ສະຫະຣັຖ ຮຽກຮ້ອງ ໃຫ້ຍຸຕິ ການສົ່ງຊາວເຜົ່າມົງ ກັບຄືນລາວ

ຮ່າງຍະຕິ ເພື່ອຮຽກຮ້ອງ ໃຫ້ໂຈະ ການສົ່ງ ຊາວເຜົ່າ ກັບຄືນ ສປປລາວ ແລະ ຂໍໃຫ້ UNHCR ເຂົ້າໄປ ເບິ່ງແຍງ ຊາວເຜົ່າມົ້ງ, ຖືກສເນີ ຂຶ້ນ ສະພາ ສະຫະຣັຖ.

ຮ່າງຍັດຕິ ​ເພື່ອ​ຮຽກຮ້ອງ ​ໃຫ້​ຣັຖບານ​ໄທ ​ໂຈະ​ການ​ສົ່ງ ​ຊາວ​ມົ້ງ ກັບ​ຄືນ ​ປະ​ເທດ​ລາວ ແລະ​ ຮຽກຮ້ອງ​ໃຫ້ ອົງການ ​ຂ້າ​ຫລວງ​ໃຫຍ່ ສະຫະ ​ປະຊາ​ຊາດ ​ເຂົ້າ​ໄປ​ເບິ່ງ​ແຍງ ຊາວ​ລາວ​ເຜົ້າມົ້ງ ຖືກສະ​ເໜີຂື້ນ ​ສູ່​ສະພາ​ ສະຫະຣັຖ ອາ​ເມຣິກາ ​ແລ້ວ ​ໃນ​ວັນ​ພະຫັດ ​ຜ່ານ​ມາ ​ໂດຍ ທ່ານ Patrick kennedy ສະມາຊິກ ສະພາ​ຕໍ່າ ສະຫະຣັຖ ສັງກັດ​ພັກ ດີ​ໂມ​ແກຣັດ ພາຍ​​ໃຕ້​ ການ​ສ​ນັບ​ສ​ນູນ ຂອງ​ສະມາຊິກ ​ສະພາ​ຕໍ່າ ຄົນ​ອື່ນໆ.

​ເມື່ອ​ເດືອນ​ຜ່ານ​ມາ ສະມາຊິກ​ ສະພາ​ຕໍ່າ ສະຫະຣັຖ ຈໍ​ານວນ 8 ຄົນ ໄດ້​ເຮັດ ​ຈົດໝາຍ ເຖິງ ທ່ານ George W Bush ປະທານາທິບໍດີ ສະຫະຣັຖ ອາ​ເມຣິກາ ​ເພື່ອ​ຂໍ​ຮ້ອງ​ໃຫ້ ທາງ​ການ​ໄທ ບໍ່​ໃຫ້​ສົ່ງ​ຊາວ​ລາວ​ເຜົ້າມົ້ງ ຈໍ​ານວນ 8,000 ຄົນ ​ກັບ​ຄືນ​ໄປ​ ປະ​ເທດ​ລາວ. ສະພາ​ຕໍ່າ ​ສະຫະຣັຖ

ຕ້ອງການ​ ຢາກ​ໃຫ້ ຊາວ​ເຜົ້າມົ້ງ ຢູ່​ໃນ​ປະ​ເທດ​ໄທ ​ຕໍ່​ໄປ ​ຈົນ​ກ່ວາ ​ເຂົາ​ເຈົ້າ ​ສາ​ມາດ​ໄປ​ ຕັ້ງ​ຖິ່ນ​ຖານ ​ຢູ່​ປະ​ເທດ​ທີ 3​.

ຍັດຕິ ຍັງ​ຮຽກຮ້ອງ ​ໄປ​ຍັງ ​ກະສັດ ພູມີ​ພົນ ອາດຸນ​ຍະ​ເດດ, ​ໄປ​ຍັງ ຣັຖບານ​​ໄທ, ຕຣອດຮອດ ​ຝ່າຍ​ທະຫານ ​ເພື່ອອານຸມັດ ໃຫ້ອົງການ ​ຂ້າ​ຫລວງ​ໃຫຍ່ ສະຫະ​ ປະຊາ​ຊາດ ​ເຂົ້າ​ໄປ​ ດູ​ແລ​ເບິ່ງ​ແຍງ ຊາວ​ເຜົ້າມົ້ງ ຈໍ​ານວນ ​ດັ່ງກ່າວ ຢູ່​ໃນ​ສູນ ບ້ານ​ຫ້ວຍ​ນໍ້າ​ຂາວ ​ແຂວງ​ເພັດ​ຊະ​ບູນ.

ປະ​ເທດ​ໄທ ​ແລະ ​ທາງ​ການ​ລາວ ຖື​ວ່າ ຊາວ​ເຜົ້າມົ້ງ ​ເລົ່າ​ນີ້ ​ເປັນ​ອົພຍົບ ໜີ​​ໄພເສ​ຖກິດ ບໍ່​ແມ່ນ ​ໜີ​ໄພ​ການ​ເມືອງ ​ແລະ ​ເຂົ້າ​ປະ​ເທດ ​ແບບ​ຜິດ ​ກົດໝາຍ ຈື່ງ​ຕົກລົງ​ກັນ ​ບໍ່​ໃຫ້ ​ອົງການ​​ໃດໆ ​ເຂົ້າ​ໄປ​ຫຍຸ້ງກ່ຽວ​ນໍາ. ນອກ​ນັ້ນ ຮ່າງ​ຍັດຕິ ​ໄດ້​ຮຽກຮ້ອງ​ ໃຫ້ຣັຖບານ​ລາວ​ ຍຸຕິ​ ການ​​ໃຊ້ ກຳລັງ​ທະຫານ​ ໂຈມ​ຕີ ​ຊາວ​ເຜົ້າມົ້ງ ທີ່​ລີ້ຊ້ອນ ​ຢູ່​ໃນ​ປ່າ, ​ຍຸຕິ ​ປາບ​ປາມ ​ນັກ​ເຄື່ອນ​ໄຫວ ​ທາງ​ດ້ານ​ການ​ເມືອງ, ກຸ່ມ ​ຖື​ສາສນາ

ກຸ່ມ​ນ້ອຍ ​ໃນ​ລາວ ​ແລະ ​ໃຫ້​ປ່ອຍ ​ນັກ​ສື​ກສາ ​ນິຍົມ​ ປະຊາທິປະ​ໄຕ ​ທີ່​ຖືກ​ ທາງ​ການ​ລາວ​ ຈັບ​ ເມື່ອ​ປີ 1999 ຍ້ອນ ​ສະ​ແດງ ​ຄວາມ​ບໍ່​ເຫັນ​ພ້ອມ ​ນໍາ​ການ​ປົກຄອງ​ ແບບ​ພັກ​ດຽວ. ຮ່າງຍັດຕິ ນີ້ ມີ​ຊື່ວ່າ H.R 1273.