ມົ້ງລາວ ຢືນຢັນ ບໍ່ກັບ

ຊາວມົ້ງລາວ ທີ່ຍັງຄ້າງຢູ່ ບ້ານຫ້ວຍນ້ຳຂາວຢືນຢັນທີ່ ຈະບໍ່ສະມັກໃຈກັບຄືນເມືອງລາວ

ຊາວມົ້ງລາວ ທີ່ຍັງເຫລືອຄ້າງ ຢູ່ສູນ ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັຊບູນ ຂອງໄທຽ ເປັນກຸ່ມທີ່ວ່າ ຈະບໍ່ສະມັກ ໃຈກັບຄືນ ເມືອງລາວ ໂດຽເດັດຂາດ ແຕ່ກໍຕ້ອງກາຣ ໃຫ້ມີທາງແກ້ໄຂ ທີ່ຍຸຕິທັມ ແລະຖືກຕ້ອງຕາມ ຫລັກກາຣສາກົລ ດັ່ງທີ່ ທ້າວຫວ່າຢາງ ກົວ ໄດ້ກ່າວ ໃນຕອນໜື່ງວ່າ:

ມົ້ງນີ້ປະມານ 4,500 ຄົນ ເວລານີ້ ບໍ່ມີມົ້ງ ຜູ້ໃດ ສະມັກໃຈແລ້ວ ພວກທີ່ຢູ່ນີ້ ເພີ່ນບໍ່ສະມັກໃຈ ກັບໄປແລ້ວ ກໍບໍ່ໄດ້ມີ ແຜນການຄືວ່າ ເພີ່ນຈະໃຫ້ ກັບຄືນ ແຕ່ເຮົາຕ້ອງ ກາຣໃຫ້ຫັນມາ ແກ້ໄຂບັນຫາ ດ້ວຍຣະບອບ ປະຊາທິປະໄຕ.

ທ້າວຫວ່າຢາງ ໄດ້ກ່າວເນັ້ນວ່າ: ມົ້ງລາວຈຳນວນ ທີ່ເຫລືອຢູ່ນີ້ ເປັນກຸ່ມທີ່ ບໍ່ສະມັກໃຈ ກັບຄືນລາວ ຢ່າງແທ້ຈີງ ເພາະຢ້ານຈະ ບໍ່ມີຄວາມ ປອດພັຍ ຍ້ອນວ່າເຄີຽຖືກ ປາບປາມ ມາກ່ອນແລ້ວ ແລະຢາກໃຫ້ທາງ ອົງກາຣ ສາກົລເຂົ້າມາ ກວດສອບ ຊ່ວຍແກ້ໄຂ ດັ່ງທີ່ ຣັຖມົນຕຣີ ກາຣຕ່າງປະເທສ ຂອງໄທຽ ທ່ານກະສິຕ ພິຣົມ ໄດ້ໃຫ້ ແຖລງກາຣ ໃນທ້າຍເດືອນ ເມສາ ຜ່ານມາທີ່ວ່າ ຈະພິຈາຣະນາ ໃຫ້ອົງກາຣ ນາໆຊາຕ ໂດຽສະເພາະ UNHCR  ເຂົ້າມາມີສ່ວນ ຮ່ວມນຳ.

ເຖີງຢ່າງໃດ ກໍຕາມ ທາງເຈົ້າໜ້າທີ່ ຕົວແທນຂອງ ສຳນັກງານ ຂ້າຫລວງໃຫຍ່ ສະຫະ ປະຊາຊາຕ ດ້ານຜູ້ ອົພຍົພຫລື UNHCR ກໍໄດ້ມີກາຣ ປະຊຸມກັບ ໜ່ວຍງານ ກ່ຽວຂ້ອງຂອງ ທາງກາຣໄທຽ ຢູ່ເລື້ອຽໆ ແລະຍານາງ Kitty Mckinsay ໂຄສົກຂອງ UNHCR ກໍວ່າບັນຫາ ຊາວມົ້ງລາວ ເປັນບັນຫາທີ່ ທາງອົງກາຣໄດ້ ພະຍາຍາມ ແກ້ໄຂ ເປັນພິເສດ.

ແຕ່ໃນຂະນະ ດຽວກັນນັ້ນ ເຈົ້າໜ້າທີ່ ທາງກາຣໄທຽ ກໍວ່າເປັນເລື້ອງ ທີ່ສຳຄັນຍີ່ງ ຕໍ່ຄວາມສັມພັນ ຣະຫວ່າງສອງ ປະເທສໄທຽ-ລາວ ທີ່ຈະຕ້ອງຫາ ວິທີທາງ ແກ້ໄຂ ຮ່ວມກັນ.




2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org