້ເລີກລົ້ມຄະດີ
ຊາວມົ້ງ-ອະເມຣິກັນ ຈະຊຸມນຸມ ປະທ້ວງ ຢູ່ໜ້າໂຮງກາຣສາລ Sacramento ເພື່ອບໍ່ໃຫ້ມີ ການດໍາເນີນຄະດີ ຜູ້ຕ້ອງຫາ ທີ່ວ່າພົວພັນ ນໍາກາຣຕໍ່ຕ້ານ ຣັຖບາລລາວ ແຕ່ຢ່າງໃດ.
-
ຫວາດ ສີມູນ
2010-03-15 -
-
-
Your browser doesn’t support HTML5 audio
ຊາວມົ້ງ-ອະເມຣິກັນ ຈາກຫລາຍແຫ່ງ ໃນສະຫະຣັຖ ມີກຳໜົດ ເຕົ້າໂຮມກັນ ຢູ່ຕໍ່ໜ້າໂຮງກາຣສາລ ນະຄອນ Sacramento ເຣີ່ມແຕ່ 8:00 ໂມງເຊົ້າ ຂອງເວລາຣັຖ California ໃນມື້ວັນຈັນ ທີ່ 15 ມີນາ ນີ້ ເພື່ອແສດງຄວາມ ບໍ່ພໍໃຈ ແລະຮຽກຮ້ອງໃຫ້ ທາງກາຣກ່ຽວຂ້ອງ ສະຫະຣັຖ ຍົກເລີກ ກາຣດຳເນີນຄະດີ ສາລທັ້ງໝົດ ແກ່ຜູ້ຕ້ອງຫາ ຊາວມົ້ງ-ອະເມຣິກັນ ສິບກວ່າ ຄົນ ບໍ່ໃຫ້ມີຄວາມຜິດ ເຊັ່ນດຽວກັບທີ່ ນາຍພົລວັງປາວ ຖືກສາລຕັດສິນ ບໍ່ມີຄວາມຜິດ ແຕ່ຢ່າງໃດ ໄປແລ້ວນັ້ນ.
ເວັບໄຊຕ໌ ຂອງໜັງສືພິມ ຣາຍວັນ Sacramento Bee ວ່າ: ຜູ້ຕ້ອງຫາ ຊາວເຜົ່າລາວມົ້ງ-ອະເມຣິກັນທັງ 12 ຄົນມີກໍາໜົດ ຖືກນຳໄປ ປະກົດຕົວ ຢູ່ສາລ ເພື່ອຮັບຟັງກາຣ ພິຈາຣະນາ ຂອງຜູ້ພິພາກ ສາ ທ່ານ Frank C. Damrell ໃນເວລາ 11:00 ໂມງເຊົ້າໃນມື້ວັນທີ່ 15 ມີນາ ນີ້ຢ່າງເປັນ ທາງກາຣ.
ນາຍພົລວັງປາວ ແລະ ຄະນະ ຊາວມົ້ງລາວ-ອະເມຣິກັນ 11 ຄົນ ແລະອະດີດ ນາຍທະຫາຣ ອະເມຣິກັນ ຄົນໜຶ່ງຖືກຈັບ ໃນຂໍ້ກ່າວຫາ ພົວພັນ ນຳຄະດີຫາຊື້ ອາວຸທສົງຄາມ ໃນມູລຄ່າເກືອບ ຮອດ 10 ລ້ານດອລລາຣ໌ ຈາກເຈົ້າໜ້າທີ່ ຣັຖບາລກາງ ທີ່ປອມຕົວເປັນ ພໍ່ຄ້າອາວຸທ ເພື່ອດຳເນີນຕາມ ໂຄງກາຣພຍາຍາມ ໂຄ້ນລົ້ມຣັຖບາລ ສປປລາວ ໃນຣະຫວ່າງ ເດືອນ ກັນຍາ 2006-ຫາເດືອນ ມີຖຸນາ 2007 ຊຶ່ງຜູ້ຕ້ອງຫາ ກໍປະຕິເສດ.
ຢ່າງໃດກໍຕາມ ໃນວັນທີ່ 18 ກັນຍາ 2009 ຜ່ານມາ ທາງກາຣສາລ ຣັຖບາລກາງຂອງ ຣັຖ California ກໍຕັດສິນ ຄະດີວ່າ ນາຍພົລວັງປາວ ບໍ່ໄດ້ ກະທຳຜິດໃດໆ ຈຶ່ງພົ້ນຈາກ ຂໍ້ກ່າວຫາ ທຸກຢ່າງ.