ກອງປະຊຸມ ແກ້ໄຂບັນຫາ ຊາວເຜົ່າມົ້ງລາວ ໃນໄທ

ສູນ ວິຈັຍ ນະໂຍບາຍ ມະຫາຊົນ ຈັດກອງປະຊຸມ ເພື່ອແກ້ໄຂ ບັນຫາ ຊາວເຜົ່າມົ້ງ ໃນໄທຽ ໂດຽມີ ຜູ້ຕາງໜ້າ ອົງກາຣ ຈັດຕັ້ງ ຊາວເຜົ່າມົ້ງ ໃນສະຫະຣັຖ ຫລາຍໆຄົນເຂົ້າຮ່ວມ.

ເຈົ້າໜ້າ​ທີ່ ​ຂອງ​ສູນ ​ວິຈັຍ ນະ​ໂຍບາຍ ​ມະຫາຊົນ ຊື່​ງມີ​ຫ້ອງກາຣ ຢູ່​ກຸງ​ວໍ​ຊີງ​ຕັນ ດີ.ຊີ. ພ້ອມ​ດ້ວຍ​ເຈົ້າໜ້າ​ທີ່ ​ຈາກ​ຫ້ອງກາຣ ສະມາຊິກ​ ສະພາ ​ສະຫະຣັຖ ​ໄດ້​ຈັດ​ກອງ​ປະຊຸມ ​ຂື້ນ ​ໃນ​ຕອນ​ເຊົ້າ ຂອງ​ມື້​ວັນ​ສຸກ ​ທີ່ 27 ມີ​ຖຸນາ​ນີ້ ​ຢູທີ່​ຫ້ອງ 402 ​ໃນ​ຕືກ ຣັຖສະພາ ເພື່ອ​ແລກປ່ຽນ​ ຄວາມ​ຄິດ​ເຫັນ ​ແລະ ​ຫາ​ວິທີ​ທາງ​ ແກ້​ໄຂ ​ບັນຫາ ຊາວ​ເຜົ່າ​ມົ້ງ ທີ່​ຍັງ​ຄ້າງ​ຢູ່​ ໃນ​ສູນ​ ຮອງ​ຮັບ ​ຊົ່ວຄາວ​ ທີ່​ບ້ານຫ້ວຍນ້ຳຂາວ ​ແຂວງ​ເພັຊບຸນ​ ຂອງ​ໄທຽ ​ໂດຽມີ ​ຜູ້ຕາງໜ້າ ​ອົງກາຣ ຈັດຕັ້ງ ຊາວ​ເຜົ່າ​ມົ້ງ ​ໃນ​ສະຫະຣັຖ ຫລາຍໆ​ຄົນ​ເຂົ້າຮ່ວມ.

ກ່ຽວ​ກັບ​ ເຣື່ອງນີ້​ ທ່ານ Schuyler Merritt ຜູ້ອຳນວຍກາຣ ຝ່າຍ​ຄົ້ນຄວ້າ ​ຂອງ​ສູນ​ວິຈັຍ ນະ​ໂຍບາຍ​ມະຫາຊົນ ​ໄດ້​ແຖ​ລງ ຕໍ່​ກອງ​ປະຊຸມ​ ໃນ​ຕອນ​ໜື່ງ ວ່າ:

"ສີ່​ງ ທີ່​ຢາກ ​ຈະ​ຍົກ​ຂື້ນ​ ມາ​ກ່າວ​ ໃຫ້​ທີ່​ປະຊຸມ​ຮູ້ນຳ​ນັ້ນ ກໍ​ຄື​ ກາຣ​ເປັນ​ມາ ຂອງ​ຊາວ​ເຜົ່າ​ມົ້ງ ທີ່​ເປັນ​ເຣື່ອງ ໜ້າ​ເສົ້າ​ໃຈ ​ໂດຽສະ​ເພາະ ​ຍັງ​ຖືກ​ກັກ​ ຢູ່​ໃນ​ສູນ ​ກໍ​ເປັນ​ພາຄສ່ວນ ຂອງ​ພວກ​ທີ່ ​ຍັງ​ຄ້າງ​ຢູ່ ​ຕາມ​ປ່າ ​ໃນ​ເມືອງ​ລາວ​ ຊື່​ງເຂົາ​ເຈົ້າ ​ເຄີຽ​ໃຫ້​ ຄວາມ​ຮ່ວມ​ມື ​ກັບ​ທາງ​ກາຣ ສະຫະຣັຖ​ ໃນ​ແຕ່​ປາງ ​ສົງຄາມ​ວຽດນາມ​ ແລະ ​ຖ້າ​ຫາກ​ວ່າ ​ເຂົາ​​ເຈົ້າ ຫາກ​ຖືກ​ບັງຄັບ ​ສົ່ງ​ກັບ​ຄືນ​​ໄປ ​ຫາ​ບ່ອນ​ທີ່​ ເຂົາ​ເຈົ້າ ​ໄດ້​ຫລົບໜີ​ພ່າຍ ​ນັ້ນ ກໍ​ອາຈຈະ ​ບໍ່​ມີ​ ຄວາມ​ປອດ​ພັຍ​"

ທ່ານ Merritt ​ໄດ້​ເນັ້ນວ່າ: ​ຊາວ​ເຜົ່າ​ມົ້ງ ໝວດ​ດັ່ງກ່າວ ຄວນ​ຈະ​ມີ ​ສິທ ​ໄດ້​ຮັບ ​ກາຣພິຈາຣະນາ ​ດ້ານ​ກາຣມີ​ ຖານະ ​ເປັນ​ຜູ້​ອົພຍົບ​ ເຊັ່ນ​ດຽວ​ ກັບ​ຊາວ​ອົພຍົບ ອື່ນໆ ​ຍ້ອນ​ໄດ້​ພາກັນ ​ຫລົບໜີ ຈາກ​ກາຣປາບ​ປາມ ​ຂອງ​ເຈົ້າໜ້າ​ທີ່ ​ທາງກາຣ ສປປລາວ.