ທາງການລາວຢໍ້າວ່າ ຊາວມົ້ງຢູ່ດີກິນດີແລ້ວ

ສື່ມວນຊົນ ຂອງທາງການລາວ ຍັງຄົງຢໍ້າ ແລະຢືນຢັນ ວ່າມົ້ງລາວ ຢູ່ດີກິນດີ ແລະ ມີຄວາມປອດພັຍ ຢູ່ລາວ.
ໂພໄຊສວັດ
2010.04.02

ສື່ມວນຊົນທ້ອງຖິ່ນ ຂອງທາງການລາວ ລາຍງານວ່າ ຊາວມົ້ງລາວ ທີ່ຖືກສົ່ງກັບ ຈາກປະເທດໄທ ໃນປັດຈຸບັນນີ້ ອາສັຍຢູ່ບ້ານ ພັທນາໂພນຄຳ ເມືອງບໍລິຄັນ ແຂວງບໍລິຄຳໄຊ ຢາກຢູ່ ໃນປະເທດລາວ ແລະບໍ່ຢາກຍ້າຍ ໄປຕັ້ງຖິ່ນຖານ ຢູ່ປະເທດອື່ນ ແລະ ຢູ່ຢ່າງສງົບຮຽບຮ້ອຍ. ລາຍງານຂ່າວ ດັ່ງກ່າວນີ້ໄດ້ ເປີດເຜີຍສຽງຂອງ ພົນຈັຕວາ ບົວສ້ຽງ ຈຳປາພັນ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ ປະຊາຊົນລາວ ທີ່ວ່າ:

"ອັນທີ່ບາງ ປະເທດສະແດງ ຄວາມໜ້າເປັນຫ່ວງ ເປັນໄຍກໍຂໍໃຫ້ ບໍ່ເປັນຫ່ວງເປັນໄຍຊ໋ະ ເພາະວ່າຂະເຈົ້າ ບໍ່ໄດ້ຖືກໂທດ ບໍ່ໄດ້ຖືກຂົ່ມຂູ່ ແລ້ວຂະເຈົ້າ ຢູ່ດີກິນດີແລ້ວ ຂໍບໍ່ໃຫ້ ມາລົບມາກວນ".

ພົລຈັດຕະວາ ບົວສ້ຽງ ຈຳປາພັນ ຍັງໄດ້ຢືນຢັນ ໃນມື້ວັນທີ 26 ມີນາ 2010 ຕໍ່ໜ້າເຈົ້າໜ້າທີ່ ລະດັບສູງຈາກ ສະຖານທູດ ແລະສື່ມວນຊົນ ຕ່າງຊາດ ວ່າຍັງບໍ່ມີ ຊາວມົ້ງຜູ້ໃດ ທີ່ກັບຄືນມາ ຈາກໄທ ຂໍສເນີມາຫາ ທາງການລາວ ວ່າຢາກຂໍໄປ ຕັ້ງຖິ່ນຖານ ຢູ່ປະເທດໃໝ່ ຊຶ່ງທ່ານວ່າ ຊາວມົ້ງລາວ ເຫລົ່ານີ້ ມີຄວາມສຸຂ ຢູ່ບ້ານເກີດ ເມືອງນອນ ຂອງຂະເຈົ້າແລ້ວ.

ແຫລ່ງຂ່າວ ແຫ່ງຊາດລາວ ໄດ້ອອກຂ່າວ ໃນມື້ວັນທີ 30 ມີນາ 2010 ໃນສີ່ມື້ຫລັງຈາກ ການໄປຢ້ຽມຢາມ ໃນມື້ວັນທີ 26 ມີນາ 2010 ຂອງເຈົ້າໜ້າທີ່ ຈາກສະຖານທູດ ແລະສື່ມວນຊົນ ຕ່າງຊາດ ເພື່ອເບິ່ງສະພາບ ການເປັນຢູ່ຂອງ ຊາວມົ້ງ ຢູ່ບ້ານໂພນຄຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 02, 2010 07:19 AM

I think the Hmong have been take care very well by the Lao government. If they are not happy let them go, and save the money to built villages.