ຊາວເຜົ່າມົ້ງລາວ ບ້ານຫ້ວຍນໍ້າຂາວ ຮ້ອງທຸຂວ່າ ກຳລັງ ຂາດອາຫານ
2009.10.08
ຊາວເຜົ່າມົ້ງລາວ ຮຽກຮ້ອງ ອົງການ ທີ່ກ່ຽວຂ້ອງ ໃນພື້ນທີ່ ໃຫ້ແຈກຍາຍ ອາຫານ ເພີ້ມຂຶ້ນ ເພາະບໍ່ພຽງພໍ ກັບຄວາມຕ້ອງການ ແລະ ເຊື່ອວ່າ ຊາວເຜົ່າມົ້ງ ຫລາຍໆຄົນ, ໂດຍສະເພາະ ເດັກນ້ອຍ ໃນສູນກັກຂັງ ຊາວເຜົ່າມົ້ງລາວ ບ້ານຫ້ວຍນໍ້າຂາວ ຂາດສານອາຫານ. ຊາວເຜົ່າມົ້ງລາວ ຫ້ວຍນໍ້າຂາວ ກ່າວກ່ຽວກັບ ເຣື້ອງນີ້ວ່າ:
”COEER ນີ້ ຈະບອກວ່າ ຄືກັນກັບ ເຮົາຂັງໝູ,: ວາງໜ້ອຍນຶ່ງ ໃຫ້ກິນ ເພື່ອບໍ່ໃຫ້ຕາຍ. ຕອນນີ້ ຜູ້ອົພຍົບ ຢູ່ບ່ອນນີ້ ທັງໝົດ ຂາດສານອາຫານ ໂປຣຕິ໋ນ ຫລາຍທີ່ສຸດ ໃຫ້ຈະເຖິງ 100 ເຂົ້າປາ, ອາຫານ ຕລາດນັດ ສິດທິ ທຸກຢ່າງ ບໍ່ໃຫ້ກິນ ບໍ່ໃຫ້ປ່ວຍ ບໍ່ໃຫ້ຕາຍ ແຕ່ຕອນນີ້ ຍັງບໍ່ຕາຍ.”
ອາຫານ ທີ່ອົງການ COERR ຫລື ສໍານັກງານ ຄາໂຕລິກ ສົງເຄາະ ຜູ້ປະສົບພັຍ ແລະ ຜູ້ລີ້ພັຍ ເປັນອົງການ ຢູ່ພາຍໃຕ້ ການສນັບສນູນ ຂອງສະຫະປະຊາຊາດ ນໍາມາແຈກຍາຍ ຊາວເຜົ່າມົ້ງລາວ ໃນສູນນັ້ນ, ຈະມີໝາກເຜັດ, ເຂົ້າສານ, ອາຫານແຫ້ງ, ໝາກຖົ່ວ, ປາ ເປັນຕົ້ນ. ແຕ່ມົ້ງລາວ ຍັງຕ້ອງການ ຂໍເພີ້ມອີກ ເພາະວ່າ ບາງຄອບຄົວ ມີເດັກນ້ອຍຫລາຍຄົນ, ອາຫານທີ່ໄດ້ຮັບ ບາງເທື່ອ ກໍບໍ່ພໍ. ທາງການໄທ ໄດ້ຍົກເລີກ ການຈັດຕັ້ງ ຕລາດນັດ ນອກສູນໄປແລ້ວ, ຊຶ່ງເຮັດໃຫ້ ມົ້ງລາວ ບໍ່ສາມາດ ອອກໄປຊື້ ອາຫານ ແລະ ເຄື່ອງຂອງອື່ນໆ ສ່ວນໂຕໄດ້ອີກ ຕໍ່ໄປ.
ອົງການ COERR ເປັນຜູ້ແຈກຍາຍ ອາຫານ ແລະ ເບິ່ງແຍງ ສຸຂພາບ ຂອງຊາວເຜົ່າມົ້ງລາວ ບ້ານຫ້ວຍນໍ້າຂາວ, ຊຶ່ງແຕ່ລະມື້ ມີນາຍແພດ ໄປປະຈໍາ ຢູ່ໃນສູນ ເພື່ອລໍຖ້າ ຮັກສາຄົນປ່ວຍ ແລະ ພວກແມ່ຍິງຖືພາ ແລະ ຜູ້ທີ່ເປັນພຍາດ ຮຸນແຮງ ໄປໂຮງໝໍ ທີ່ເມືອງເຂົາຄໍ້. ສ່ວນເຣື້ອງອາຫານນັ້ນ ໄດ້ແຈກຍາຍ ສັປດາ ລະ 2 ເທື່ອ, ຊຶ່ງເປັນການ ຊ່ອຍເຫລືອ ຕາມຫລັກມະນຸສທັມ.









