ຄະດີໂຄ້ນລົ້ມ ຣັຖບາລລາວ ຖືກເລື່ອນ

ກາຣດໍາເນີນ ຄະດີ ຊາວມົ້ງລາວ-ອະເມຣິກັນ ທີ່ຖືກກ່າວຫາ ວາງແຜນໂຄ້ນລົ້ມ ຣັຖບາລ ສປປລາວ ຖືກເລື່ອນໄປ ໃສ່ມື້ໃໝ່.
ຫວາດ ສີມູນ
2010.03.16

ກາຣດຳເນີນຄະດີສາລ ຂອງຜູ້ຕ້ອງຫາ ຊາວມົ້ງລາວ-ອະເມຣິກັນ ໃນຄະດີ ວາງແຜນໂຄ້ນລົ້ມ ຣັຖບາລ ສປປລາວ ຖືກເລື່ອນໄປ ໃສ່ມື້ໃໝ່ ແທນທີ່ຈະມີ ຂຶ້ນຕາມ ກຳໜົດ ໃນມື້ວັນຈັນທີ່ 15 ມີນາ ນີ້ນັ້ນ. ອີງຕາມເວັບໄຊ໌ ຂອງໜັງສືພິມ Sacramento Bee ໃນມື້ວັນອັງຄາຣນີ້.

ທາງໜັງສືພິມ ດັ່ງກ່າວ ໄດ້ແຈ້ງວ່າ ຄະນະທະນາຍຄວາມ ແລະຜູ້ພິພາກສາ ສາລຣັຖບາລ ກາງທີ່ Sacramento ໄດ້ຕົກລົງເລື່ອນ ກາຣພິຈາຣະນາ ດຳເນີນຄະດີ ອອກໄປຈົນຮອດ ຣະດູໃບໄມ້ຫລົ່ນ ຫລືຣະດູ Fall ປີນີ້ ເພື່ອທາງຄະນະ ທະນາຍຄວາມ ຂອງຜູ້ຕ້ອງຫາ ຈະສາ ມາດຕຣຽມເອກສາຣ ແລະທົບທວນ ເບິ່ງຕາມຂໍ້ມູລ ຫລັກຖານ ຢ່າງຖີ່ຖ້ວນ ເສັຽກ່ອນ.

ໃນຂະນະດຽວກັນ ທ່ານ James Brosnahan ໜຶ່ງໃນຈຳນວນ ຄະນະ ທະນາຍຄວາມ ໄດ້ແຈ້ງຕໍ່ ຜູ້ພິພາກສາ ທ່ານ Frank C. Damrell ວ່າ ທ່ານຍັງຕ້ອງກາຣ ພິສູຕເບິ່ງຕາມ ຊິ້ນສ່ວນຕ່າງໆ ຂອງຫລັກຖານ ຫລາຍໆຢ່າງ ທີ່ທາງຝ່າຍໂຈທ ວ່າເກັບມ້ຽນໄວ້ ໃນໂກດັງ ແຕ່ກໍບໍ່ທັນໄດ້ຮັບ ເທື່ອຈົນເທົ່າ ປັຈຈຸບັນ. ນອກຈາກນັ້ນ ທ່ານ Brosnahan ກໍວ່າ ສະເພາະ ເອກສາຣຕ່າງໆ ທີ່ທາງຄະນະ ອັຍກາຣສົ່ງໃຫ້ ຮວມເປັນທັງໝົດ ບໍ່ຕໍ່າກວ່າ 86,000 ໜ້າເຈັ້ຽ ພ້ອມກັບຫລັກຖານ ກາຣບັນທຶກສຽງ ຂອງກາຣສົນທະນາ ທາງເອເລັຄໂທຣນິກ ຕ່າງໆຕັ້ງ ຫລາຍຊົ່ວໂມງ ທີ່ສ່ວນໃຫຍ່ ເປັນພາສາມົ້ງ ກໍຈະຕ້ອງໄດ້ ນຳໄປແປເປັນ ອັງກິດ ເສັຽກ່ອນ ຈະຕ້ອງໄດ້ໃຊ້ ເວລາ.

ຢ່າງໃດກໍຕາມ ໃນຈຳນວນ ຜູ້ຕ້ອງຫາ 12 ຄົນນັ້ນ ເປັນອະດີດທະຫາຣ ຂອງສະຫະຣັຖ ຊຶ່ງທັງໝົດ ຖືກກ່າວຫາ ພົວພັນນຳຄະດີ ຫາຊື້ອາວຸທ ສົງຄາມ ໃນມູລຄ່າ ເກືອບຮອດ 10 ລ້ານດອລລາຣ໌ ຈາກເຈົ້າໜ້າທີ່ ຣັຖບາລກາງ ທີ່ປອມຕົວເປັນ ພໍ່ຄ້າອາວຸທ ຣາຍໃຫຍ່ ຊຶ່ງທັງໝົດ ກໍປະຕິເສດ ທຸກຂໍ້ກ່າວຫາ.  ແຕ່ສ່ວນ ນາຍພົລ ວັງປາວ ທີ່ຖືກກ່າວຫາ ມີສ່ວນນຳຄະດີ ກາຣຊື້ອາວຸທ ເພື່ອນໍາໄປດຳເນີນ ກາຣຕໍ່ຕ້ານ ຣັຖບາລ ສປປລາວ ນັ້ນ ກໍຖືກສາລ ຣັຖບາລກາງ ຂອງ ຣັຖຄາລີຟໍເນັຽ ຕັດສິນໃນວັນທີ່ 18 ກັນຍາ 2009 ຜ່ານມາ ວ່າບໍ່ມີ ຄວາມຜິດໃດໆ ແລະພົ້ນຈາກກາຣ ກ່າວຫາທຸກຢ່າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 16, 2010 04:12 AM

LIKE MOVIE ONLY(LAO DENG ARE VERY SCARE HMONG PEOPLE)