ມົ້ງລາວ 158 ຄົນ ຕ້ອງກັບ ສປປລາວ

ທາງການລາວ ວ່າ ຊາວມົ້ງລາວ ຈຳນວນ 158 ຄົນ ທີ່ຖືກກັກຂັງ ຢູ່ສູນກວດຄົນ ເຂົ້າເມືອງ ໜອງຄາຍ ຂອງໄທ ຕ້ອງຖືກສົ່ງກັບ ສປປລາວ.

ຊາວມົ້ງລາວທີ່ຍັງຄ້າງຢູ່ໄທຮຽກຮ້ອງຂໍຄວາມຊ່ວຍເຫລືອ Photo: RFA

ທາງການລາວ ເວົ້າໃນມື້ ວັນທີ 13 ພຶສພາ 2009 ວ່າຊາວມົ້ງລາວ ຈຳນວນ 158 ຄົນ ທີ່ຖືກກັກຂັງ ຢູ່ສູນກວດຄົນ ເຂົ້າເມືອງໜອງຄາຍ ຂອງໄທ ຕ້ອງຖືກສົ່ງກັບ ສປປລາວ ຄືກັນກັບຄົນ ເຂົ້າເມືອງ ຜິດກົດໝາຍແບບ ທັມມະດາ. ຕາມລາຍງານຂອງ ອົງການຂ່າວ The Nation.

ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ກະຊວງການ ຕ່າງປະເທດ ສປປລາວ  ກ່າວວ່າພວກທ່ານ ມີຄວາມເຂົ້າໃຈ ນຳກັນຢ່າງ ແຈ້ງຂາວແລ້ວວ່າ ກ່ອນອື່ນໝົດ ຊາວມົ້ງລາວ ເຫລົ່ານັ້ນ ຕ້ອງໄດ້ກັບຄືນ ປະເທດລາວ. ຖ້າຫາກວ່າມີ ຜູ້ໃດຕ້ອງການ ໄປຕັ້ງພູມລຳເນົາ ຢູ່ປະເທດອື່ນໆ ພວກທ່ານກໍ ຈະພິຈາລະນາ ເປັນກໍຣະນີ ໄປ.

ໃນລະຫວ່າງການ ຕິດຕາມ ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດລາວ ໄປຢ້ຽມຢາມໄທ ນັ້ນ ທ່ານ ທອງລຸນ ໄດ້ພົບປະແລະ ປຶກສາຫາລື ກັບ ທ່ານ ກະສິດ ພິຣົມ ຣັຖມົນຕຣີ ກະຊວງການ ຕ່າງປະເທດໄທ ກ່ຽວກັບ ກໍຣະນີ ຂອງຊາວ ອົພຍົບມົ້ງ ທີ່ຖືກ ສະຫະ ປະຊາຊາດ ກ່າວປະນາມ.

ທ່ານ ທອງລຸນ ວ່າຖ້າຫາກມີ ປະເທດທີສາມ ປະເທດໃດ ຕ້ອງການຮັບ ຊາວມົ້ງໄປ ຕັ້ງຖິ່ນຖານ ຢູ່ນັ້ນ ປະເທດນັ້ນ ຄວນຈະຕິດຕໍ່ ພົວພັນ ກັບຣັຖບານລາວ ໂດຍກົງ.

ມາຮອດເວລານີ້ ສະຫະຣັດ, ການາດາ, ອອສເຕຣເລັຽ ແລະປະເທດ ນິວຊີແລນ ເວົ້າວ່າພວກຕົນ ມີຄວາມພ້ອມແລ້ວ ທີ່ຈະຮັບເອົາ ຊາວມົ້ງ ຈຳນວນນຶ່ງ ໃນຈຳນວນ 158 ຄົນ ທີ່ໄດ້ຖືກ ກັກຂັງໄວ້ ຢູ່ສູນກວດຄົນ ເຂົ້າເມືອງໜອງຄາຍ ມາໄດ້ກວ່າ 2 ປີແລ້ວ.

ທາງການລາວ ຖືວ່າ ຊາວມົ້ງ158 ຄົນນັ້ນ ເປັນຄົນເຂົ້າເມືອງ ຜິດກົດໝາຍ ແບບທັມມະດາ ທີ່ຈະຕ້ອງຖືກ ສົ່ງກັບ ປະເທດລາວ ຄືກັນກັບ ຊາວມົ້ງ 5,000 ຄົນອື່ນໆ ທີ່ຢູ່ໃນສູນ ບ້ານຫ້ວຍນ້ຳຂາວ ຂອງໄທ.   

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org