ຕ່າງປະເທດຈະໄດ້ຢ້ຽມ ຊາວມົ້ງຍາມໃດ ຍັງບໍ່ແນ່ນອນ

ສປປລາວ ມີທ່າທີ ທີ່ຈະອະນຸຍາດ ໃຫ້ນານາຊາດ ເຂົ້າເຖີງຊາວມົ້ງ ທີ່ຖືກສົ່ງກັບ ລາວຈາກໄທ ແຕ່ບໍ່ຮູ້ວ່າ ເວລາໃດ ນັກການທູດ ຕ່າງປະເທດ ຖແລງ.
ສິດນີ
2010.02.08
F-Hmong-brothers ຊາວມົ້ງລາວ ຜູ້ບໍ່ສມັກໃຈ ກັບຄືນສປປລາວ ຈາກບ້ານຫ້ວຍນໍ້າຂາວ ຕ້ອງໄດ້ຈັດໄວ້ ໃນຣົຖຂົນສົ່ງ ພິເສດ (ຮູປຖ່າຍວັນທີ 28 ເດືອນທັນວາ 2009)
AFP

ນັກການທູດ ຕ່າງປະເທດ ຜູ້ທີ່ຂໍສງວນຊື່ ທ່ານນຶ່ງ ກ່າວໃນມື້ວັນເສົາ ນີ້ວ່າ ທາງການລາວ ມີທ່າທີ ທີ່ຈະ ອະນຸຍາດ ໃຫ້ນານາຊາດ ເຂົ້າໄປຢ້ຽມຢາມ ຊາວມົ້ງ ຜູ້ທີ່ຖືກ ສົ່ງກັບຄືນຈາກໄທ ໃນເດືອນທັນວາ ທີ່ຜ່ານມາ ຫລັງຈາກທີ່ ນານາຊາດປະນາມ.

ນັກການທູດ ທ່ານນັ້ນເວົ້າວ່າ ທ່ານຄິດວ່າ ຣັຖບານລາວ ກຳລັງມີ ແນວໂນ້ມ ທີ່ຈະອະນຸຍາດ ໃຫ້ນານາຊາດ ເຂົ້າໄປຢ້ຽມຢາມ ຊາວມົ້ງ ກຸ່ມດ່ັງກ່າວ ແຕ່ບໍ່ຮູ້ວ່າ ໃນເວລາໃດ ອາດຈະບໍ່ ແມ່ນໃນໄວໆນີ້ ຕາມທີ່ ພວກເຮົາຄິດ.

ທ່ານໄດ້ກ່າວຕໍ່ ນັກຂ່າວ ຕ່າງປະເທດ ທີ່ນະຄອນຫລວງ ວຽງຈັນ ກ່ຽວກັບ ເຣື້ອງດ່ັງກ່າວວ່າ: ຕາມຄວາມເຂົ້າໃຈ ສ່ວນຕົວ ຂອງທ່ານແລ້ວ ຣັຖບານລາວ ເປີດກວ້າງ ກ່ຽວກັບ ບັນຫານີ້ ແລະວ່າ ທຸກສີ່ງຢ່າງ ເປັນໄປໂດຍດີ ເຈົ້າຫນ້າທີ່ລາວ ອາດຈະ ບໍ່ກີດຂວາງ ກ່ຽວກັບເຮື້ອງນີ້ ແຕ່ຍັງບໍ່ໃຫ້ ວັນເວລາ ໃນການຢ້ຽມຢາມ ທີ່ແນ່ນອນເທື່ອ ໃນເວລານີ້.

ຣັຖບານໄທ ຖືກປະນາມ ຈາກນານາຊາດ ຫວ່າງເດືອນທັນວາ ທີ່ຜ່ານມາ ຫລັງຈາກທີ່ ທະຫານໄທ ໄດ້ສົ່ງ ຊາວມົ້ງກັບລາວ ກວ່າ4ພັນຄົນ ຈາກສູນ ບ້ານຫ້ວຍນ້ຳຂາວ ແຂວງເພັສບູນ ແລະອີກ158ຄົນ ຈາກບ່ອນກັກຂັງ ທີ່ດ່ານກວດຄົນ ເຂົ້າເມືອງ ທີ່ແຂວງຫນອງຄາຍ ຊື່ງຊາວມົ້ງ ກຸ່ມທີ່ຢູ່ ຫນອງຄາຍ ໄດ້ຮັບຖານະ ເປັນຜູ້ອົພຍົບ ຈາກອົງການ ສະຫະປະຊາຊາດ ຢ່າງເປັນ ທາງການແລ້ວ.

ສະຫະຣັຖ ອອສເຕຣເລັຽ ການາດາ ແລະເນເດີແລນ ສເນີຈະຮັບ ເອົາບຸກຄົນ ກຸ່ມນີ້ໄປ ຕັ້ງຖີ່ນຖານ ຢູ່ໃນປະເທດ ຂອງຕົນ ຊື່ງໃນ ປັດຈຸບັນ ນັກການທູດ ຈາກປະເທດ ເຫລົ່ານັ້ນກຳລັງ ຊອກຊ່ອງທາງ ເພື່ອເຂົ້າໄປ ສັມພາດ ພວກຂະເຈົ້າ ວ່າພວກເຂົາ ຢາກເຮັດຢ່າງໃດ ກ່ຽວກັບຊິວິດ ຂອງພວກຂະເຈົ້າ ໃນອານາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.