ຄວາມເປັນຫ່ວງ ຂອງມົ້ງລາວ ເພີ້ມຂື້ນ
ຊາວມົ້ງລາວ ທີ່ອາໃສ ຢູ່ໃນສູນບ້ານ ຫ້ວຍນໍ້າຂາວ ແຂວງ ເພັດຊະບູນ ຂອງໄທຫລາຍກຸ່ມ ເຊື່ອວ່າການ ຢຸດເຊົາ ປະຕິບັດງານ ຊ່ວຍເຫລືອຂອງ ອົງການ ແພດບໍ່ມີ ພົມແດນ ຈະເຮັດໃຫ້ ຊີວິດການ ເປັນຢູ່ຂອງ ຂະເຈົ້າໄດ້ຮັບ ຄວາມຫຍຸ້ງຍາກ.
-
ສົມເນ
2009-05-22 -
-
-
Your browser doesn’t support HTML5 audio
ຊາວມົ້ງເລົ່ານີ້ ມີຄວາມເປັນຫ່ວງ ຫລັງຈາກໄດ້ ຂ່າວວ່າ ອົງການແພດ ບໍ່ມີພົມແດນ ຈະຖອນການ ປະຕິບັດ ງານການຊ່ວຍ ເຫລືອຊາວມົ້ງ ຢູ່ໃນສູນບ້ານ ຫ້ວຍນໍ້າຂາວ ໃນບໍ່ດົນນີ້. ທ້າວເຍີ່ນໍທໍ ຊາວມົ້ງຢູ່ໃນ ສູນບ້ານຫ້ວຍ ນໍ້າຂາວ ເມືອງຂາວຄໍ້ ໃຫ້ສັມພາດ ກັບວິທຍຸ ເອເຊັຽເສຣີ ວ່າ:
ອັນນີ້ເປັນ ຄໍາສັ່ງຂອງ ທະຫານ ບອກວ່າ ຖ້າໃຫ້ ອົງການແພດ ບໍ່ມີພົມແດນ ຂອງຝຣັ່ງເສດ ນີ້ຢູ່ແລ້ວ ມົ້ງຈະມີ ເຂົ້າກິນ ມົ້ງຈະມີ ຜູ້ດູແລ ແລ້ວມົ້ງຈະ ບໍ່ຍອມກັບ ເພາະສະນັ້ນ ເຂົາກໍຫ້າມ ເດັດຂາດບໍ່ໃຫ້ ອົງການນີ້ມາ ຊ່ວຍເຫລືອ ມົ້ງແລ້ວ.
ໃນວັນທີ20 ພຶສພາ ຜ່ານມາ ອົງການແພດ ບໍ່ມີພົມແດນ ໄດ້ອອກແຖລງຂ່າວ ຕໍ່ສື່ມວນຊົນ ໃນບາງກອກວ່າ ຈະເຊົາ ປະຕິບັດ ງານການຊ່ວຍເຫລືອ ຢູ່ໃນສູນບ້ານ ຫ້ວຍນໍ້າຂາວ ໂດຍອ້າງ ເຫດຜົນວ່າ ຮັບວິທີການ ປະຕິບັດງານ ຂອງທະຫານໄທ ບໍ່ໄດ້ທີ່ ເຕັມໄປດ້ວຍ ຄວາມກົດດັນ ຊຶ່ງບໍ່ເອື້ອ ອໍານວຍ ຄວາມສະດວກ ໃນການເຣັດວຽກ ງານຂອງແພດ-ໝໍ.
ເມື່ອຊາວມົ້ງ ໄດ້ຍິນຂ່າວ ນີ້ແລ້ວ ກໍພາກັນໄປ ຖາມເຈົ້າໜ້າທີ່ ອົງການແພດ ບໍ່ມີພົມແດນ ເພາະເປັນຫ່ວງວ່າ ຄັນບໍ່ມີແພດ ບໍ່ມີພົມແດນ ຢູ່ນີ້ແລ້ວ ຈະມີອາຫານ ແລະຢາຮັກສາ ໂຮກມາແຕ່ໃສ ແລະເຂົາກໍໃຫ້ ຄໍາຕອບແກ່ ຊາວມົ້ງວ່າ:
ຖ້າວ່າດີ ຫລືບໍ່ດີ ກໍບໍ່ຮູ້ ຈັກຈະວ່າ ຈັ່ງໃດ ພວກເຣົາຈະ ກັບບ້ານແລ້ວ ເຣົາສົງສານ ຂະໜາດໃດ ເຮົາກໍບໍ່ຮູ້ ຈະເຮັດແນວໃດ ເຮົາຢູ່ໃນ ໄຕ້ກົດໝາຍ ຂອງທະຫານແລ້ວ ທະຫານບໍ່ໃຫ້ ຢູ່ແຕ່ເຂົາ ກໍບອກວ່າ ຢາກຢູ່ທີ່ສຸດ ແລ້ວແຕ່ກໍ ບໍ່ຮູ້ຈະ ເຮັດແນວໃດ.
ທ່ານ Gilles Isard ຜູ້ອໍານວຍການ ອົງການແພດ ບໍ່ມີພົມແດນ ປະຈໍາ ປະເທດໄທ ໄດ້ຖະແຫລງ ຕໍ່ສື່ມວນຊົນ ໃນບາງກອກ ເມື່ອວັນທີ 20 ພຶສພາ ນີ້ວ່າ ຈະເຊົາ ປະຕິບັດ ງານຢູ່ສູນບ້ານ ຫ້ວຍນໍ້າຂາວ ພາຍໃນສອງຫາ ສາມສັປດາ ຂ້າງໜ້ານີ້.
ການຊ່ວຍເຫລືອ ມົ້ງລາວ ໃນອານາຄົດ ກໍອາດເປັນ ອົງການອື່ນໆ ກໍເປັນໄດ້.