ຊາວມົ້ງລາວ 70ກວ່າຄົນ ສມັກໃຈ ໃຫ້ສົ່ງກັບ ສປປ ລາວ

ຊາວມົ້ງລາວ ທີ່ສູນກັກຂັງຊົ່ວຄາວ ບ້ານຫ້ວຍນ້ຳຂາວ ສມັກໃຈກັບຄືນລາວ ອີກປະມານ70ກວ່າຄົນ.

ຜູ້ສື່ຂ່າວເອເຊັຽເສຣີ ກຳລັງສັມພາດ ຊາວມົ້ງລາວສ່ວນນື່ງ ທີ່ກຳລັງລໍຖ້າການສົ່ງກັບ ສປປລ Photo: RFA

ຊາວມົ້ງລາວ ຢູ່ສູນກັກຂັງ ຊົ່ວຄາວ ບ້ານຫ້ວຍນ້ຳຂາວ ແຂວງເພັຊບູນ ປະເທດໄທ, ສມັກໃຈກັບຄືນລາວ ປະມານ70ຄົນ ຕື່ມອີກພ້ອມທັງ ຢືນຢັນວ່າໄດ້ ຖືກຕົວະຍົວະ ວ່າຈະໄດ້ໄປ ຕັ້ງຖິ່ນຖານຢູ່ ສະຫະຣັຖ ອະເມຣິກາ ແຕ່ປັດຈຸບັນນີ້ ຊາວມົ້ງລາວ ສ່ວນໃຫຍ່, ມີຄວາມເຂົ້າໃຈ ສະພາບຄວາມເປັນຈິງ ແລະສມັກໃຈ ກັບຄືນລາວ ເພາະ ບໍ່ມີຫວັງຈະໄດ້ໄປ ປະເທດທີສາມ.

ມື້ວັນເສົາທີ29 ສິງຫາ2009 ຢູ່ທີ່ຄ້າຍ ທະຫານໄທ ເມືອງລົ່ມສັກ ແຂວງເພັຊບູນ, ຊຶ່ງເປັນບ່ອນພັກ ຊົ່ວຄາວ ຂອງຊາວມົ້ງລາວ ກ່ອນຈະຖືກສົ່ງ ກັບຄືນປະເທດ, ຊາວມົ້ງລາວ ໄດ້ໃຫ້ສັມພາດ ກັບຜູ້ສື່ຂ່າວ ເອເຊັຽເສຣີ ວ່າພວກຕົນ ເດີນທາງເຂົ້າມາ ປະເທດໄທ, ເພາະຫລົງເຊື່ອ ໃນຄຳຊັກຊວນ ຂອງຄົນບາງກຸ່ມ ວ່າຈະໄດ້ໄປ ຕັ້ງຖິ່ນຖານຢູ່ ປະເທດທີ3.

ມາຮອດປັດຈຸບັນນີ້ ໄດ້ຫລາຍປີແລ້ວ ກໍຍັງບໍ່ມີທ່າທີ ວ່າຈະໄດ້ໄປ, ນອກຈາກນັ້ນແລ້ວ ທາງການລາວແລະໄທ ກໍເວົ້າສເມີວ່າ ບັນຫານີ້ເປັນ ບັນຫາ ຣະຫວ່າງລາວ-ໄທ ແລະຈະບໍ່ຍອມ ໃຫ້ປະເທດ ຫລືອົງການໃດ ເຂົ້າມາແຊກແຊງ ຊ່ອຍເຫລືອນຳພາ ໄປປະເທດທີ3 ຢ່າງແນ່ນອນ. ດັ່ງນັ້ນພວກຕົນ ຈຶ່ງຂໍກັບຄືນ ປະເທດລາວ ໄປຫາຢູ່ຫາກິນ ເພື່ອໃຫ້ລູກຫລານ ໄດ້ໄປຮຽນໜັງສື ມີອະນາຄົດ ທີ່ດີຕໍ່ໄປ.

ພວກຊາວມົ້ງລາວ ຂໍຝາກຄຳເວົ້າ ໄປເຖິງຣັຖບານລາວ ຂໍຢ່າໄດ້ເຂັ່ນຂ້າ ຫລືເອົາໂທດ ພວກທີ່ໂຕນໜີມາໄທ. ໂດຍອິງຕາມທີ່ ພົນຈັຕວາ ບົວສ້ຽງ ຈໍາປາພັນ ເຄີຍຢືນຢັນໄວ້ ເມື່ອມາຢ້ຽມຢາມ ສູນບ້ານ ຫ້ວຍນ້ຳຂາວ ມື້ວັນທີ7ສິງຫາ 2009ວ່າ:

"ນະໂຍບາຍຮ່ວມ ອັນທີ1ແມ່ນ ຣັຖບານລາວ ອະພັຍໂທດ ໃຫ້ທຸກຄົນທີ່ ກັບຄືນປະເທດ ຄືແມ່ນຜ່ານມາ ມີບາງຄົນມີ ຄະດີອາຍາ, ຄະດີແພ່ງອື່ນໆ ເຊັ່ນວ່າກັບຄືນ ເມືອແລ້ວ ຣັຖບານ ຈະບໍ່ເອົາໂທດ ບໍ່ດຳເນີນຄະດີ."

ສຳລັບຂໍ້ມູນ ຈາກທາງການໄທ ກໍຢັ້ງຢືນວ່າ ການສົ່ງຊາວມົ້ງລາວ ຈາກສູນກັກຂັງ ຊົ່ວຄາວ ບ້ານຫ້ວຍນ້ຳຂາວ ຈະຕ້ອງເປັນໄປ ຕາມຂໍ້ຕົກລົງ ຣະຫວ່າງລາວ-ໄທ ທີ່ວ່າຈະສົ່ງ ກັບຄືນໃຫ້ໝົດ ພາຍໃນປີ 2009, ແລະພວກທີ່ຖືກ ສົ່ງກັບຍັງຈະໄດ້ ຮັບການຊ່ອຍເຫລືອ ເປັນເງິນແລະສິ່ງຂອງ ຕາມທີ່ ກຳນົດໄວ້ອີກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org