ມົ້ງລາວບ້ານໂພນຄໍາ ມູ້ງໝາຍໄປປະເທດທີສາມ

ຊາວມົ້ງລາວສ່ວນຫລາຍ ເວົ້າຕໍ່ເຈົ້າໜ້າທີ່ ນັກກາຣທູຕ ແລະ ນັກຂ່າວຕ່າງປະເທສ ວ່າ ພວກຕົນຢາກໄປ ຢູ່ຕ່າງປະເທສ.

ຄະນະການທູຕຕ່າງປະເທດປະຈໍາລາວ ພ້ອມຄະນະຜູ້ຕາງໜ້າຈາກ ສະຫະພາບຢູໂຣບ ຮ່ວມທັງສື່ມວລຊົນທັງໃນ ແລະຕ່າງປະເທດ ກໍາລັງຖືກຕ້ອນຮັບ ໂດຍຊາວມົ້ງລາວ ທີ່ໝູ່ບ້ານຈັດສັນໃໝ່ ບ້ານໂພນຄໍາ ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ໃນວັນທີ 26 ມິນາ 2010 Photo: RFA

ໃນມື້ວັນສຸກ ຜ່ານມານີ້ ທາງກາຣ ສປປລາວ ໄດ້ອະນຸຍາຕໃຫ້ ເຈົ້າໜ້າທີ່ ຈາກສະຖານທູຕ ຕ່າງໆໃນນະຄອນຫລວງ ວຽງຈັນ ແລະນັກຂ່າວຊາວ ຕ່າງປະເທສ ໄປຢ້ຽມຢາມ ຊາວລາວມົ້ງລາວ ຢູ່ເຂຕຈັດສັນໃໝ່ ທີ່ບ້ານໂພນຄຳ ແຂວງບໍຣິຄຳໄຊ ພາຍຫລັງທີ່ຖືກ ສົ່ງກັບຈາກປະເທສໄທຽ ໃນທ້າຍປີທີ່ຜ່ານມາ ແລະ ກໍເປັນເທື່ອທຳອິດ ທີ່ຊາວມົ້ງໄດ້ ອອກຄຳເຫັນຕໍ່ ທາງສື່ມວລຊົນ ຊຶ່ງບາງຄົນກໍວ່າ ໃນປັຈຈຸບັນນີ້ ກໍບໍ່ມີບັນຫາໃດ ແຕ່ກໍບໍ່ຮູ້ຈະເປັນ ໄປຮູບໃດ ໃນອະນາຄົຕ.

ພ້ອມດຽວກັນນີ້ ທາງອົງກາຣຂ່າວ AFP ກໍຣາຍງານວ່າ ໃນຣະຫວ່າງທີ່ ນາຍພົລບົວສ້ຽງ ຈຳປາພັນ ຮອງຫົວໜ້າກົມໃຫຍ່ ເສນາທິກາຣກອງທັພ ປະຊາຊົນລາວ ກຳລັງ ໃຫ້ກາຣອະທິບາຍ ຕໍ່ເຈົ້າໜ້າທີ່ ສະຖານທູຕ ແລະນັກຂ່າວຊາວ ຕ່າງປະເທສທີ່ວ່າ: “ຊາວມົ້ງທຸກຄົນ ມີຄວາມສງົບດີ ມີຄວາມພາກພູມໃຈ ທີ່ໄດ້ກັບບ້ານ ແລະໄດ້ຮັບກາຣ ຊ່ວຍເຫລືອຈາກທາງ ຣັຖບາລ ເປັນຢ່າງດີ” ນັ້ນ, ກໍມີແມ່ຍິງ ຊາວມົ້ງຜູ້ໜຶ່ງ ອາຍຸປະມານ 50 ປີ ໄດ້ເວົ້າຕໍ່ນັກຂ່າວ່າ “ຕົນຢາກໄປຢູ່ ປະເທສອື່ນ ເພາະຮູ້ສຶກວ່າ ບໍ່ອຸ່ນໃຈ ທີ່ຢູ່ໃນບ້ານໃໝ່ ແຫ່ງນີ້".

ໃນຂະນະດຽວກັນນັ້ນ ທາງອົງກາຣຂ່າວ AFP ກໍວ່າ ມີນາງໜຶ່ງອາຍຸ 16 ປີ ກໍແຈ້ງຕໍ່ນັກຂ່າວ ເປັນພາສາອັງກິດວ່າ “ຢາກໄປຢູ່ປະເທສ ການາດາ” ແລະວ່າ “ຕົນເປັນຜູ້ໜຶ່ງ ໃນຈຳນວນຊາວມົ້ງ 158 ຄົນ ທີ່ວ່າຖືກຮັບຮູ້ ເປັນອົພຍົພ ແລະກໍມີ ການາດາ ສະຫະຣັຖ ອອສເຕຣເລັຽ ແລະ ເນເຕີຣ໌ແລນດ໌ ວ່າ ຈະໃຫ້ຄວາມຊ່ວຍເຫລືອ ເພື່ອຮັບໄປຕັ້ງ ຖິ່ນຖານໃໝ່ນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org