ທາງການລາວ ເລີ້ມສົ່ງຊາວມົ້ງຈາກໄທ ກັບຄືນພູມລຳເນົາ
ທາງການລາວ ທີ່ຮັບຜິດຊອບກ່ຽວກັບ ຊາວມົ້ງລາວ ເຂດນະຄອນຫລວງວຽງຈັນ ແລະແຂວງວຽງຈັນ ໄດ້ເລີ້ມຄ່ອຍສົ່ງ ຊາວມົ້ງລາວ ທີ່ກັບມາຈາກໄທ ກັບຄືນພູມລຳເນົາ ຂອງຂະເຈົ້າ.
-
ໂພໄຊສວັດ
2010-01-05 -
-
-
Your browser doesn’t support HTML5 audio
ທາງການຮັບຜິດຊອບ ໄດ້ສົ່ງຊາວມົ້ງລາວ 12 ຄອບຄົວຈໍານວນ 56 ຄົນ ໃຫ້ແກ່ອຳນາດການປົກຄອງ ເມືອງໄຊທານີ ນະຄອນຫລວງວຽງຈັນ ແລະ ສົ່ງອີກ 202 ຄົນໄປເມືອງໂພນໂຮງ ເມືອງໝື່ນ ແລະ ເມືອງເຟືອງແຂວງວຽງຈັນ ຮວມທັງໝົດ 258 ຄົນ. ສ່ວນຊາວມົ້ງລາວ ທີ່ຍັງເຫລືອຢູ່ໃນ ສູນພັກຊົ່ວຄາວນັ້ນ ຍັງຢູ່ໃນຂັ້ນຕອນ ການສຳພາດແລະ ອົບຮົມແນວຄິດໃໝ່.
ທ່ານ ພັນໂທ ພິມພະຈັນ ຄນະກັມມະການຮ່ວມມື ຮັກສາຄວາມສງົບຮຽບຮ້ອຍ ຊາຍແດນລາວ-ໄທ ເປັນຜູ້ຮັບຜິດຊອບ ສົ່ງຊາວມົ້ງລາວ ໃຫ້ແກ່ອຳນາດການ ປົກຄອງທ້ອງຖິ່ນ ໃນເຂດນະຄອນຫລວງວຽງຈັນ ແລະແຂວງວຽງຈັນ. ໃນເວລາດຽວກັນ ທ້າວ ຍົງປໍທໍ ແຊ່ລໍ່ ຊາວມົ້ງລາວ ທີ່ກັບຄືນລາວ ໃນມື້ວັນອັງຄານທີ 29 ທັນວາ 2009 ແລະຢູ່ໃນຈຳນວນ 202 ຄົນທີ່ຈະຖືກສົ່ງ ກັບພູມລຳເນົາ ໄດ້ເວົ້າກ່ຽວກັບ ເຫດຜົນທີ່ແທ້ຈິງ ກ່ຽວກັບການລັກລີ້ເຂົ້າ ໄປຢູ່ໃນໄທວ່າ:
"ໃຫ້ແຕ່ເຂົ້າຂອງ ນິດໆນ່ອຍໆ ແຕ່ຍັງບໍ່ຄົບ ຢູ່ທຸກຍາກລຳບາກ ຈິງໆເລີຍ ມັນໄມ້ຣູ້ຢູ່ຢ່າງໄງ ດຽວນີ້ນ໋ະ ຄືຈິງໆ ໄມ້ໄຊ້ອະໄຣນະ ກໍຢາກໄປຕ່າງປະເທດ."
ສ່ວນຊາວມົ້ງລາວ158 ຄົນຈາກສູນກັກຂັງ ຕຳຣວດກວດຄົນເຂົ້າເມືອງ ແຂວງໜອງຄາຍ ທີ່ໄດ້ຖືກສົ່ງກັບຄືນ ປະເທດມື້ດຽວກັນ ກໍຍັງພັກຢູ່ ໂຮງແຮມຊົ່ວຄາວ ທີ່ບໍ່ຮູ້ສະຖານທີ່ ໃນນະຄອນຫລວງວຽງຈັນ.
ສຳລັບບຸກຄົນເລົ່ານີ້ ທາງການໄທເຄີຍໃຫ້ ຄວາມເຫັນວ່າພາຍໃນ 30 ມື້ ອາດຈະມີຣັຖບານ ຈາກປະເທດທີສາມ ເຂົ້າມາຮັບເອົາໄປ ຕັ້ງຖິ່ນຖານໃໝ່ຕໍ່ໄປ.