ມາເຖິງວັນຈັນ ທີ່ 6 ເມສາ ຊຶ່ງເປັນມື້ພັກ ຣາຊການຂອງໄທໆ ຍັງບໍ່ໄດ້ໃຫ້ ຄວາມກະຈ່າງແຈ້ງ ແກ່ຫ້ອງການຂ້າ ຫລວງໃຫຍ່ສາຫະ ປະຊາຊາຕ ຝ່່າຍຜູ້ອົພຍົບ (UNHCR) ທີ່ໄດ້ສອບຖາມ ກ່ຽວກັບຂ່າວທີ່ ວ່າທ້າວ Joua Va Yang ມົ້ງລາວໃນສູນ ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັດຊະບູນ ຂອງໄທ ໄດ້ຖືກທຳຣ້າຍ ຢ່າງໜັກນັ້ນ.
ແຫລ່ງຂ່າວຈາກ ກຸ່ມຊາວມົ້ງ ໃນນະຄອນ Chicago ສາຫະຣັຖ ອາເມຣິກາ ແຈ້ງໃຫ້ຊາບໃນ ທ້າຍເດືອນ ມີນາ ຜ່ານມາວ່າ ໃນຄືນວັມທີ 28 ມີນາ ທ້າວ Joua Va Yang ຜູ້ທີ່ເຄີຍນຳ ທາງນັກຂ່າວຂອງ ສຖານີວິທຍຸ ໂທຣະທັດ BBC ຂອງອັງກິດເຂົ້າ ໄປພົບກັບກຸ່ມ ມົ້ງທີ່ຍັງລີ້ ຢູ່ໃນປ່າ ສປປລາວ ເມື່ອປີ 2004 ນັ້ນຖືກເຈົ້າໜ້າ ທີ່ທະຫານໄທ ຈັບພ້ອມທັງທຳ ຮ້າຍຢ່າງສາຫັດ ຊຶ່ງກະຊວງການ ຕ່າງປະເທດໄທ ກໍ່ໄດ້ອອກມາ ປະຕິເສດວ່າ ຂ່າວນີ້ບໍ່ມີ ມູນຄວາມຈິງ.
ເຖິງຢ່າງໃດ ກໍ່ດີໃນວັນ ທີ 3 ເມສາ ຜ່ານມາ UNHCR ໄດ້ສົ່ງຈົດໝາຍ ເຖິງຣັຖບານໄທ ກ່ຽວກັບຣາຍງານ ທີ່ວ່າທ້າວ Joua Va Yang ຖືກທຸບຕີ ແລະກັກຂັງໄວ້ ເພື່ອລໍຖ້າການ ສົ່ງກັບ ສປປລາວ ຢູ່ນັ້ນ. ນາງ Kitty McKinsey ເຈົ້າໜ້າທີ່ ອາວຸໂສຝ່າຍ ຖແລງຂ່າວຂອງ UNHCR ປະຈຳຂົງເຂດ Asia-Pacific ເວົ້າວ່າ
“We are always in contact with the Thai government on subjects of interest between UNHCR and Thailand, and it is difficult to know how long it will take to get a formal response.”
ນາງ McKinsey ເວົ້າວ່າ “UNHCR ແລະຣັຖບານ ໄທຕິດຕໍ່ກັນ ຢູ່ບໍ່ຂາດ ກ່ຽວກັບເຣື້ອງຕ່າງໆ ທີ່ເປັນທີ່ສົນ ໃຈແກ່ UNHCR ແລະຣັຖບານໄທ ແຕ່ກໍ່ຍາກຢູ່ ທີ່ຈະບອກໄດ້ ວ່າອີກດົນປານໃດ ຈຶ່ງຈະໄດ້ຮັບ ຄຳຕອບຢ່າງ ເປັນທາງການ.
ຈົດໝາຍສອບຖາມ ຂອງ UNHCR ອາດສືບເນື່ອງມາ ຈາກການທ້າທາຍ ຂອງທ້າວ Yang Her ນ້ອງຊາຍຂອງທ້າວ Joua Va Yang ທີ່ຮຽກຮ້ອງໃຫ້ BBC ແລະອົງການ ສາຫະປະຊາຊາຕ ໄປຢ້ຽມຢາມ ອ້າຍລາວແລ້ວ ຈະເຫັນວ່າ ອ້າຍລາວ ມີອາການສາຫັດ ຊຶ່ງຫລັງຈາກນັ້ນ ເຈົ້າໜ້າທີ່ໄທ ກໍ່ຕອບໂຕ້ວ່າ ບາດແຜນັ້ນ ແມ່ນທ້າວ Joua Va Yang ເຮັດເອົາເອງ.
ວຽງໄຊ RFA ຣາຍງານຈາກບາງກອກ