ລາວຂອບໃຈໄທ ທີ່ໄດ້ສົ່ງມົ້ງລາວ ຄືນໃຫ້
2010.02.05
ຕາມຣາຍງານຂ່າວ ໜັງສືພິມ Bangkok Post ສະບັບວັນທີ 4 ກຸມພານີ້. ທ່ານ ສົມສະຫວາດ ຜູ້ຢ້ຽມຢາມໄທ ເມື່ອວັນທີ 3 ຜ່ານມາ ກ່າວວ່າ ສະຫະຣັຖ ອະເມຣິກາ ໄດ້ກົດດັນ ຣັຖບານໄທ ໃຫ້ຍົກເລີກ ການຕັດສິນໃຈ ສົ່ງຊາວມົ້ງກັບຄືນ. ຣັຖບານລາວ ຮູ້ສຶກໂລ່ງໃຈ ຢ່າງຍິ່ງ ເມື່ອໄທບໍ່ຍອມ ປະຕິບັດຕາມ ຄໍາຮຽກຮ້ອງນັ້ນ. ສະຫະຣັຖ ພ້ອມດຽວກັນ ກໍພຍາຍາມ ສ້າງຄວາມເຂົ້າ ໃຈກັນຜິດ ຣະຫວ່າງ ລາວກັບໄທ. ທ່ານ ສົມສະຫວາດກ່າວ ແລະວ່າ ໃນສມັຍສົງຄາມ ອິນດູຈີນ ອະເມຣິກາ ໄດ້ໃຊ້ຊາວມົ້ງ ເປັນກອງກໍາລັງ ພິເສດ ເພື່ອສ້າງບັນຫາ ຢູ່ໃນລາວ.
ການສົ່ງຊາວມົ້ງ ກັບຄືນລາວ ເມື່ອເດືອນທັນວາ ປີກາຍ ເຮັດໃຫ້ນາໆຊາດ ປະນາມທັງ ຣັຖບານລາວ ແລະຣັຖບານໄທ. ທ່ານ ສົມສະຫວາດ ກ່າວວ່າ ບັນດາປະເທດ ຕາເວັນຕົກ ພຍາຍາມ ເຮັດໃຫ້ ບັນຫາ ຊາວເຜົ່າມົ້ງ ຕິດພັນກັບ ສົງຄາມເຢັນ ຊຶ່ງບໍ່ເປັນ ການເໝາະສົມ ແລະວ່າ ຊາວມົ້ງ ທີ່ຖືກສົ່ງກັບ ຄືນລາວນັ້ນ ຖືກຕ້ອນຮັບຈາກ ທາງຄອບຄົວ ຂອງພວກເຂົາເຈົ້າ ພາຍຫລັງທີ່ພັດ ພາກຈາກກັນ ເປັນເວລາດົນນານ. ແລະວ່າ ແຕ່ລະຄອບຄົວ ທີ່ກັບຄືນນັ້ນ ໄດ້ຮັບການ ຊ່ວຍເຫລືອ ຈາກທາງການລາວ ເປັນທີ່ດິນປູກຝັງ 9ໄຮ່ ແລະອຸປກອນ ເຄື່ອງມືຕ່າງໆ ເພື່ອຊ່ວຍໃຫ້ ພວກເຂົາເຈົ້າ ທໍາມາຫາກິນ ແບບເພິ່ງ ຕົນເອງໄດ້.
ທ່ານ ວິບູນ ຄູສະກູລ ເອກອັຄຣາຊທູດໄທ ປະຈໍາສປປລາວ ກໍໄດ້ກ່າວວ່າ ບັນຫາ ຊາວມົ້ງລາວ ມີຄວາມສໍາຄັນ ສໍາລັນບການ ພົວພັນ ລາວ-ໄທ. ທ່ານ ວິບູນ ເວົ້າວ່າ ການຕັດສິນໃຈ ສົ່ງຊາວມົ້ງກັບ ຄືນປະເທດລາວ ແມ່ນຖືກຕ້ອງ ແລະ ເປັນການເສີມຂຍາຍ ການພົວພັນຣະຫວ່າງ ຣັຖບານ ລາວ-ໄທ. ຕາມຣາຍງານຂ່າວ ໜັງສືພິມ Bangkok Post ສະບັບວັນທີ4 ມົກກະຣາ 2010ນີ້.









