ມົ້ງ ທີ່ປະທ້ວງ ກັບຄືນ ຫ້ວຍນໍ້າຂາວ

ຊາວລາວ ເຜົ່າມົ້ງ ພັນກວ່າຄົນ ທີ່ເດີນຂະບວນ ປະທ້ວງນັ້ນ ໄດ້ຍອມ ກັບຄືນ ໄປຢູ່ສູນ ບ່ອນເກົ່າແລ້ວ ເມື່ອວັນອາທິດ ນີ້.

ຣາຍລະອຽດ​ ມີ​ຢູ່​ວ່າ ຊາວ​ລາວ​ເຜົ່າ​ມົ້ງ ປະມານ​ ສີ່​ພັນ​ຄົນ ​ໄດ້​ພາກັນ ເດີ​ນຂະ​ບວນ ອອກ​ຈາກ​ສູນ ​ບ້ານ​ຫ້ວຍ​ນ້ຳຂາວ ​ເມືອງ​ເຂົາຄໍ້ ​ແຂວງ​ເພັດ​ສະບູ​ນ ຂອງ​ໄທ​ ເມື່ອ​ວັນ​ສຸກ ສັບ​ປະດາ ​ທີ່​ຜ່ານ​ມາ; ຈຸດປະສົງ ຈະ​ຍ່າງ​ໄປ​ເຖິງ ​ບາງກອກ ​ເພື່ອ​​ຮຽກຮ້ອງ​ ໃຫ້​ຫ້ອງການ ຂ້າ​ຫລວງ​ໃຫຍ່ ​ດ້ານ​ອົບ​ພະຍົບ ສະຫະປະຊາ​ຊາດ​ ຊ່ວຍ​ເຫລືອ​ ແລະ ຊ່ວຍ​ຢຸດຕິ ​ການຈັດ​ສົ່ງ ​ພວກ​ເຂົາ​ເຈົ້າ ກັບ​ຄືນ​ ປະ​ເທດ​ລາວ.

ພວກ​ປະ​ທ້ວງ ​ທັງ​ຍ່າງ ທັງ​ຮ້ອງ ​ແລະ ​​ໄຫ້…​ ແຕ່​​ເມື່ອ​ຍ່າງ​ໄປ ​ບໍ່​ໄກ ພວກ​​ເຂົາ ກໍ​ຖືກ​ສະກັດ​ກັ້ນ ດ້ວຍ​ກຳລັງ ທະຫານ​ໄທ. ພວກ​ປະ​ທ້ວງ ​ຈຳ​ເປັນ ​ຕ້ອງ​ນອນ​​ ແຄມ​ທາງ ກາງ​ແປນ​​ ແລະ ຄ້າງ​ຄືນ ​ຢູ່​ທີ່​ນັ້ນ ​ແລະ ​ໃນ​ມື້​ຕໍ່​ມາ ຄື​ ເມື່ອ​ວັນ​ເສົາ ​ເຈົ້າໜ້າ​ທີ່ ​ໄທ​ໄດ້​ມອບ ​ແຜ່ນ​ຢາງ ​ໃຫ້​ພວກ​ປະ​ທ້ວງ ​ເພື່ອ​ກາງ ເປັນ​ຕູບ​ບ່ອນພັກ​ ຊົ່ວຄາວ ​ແລະ​ ຕັ້ງປ້ອມ​ຍາມ​ ຕື່ມ​ອີກ ​ຫ້າ​ແຫ່ງ ​ເພື່ອ​ກວດກາ ພ້ອມທັງ ​​ເສີ​ມກຳລັງ​ ແລະ​ອຸບປະກອນ ​ດ້ານ​ການ​ສື່​ສານ​ຕື່ມ.

ຫລັງ​ຈາກ​ນັ້ນ ທ່ານ ຕໍ່​ພົງ ອ່ຳ​ພັນ ​ເຈົ້າ​ແຂວງ​ໆເພັດ​ສະບູ​ນ ກໍ​ໄດ້​ມາ ​ໂອ້​ລົມ​ ກັບ​ຊາວ​ເຜົ່າ​ມົ້ງ ​ແລະ ​ເມື່ອ​ວັນ​ອາທິດ​ ຊາວ​​ເຜົ່າ​ມົ້ງ ທີ່ພວກປະ​ທ້ວງ ຈຳ​ນວນ ​ພັນ​ກວ່າ​ຄົນ ​ໄດ້​ສມັກ​ໃຈ ​ກັບ​ຄືນ ​ໄປ​ຢູ່​ສູນ​ ທີ່​ບ້ານ​ຫ້ວຍ​ນ້ຳຂາວ​ ຄື​ເກົ່າ ​ແຕ່ໜັງສືພິມ ພາສາ​ອັງກິດ The Nation ຂອງ​ໄທ ​ພັດຣາຍງານ​ ວ່າ ຊາວ​ລາວ​ເຜົ່າ​ມົ້ງ ປະມານ 1,600 ຄົນ ຍັງ​ບໍ່​ຍອມ ​ກັບ​ຄືນ​ສູນ​ເທື່ອ ​ແລະ ​ເມື່ອ​​ເວລາ 3 ​ໂມງ​ເຊົ້າ ຂອງ​ວັນ​ອາທິດ ຊາວ​ເຜົ່າ​ມົ້ງ ​ແປດ​ຄອບຄົວ ຊຶ່ງ​ລວມທັງ ​ທ່ານ ລີ​ຊື່​ ແລະ ​ຄະນະ ​ຜູ້ນຳ​ ພວກ​ປະ​ທ້ວງ ​ທີ່​ສຳຄັນ​ອື່ນໆ ກໍຖືກ​ຈັດ​ສົ່ງ ​ກັບ​ຄືນ ​ປະ​ເທດ​ລາວ​. ຕໍ່​ມາ​ ເມື່ອ​ຕອນ​ເວລາ 11 ​ໂມງເຊົ້າ ຂອງ​ວັນ​ດຽວກັນ ທາງ​ການ​ໄທ​ ກໍ​ຈັດ​ສົ່ງ​ ຊາວ​ລາວ ​ເຜົ່າ​ມົ້ງ​ 837 ຄົນ ກັບ​ຄືນ ​ປະ​​ເທດ​ລາວ ດັ່ງ ທີ່​ພວກ​ເຮົາ ​ໄດ້​ສ​ເນີ​ຂ່າວໄປ​ແລ້ວນັ້ນ.