ທ້າວ Joua Va Yang ແລະຄອບຄົວທີ່ ຖືກທາງກາຣ ທະຫາຣໄທຽ ນຳຕົວໄປກັກ ໄວ້ທີ່ຄ້າຍທະຫາຣ ເມືອງຫລົ່ມສັກແຂວງ ເພັຊບູນຂອງໄທຽ ໃນຣະຍະຜ່ານມາ ນັ້ນ ປັຈຈຸບັນນີ້ ທາງເຈົ້າໜ້າທີ່ ທະຫາຣໄທຽໄດ້ ຈັດໃຫ້ທາງຜູ້ ເປັນເມັຽແລະລູກ ທັງ 4 ຄົນໄປກັກໄວ້ ຢູ່ຄ້າຍທະຫາຣ ທີ່ໃຫ້ຄວາມຄຸ້ມ ຄອງຊາວມົ້ງລາວ ໃນສູນເຂຕ ບ້ານຫ້ວຍນ້ຳຂາວ ແລ້ວແຕ່ວ່າທ້າວ Joua Va Yang ເອງນັ້ນຍັງຖືກ ກັກໄວ້ຢູ່ເມືອງ ຫລົ່ມສັກຄືເກົ່າ ດັ່ງທີ່ທ້າວ Yang Herr ຜູ້ເປັນນ້ອງຊາຍ ໄດ້ເປີດເຜີຽໃຫ້ ຣາຍລະອຽດວ່າ:
“ທາງລູກ 4 ຄົນ ກັບເມັຽຂອງນາຍ Joua Va Yang ເຂົາສົ່ງໄປທີ່ ບ.ກ. ວັນທີ່ 7 ເດືອນ 3 2009 ເວລາ 15:00 ໂມງ ນີ້ເຂົາເອົາໄປ ກັກຕົວທີ່ຄຸກ ບ.ກ. ກໍມາ ບອກວ່າ ຖ້າສະມັກໃຈ ກັບລາວ ຈະເອົາເຂົ້າໃຫ້ກິນ ຖ້າບໍ່ສະມັກໃຈ ກັບລາວ ກໍຈະບໍ່ເອົາ ເຂົ້າໃຫ້ກິນ”
ພ້ອມດຽວກັນນີ້ ທ້າວ Yang Herr ກໍໃຫ້ກາຣ ຢືນຢັນວ່າ: ທາງກາຣໄທຽໄດ້ ພຍາຍາມກ້ຽວ ກ່ອມເວົ້າຈານຳ ຜູ້ເປັນລູກແລະເມັຽ ຂອງຜູ້ເປັນອ້າຍ ຂອງຕົນເພື່ອໃຫ້ ສະມັກໃຈກັບ ຄືນເມືອງລາວພ້ອມ ກັບຊາວມົ້ງລາວ ຄົນອື່ນໆທີ່ຈະອອກ ເດີນທາງໃນໄວໆນີ້ ແລະວ່າເຂົາເຈົ້າ ໄດ້ປະຕິເສດ ບໍ່ກັບແລະຂໍຮ້ອງ ໃຫ້ນຳເອົາຜູ້ ເປັນສາມີ ໄປຂັງໄວ້ຢູ່ ບ່ອນດຽວກັນ ເພາະເຂົາເຈົ້າບໍ່ ຢາກແຍກອອກຈາກກັນ.
ສ່ວນຊາວມົ້ງທີ່ ທາງກາຣທະຫາຣໄທຽ ວ່າສະມັກໃຈ ທີ່ຈະກັບຄືນ ເມືອງລາວນັ້ນມີ ທັງໝົດ 7 ຄອບຄົວດ້ວຍກັນ ສະນັ້ນຈື່ງຢາກ ໃຫ້ທາງຄອບຄົວ ຂອງທ້າວ Joua Va Yang ສະມັກໃຈກັບຄືນ ເມືອງລາວພ້ອມກັນ. ແຕ່ທ້າວ Yang Herr ກໍວ່າ:
“ເຂົາຮຽກຮ້ອງຕໍ່ ທຸກໆອົງກາຣ ກໍຂໍບໍ່ໃຫ້ ທະຫາຣໄທຽ ບໍ່ຕ້ອງທຳຢ່າງນີ້ ທຳຢ່າງນີ້ມັນ ບໍ່ເປັນມະນຸສທັມ ແກ່ພວກລູກ 4 ຄົນ ພວກລູກພວກຫລານ ບໍ່ໄດ້ມີບັນຫາ ອະໄຣແລ້ວເຮົາ ກໍບໍ່ໄດ້ກ່ຽວນະ”
ທ້າວ Yang Herr ໄດ້ແຈ້ງເພີ່ມວ່າ ອ້າຍຂອງລາວພ້ອມ ກັບລູກເມັຽຖືກ ທາງເຈົ້າໜ້າທີ່ ທະຫາຣໄທຽ ນຳຕົວອອກໄປ ຈາກທີ່ພັກໃນ ຕອນກາງຄືນຂອງ ວັນທີ່ 28 ມີນາ ຜ່ານມາພ້ອມກັບ ຖືກທຳຮ້າຍຮ່າງກາຍ ຈົນຫົວແຕກເປັນ ກາຣບັງຄັບໃຫ້ ສະມັກໃຈກັບ ຄືນປະເທສລາວ.
ຢ່າງໃດກໍຕາມ ທ້າວ Joua Va Yang ດັ່ງກ່າວເປັນຜູ້ ນຳພານັກຂ່າວ BBC ເຂົ້າໄປເບີ່ງແລະ ຖ່າຍຮູບພາບກ່ຽວກັບ ວິຖີຊີວີຕຂອງ ຊາວມົ້ງລາວທີ່ວ່າ ໄດ້ຮັບກາຣ ປະຫັດປະຫາຣ ຈາກຝ່າຍກຳລັງ ທະຫາຣ ສປປລາວ ຕາມເຂຕປ່າດົງ ໃນແຂວງ ບໍຣິຄຳໄຊ ໃນປີ 2004 ທີ່ຜ່ານມານັ້ນ.
