ນາຍົກລາວວ່າ ມົ້ງລາວຄວນຢູ່ລາວ

ນາຍົກຣັຖມົນຕຣີ ສປປລາວ ທ່ານ ບົວສອນ ບຸບຜາວັນ ເວົ້າຜ່ານເຈົ້າໜ້າທີ່ ການທູດຂັ້ນສູງ ຂອງໄທວ່າ ຊາວມົ້ງລາວ ທີ່ຖືກສົ່ງກັບ ຈາກໄທ ຄວນເລີ່ມຊີວິດໃໝ່ ຢູ່ໃນລາວ ດີກວ່າຈະຄິດໄປ ຢູ່ປະເທດອື່ນ.

ຊາວມົ້ງລາວ ບ້ານໂພນຄໍາ ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ທີ່ເຂົ້າຮ່ວມການພົບປະ ກັບບັນດານັກການທູຕ ໃນລາວແລະຈາກ ຕ່າງປະເທດ ວັນທີ 26 ມິນາ 2010 RFA

ທ່ານ ບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ສປປລາວ ໃຫ້ຄວາມເຫັນກ່ຽວກັບ ຊາວມົ້ງ ທີ່ຖືກສົ່ງກັບຄືນ ຈາກປະເທດໄທ ວ່າຄວນຢູ່ລາວ ປະເທດຂອງຕົນເອງ ເພື່ອຕັ້ງຕົ້ນຊີວິດໃໝ່ ທຳມາຫາກິນ ພັທນາຊາດ ຕໍ່ໄປ ດີກວ່າຈະສະແຫວງ ໄປຢູ່ຕ່າງປະເທດ.

ຄຳເວົ້າດັ່ງກ່າວນີ້ ແມ່ນອີງຕາມແຫລ່ງຂ່າວ ຣະດັບສູງ ຈາກສະຖານທູດໄທ ປະຈຳລາວ ທີ່ໄດ້ ປຶກສາຫາລືກັບ ນາຍົກຣັຖມົນຕຣີລາວ ກ່ຽວກັບບັນຫາ ຊາວມົ້ງລາວ ທີ່ຖືກສົ່ງກັບ ຈາກປະເທດໄທ ທັງໝົດ ປະມານ 8,000 ຄົນ ຊຶ່ງຝ່າຍໄທ ກໍຢ້ຳວ່າ ເປັນບັນຫາ ຣະຫວ່າງ 2 ປະເທດ ທີ່ໄດ້ຮັບການ ແກ້ໄຂ ຢ່າງຖືກຕ້ອງແລ້ວ ແລະວ່າ ໃນເມື່ອໄດ້ກັບຄືນ ປະເທດຂອງຕົນແລ້ວ ຊາວມົ້ງລາວ ກໍຄວນ ດຳເນີນຊີວິດ ຕາມປົກກະຕິ ບໍ່ຄວນຄິດໄປ ຢູ່ປະເທດອື່ນ.

ຂ່າວນັ້ນເວົ້າອີກວ່າ ໃນໂອກາດ ປຶກສາຫາລື ກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຣະດັບສູງ ຂອງຣັຖບານລາວ ນັ້ນ ຝ່າຍລາວວ່າ ຊາວມົ້ງທັງໝົດ ສມັກໃຈຢູ່ລາວ ແລະຈະເລີ່ມ ຕົ້ນຊີວິດໃໝ່ ແລະວ່າ ສຳລັບຜູ້ທີ່ຢາກ ໄປຕ່າງປະເທດນັ້ນ ກໍຂໍໃຫ້ເບິ່ງ ຄືນວ່າ ການຢູ່ໃນບ້ານເກີດ ຂອງຕົນເອງນັ້ນ ເປັນສິ່ງທີ່ດີ ແລະ ເໝາະສົມທີ່ສຸດ ເພາະຫາກໄປ ຕັ້ງຖິ່ນຖານ ຢູ່ປະເທດອື່ນ ກໍຈະໄດ້ ດີ້ນຮົນໃໝ່ອີກ.

ໃນຣະຫວ່າງການ ໄປຢ້ຽມ ຊາວມົ້ງ 3,000 ກວ່າຄົນ ຢູ່ບ້ານໂພນຄຳ ເມືອງ ບໍລິຄັນ ແຂວງບໍຣິຄຳໄຊ ເມື່ອວັນທີ 26 ມິນາ 2010 ຂອງນັກການທູດ ແລະ ອົງການ ຈັດຕັ້ງສາກົນ ຢ່າງເປັນທາງການ ຊຶ່ງໃນນັ້ນ ມີຊາວມົ້ງຫລາຍຄົນ ທີ່ຜູ້ສື່ຂ່າວໄດ້ມີໂອກາດ ຖາມເຖິງຄວາມຮູ້ສຶກ ຂອງພວກເຂົາເຈົ້າ ແລະໄດ້ຄຳຕອບ ແບບທີ່ວ່າພວກ ເຂົາເຈົ້າ ຍັງມີຄວາມຫວາດ ຣະແວງວ່າ ໃນອະນາຄົດ ຈະປອດໄພ ຫລືບໍ່, ແຕ່ໃນ ປັດຈຸບັນນີ້ ປອດໄພ ແລະ ຢາກໃຫ້ທາງການລາວ ຊ່ວຍຫາທີ່ດິນ ທຳມາຫາກິນ ຢູ່ບ້ານເດີມ ຂອງພວກເຂົາເຈົ້າໃຫ້. ແຕ່ກໍ່ມີຊາວມົ້ງ ຈຳນວນນຶ່ງ ຕ້ອງການອອກຈາກ ສປປລາວ ໄປມີຊີວິດໃໝ່ ຢູ່ປະເທດອື່ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org