ຄວນພິຈາຣະນາ ກ່ອນຈະສົ່ງ ຊາວມົ້ງ ກັບ ສປປລ

ການສົ່ງ ຊາວມົ້ງລາວ ທີ່ບ້ານ ຫ້ວຍນໍ້າຂາວ ກັບຄືນປະເທດ ອາຈມີບັນຫາ ພາຍຫລັງ ຖ້າຣັຖບານໄທ ບໍ່ພິຈາຣະນາ ຖານະ ຂອງພວກເຂົາເຈົ້າ ໃຫ້ຈະແຈ້ງ.

ເດັກນ້ອຍຊາວມົ້ງລາວໃນຫ້ອງກັກກັນຮ່ວມກັບ ຄອບຄົວທີ່ແຂວງໜອງຄາຍປະເທດໄທ. Photo: AFP

ຊາວມົ້ງລາວ ທີ່​ບ້ານ ຫ້ວຍນໍ້າຂາວໃນເຂດແຂວງ ເພັດສະບູ ຂອງໄທ ທີ່ຍັງເຫລືອ ປະມານ5ພັນຄົນ​. ໃນຂນະນີ້ ຣັຖບານໄທ ຈະຕ້ອງມີການ ​​​ພິຈາຣະນາ ຖານະ ຂອງພວກເຂົາ​ເຈົ້າໃຫ້ຖືກຕ້ອງ.ໂດຍໄຊ້ກົລໄກສາກົລ ໃນການກວດສອບ ກ່ອນສົ່ງກັບ ເພາະ​​ເຊື່ອວ່າມີ ກຸ່ມຄົນທີ່ຕໍ່ຕ້ານ ຣັຖບານລາວ ຈໍານວນບໍ່ ໜ້ອຍ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຄນະກັມມະການ ສິດທິມະນຸສຍະຊົນໄທ:

ທ່ານກ່າວວ່າເປັນໄປໄດ້ຍາກ  ຖ້າຂະບວນການ ຫລືຂັ້ນຕອນ ການພິສູດເພື່ອແຍກຫລືກໍານົດ ​​ໃຫ້ໄດ້ວ່າໃຜ ເປັນໃຜ ບໍ່ຊັດເຈນ. ຊຶ່ງກໍໝາຍວ່າ ຖ້າສົ່ງກັບແບບ ບໍ່ມີການ ຈໍາແນກນັ້ນ ຈະມີບັນຫາ ຕາມມາ ຢ່າງແນ່ນອນ.”

ຫລັງຈາກທີ່ ຣັຖບານໄທໄດ້ຕັ້ງ ຄນະກັມມະການ ພິຈາຣະນາ ບັນຫາມົ້ງລາວ ບ້ານຫ້ວຍນໍ້າຂາວ. ຕາມຄໍາຮຽກຮ້ອງຂອງຄນະກັມມະການ ສິດທິມະນຸສຍະຊົນໄທແລະ ອົງການທະຫານ ຜ່ານເສິກຊາວມົ້ງ ສະຫະຣັຖ ອະເມຣິກາເພື່ອ​​ແກ້ໃຂບັນຫາ ມົ້ງລາວເຂດ ບ້ານຫ້ວຍນໍ້າຂາວ 5ພັນຄົນ.ແລະມົ້ງລາວ ທີ່ຍັງຢູ່ຫ້ອງ ກັກກັນແຂວງໜອງຄາຍ 160ຄົນໃຫ້ມີຄວາມ ໂປ່ໃສຊັດເຈນ ໂດຍສະເພາະການ ຕັດແຍກກຸ່ມຄົນ ທີ່ລົບໜີ ເຂົ້າໃທຍ້ອນສາເຫດທາງເສຖກິດ.ຈາກຄົນ ທີ່ເຂົ້າໄທຍ້ອນບັນຫາການເມືອງ ຫລືຄົນ ທີ່ຢູ່ພາຍໄຕ້ ການຄຸ້ມຄອງຂອງ ສໍານັກງານຂ້າຫລວງໃຫຍ່ເພື່ອຜູ້ອົພຍົບ ສະຫະປະຊາຊາດ UNHCR. ຄນະກັມມະການ ສິດທິມະນຸສຍະຊົນໄທ ມີຂໍ້ມູນຢືນຢັນ ວ່າມີມົ້ງລາວ ປະມານ 50ຄອບຄົວ ທີ່ເປັນກຸ່ມສ່ຽງ ຕໍ່ຄວາມບໍ່ປອດໄພ ຖ້າຫາກຖືກສົ່ງກັບ ປະເທດລາວ. ທ່ານກ່າວຕໍ່ໄປວ່າ:

ໂດຍສະເພາະ ການພິສູດຂໍ້ ເທັດຈິງ ຂອງບຸກຄົນແລະກໍເອົາ UNHCR ຫລືບຸກຄົນ ທີ່ກ່ຽວຂ້ອງມາເຮັດວຽກ ຮ່ວມກັນ ມັນກໍອາຈຕ້ອງ ມີ​ການດໍາເນີນ ນະໂຍບາຍບາງຢ່າງ.”

ຂ່າວທ້ອງຖີ່ ຂອງລາວ ຣາຍງານວ່າ ຝ່າຍໄທ ພົລໂທ ນິພັດ ທອງເລັກເຈົ້າກົມກິຈການ ຊາຍແດນ ຍັງຢືນຢັນການ ແກ້ໃຂບັນຫາ ມົ້ງລາວ ຈະບໍ່ມີການປ່ຽນແປງໃດໆ. ເຖິງແມ່ນວ່າ ຣັຖບານໄທ ຈະສັ່ງໃຫ້ງົດການ ສົ່ງກັບຊົ່ວຄາວ ແລະວ່າມາຕການ ສໍາຄັນທີ່​2ຝ່າຍ ລາວ-​ໄທໄດ້ຕົກລົງກັນ ນັ້ນກໍມີຮວມ ທັງວິທີການ ຈັດສົ່ງມົ້ງລາວ ກັບຄືນປະເທດເປັນປົກກະຕິ ໂດຍຈະມີການ ສລຸບປິດສູນຫ້ວຍນໍ້າຂາວ ກັນໃນທ້າຍ ປີ2009.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org